Ad

Ad

24 May 2016

ປະທານ​ປະ​ເທດບຸນ​ຍັງ ວໍລະ​ຈິດ ​ໃຫ້​ກຽດຕ້ອນຮັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ

          ໃນ​​ວັນທີ 23 ພຶດສະພານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກໂງ ຊວນ ລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມຄະນະ ຢູ່ທຳນຽບປະທານປະເທດ ນະຄອນຫລວງວຽງຈັນ, ​ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມປ້ອງກັນປະເທດອາຊຽນ ທີ່ ສປປ ລາວເປັນເຈົ້າພາບຈັດຂຶ້ນແຕ່ວັນທີ 25-26 ພຶດສະພານີ້.
          ​ໂອກາດນີ້ ທ່ານ ປະທານປະເທດ ບຸນຍັງ ວໍລະຈິດໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ການຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມຄັ້ງສຳຄັນຂອງອາຊຽນ ຂອງທ່ານ ພົນເອກໂງ ຊວນ ລິກ
ແລະ ຄະນະ ໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມທັງເຊື່ອໝັ້ນວ່າ ຂອບການຮ່ວມມືຂອງອາຊຽນໂດຍສະເພາະວຽກງານຄວາມໝັ້ນຄົງ ຈະໄດ້ຮັບການພັດທະນາຍົກລະດັບໃຫ້ດີຂຶ້ນເລື້ອຍໆ.

          ທ່ານ ພົນເອກໂງ ຊວນ ລິກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ປະທານປະເທດ ບຸນຍັງ ວໍ ລະຈິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຕໍ່ການຢ້ຽມຢາມສປປ ລາວ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດໃນຄັ້ງນີ້ດ້ວຍ.

No comments:

Post a Comment