Ad

Ad

24 May 2016

ປີ​ນີ້​ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​​ມາ​ທ່ຽວ​ຊົມ​ເມືອງ​ມໍ​ລະ​ດົກ​ໂລກຫລວງ​ພະ​ບາງ​ຫລາຍ​ກວ່າ 6 ​ແສນ​ຄົນ

            ເມືອງ​ມໍ​ລະ​ດົກ​ໂລກ​ ຫລວງ​ພະ​ບາງ​ຕັ້ງ​ເປົ້າ​ພາຍ​ໃນ​ປີ 2016 ຈະ​ມີ​ນັກທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ພາຍ​ໃນ​ແຂວງ​ຂອງ​ຕົນ ​ປະ​ມານ 6 ​ແສນກວ່າຄົນ, ຂະ​ນະ​ທີ່​ອຳ​ນາດ​ການ​ປົກ​ແຂວງ​ ເລັ່ງ​ສ້າງ​ສິ່ງ​ອຳ​ນວຍຄວາມ​ສະ​ດວກ​ດ້ານ​ການຂົນ​ສົ່ງ​ທາງ​ບົກ, ທາງ​ອາ​ກາດ ແລະ ສ​ະ​ຖານ​ທີ່​ຮອງ​ຮັບ​​ໃຫ້​ດີ ​ແລະ ມີ​ມາດຕະຖານ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
            ພະ​ແນ​ກຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້ວ່າ​: ​ປີ 2015 ຜ່ານ​ມາ ມີ​ຊາວ​ຕ່າງ​ຊາດ​ເຖິງ 5 ​ແສນຄົນ​ ​ໄດ້ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ​ຫລວງ​ພະ​ບາງ ​​ແລະ ​ເຮັດ​ໃຫ້​ມີ​ລາຍ​ຮັບຈາກ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ຫລາຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ແກ້​ໄຂ​ຊີ​ວິດ​ການ​ເປັນ​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ​ເປັນ​ກ້າວ​ໆ
ສະ​ເພາະ​ປີ 2016 ນີ້​ ຄາດ​ວ່າ​ຈະ​ມີ​ນັກ​ທ່ອ​ງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຢາມ​ແຂວງ​ຫລວງ​ພະ​ບາບ​ຫລາຍ​ກວ່າ 6 ​ແສນ​ຄົນ, ພາຍ​ຫລັງ​ເມືອງ​ມໍ​ລະ​ດົກ​ໂລກ​ ໄດ້​ຄອງ​ແຊັມ​ເມືອງຍອດ​ນິ​ຍົມ ແລະ ເມືອ​ງ​ປາຍ​ທາງ​ຂອງ​ການ​ທ່ອງ​ທ່ຽວ​ໃນ​ໂລກ​ ຕິດ​ຕໍ່​ກັນ​ຫລາຍ​ປີ​ຊ້ອນ ພ້ອມ​ໄດ້​ມີ​ຫລາຍ​ສາຍ​ການ​ບິນ​ໂດຍ​ກົງ​ ຈາກ​ປະ​ເທດ​ຕ່າງໆ​ເຂົ້າ​ມາ​ແຂວງ ​ຫລວງ​ພະ​ບາງ​ ເຊັ່ນ: ແອ​ເອ​ເຊຍ, ແອກາ​ຕ້າ, ເອ​ເມ​ເຣ​ດ, ເອີ​ຣົບ, ເກົາ​ຫລີ, ໄທ, ຫວຽດ​ນາມ ແລະ ອື່ນໆ.
ພະ​ແນ​ກ ຖວທ ​ແຂວງ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ການ​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງ​ເມືອງ​ມໍ​ລະ​ດົກ​ຫລວງ​ພະ​ບາງ ນັ້ນແມ່ນ​ຜົນ​ມາ​ຈາກ​ຫລາຍ​ປັດ​​ໄຈ​ໃນ​ດ້ານ​ປະ​ຫວັດ​ສາດ, ​ວັດ​ທະ​ນະ​ທຳຮີດ​ຄອງ​ປະ​ເພ​ນີ, ວິ​ຖີ​ຊີ​ວິດ ແລະ ທຳ​ມະ​ຊາດ​​ອັນ​ດັ້ງ​ເດີມ ທີ່​ຕິດ​ພັນ​ກັນ​ຢ່າງ​ສະ​ໜິດ​ແໜ້ນ. ນອກ​ຈາກ​ນັ້ນ, ແຂວງ​ຂອງ​ຕົນ​ໄດ້ມີ​ສົນທິສັນຍາ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກຢ່າງ​ເຄັ່ງ​ຄັດ ໃນ​ນັ້ນ ການ​ກໍ່ສ້າງ​ ແລະ ບູ​ລະ​ນະ​ສ້ອມ​ແປງເຮືອນ, ​ອາຄານ​, ວັດ ແລະ ສະ​ຖານ​ທີ່​ຕ່າງໆ​ພາຍ​ໃນ​ແຂວງ ຕ້ອງ​ໄດ້​ຮັກສາ​ຮີດຄອງ​ອັນ​ດີງາມ​ຂອງ​ພໍ່​-ແມ່ປະຊາຊົນ ແລະ ສິ່ງ​ດັ້ງ​ເດີມ​ທີ່​ເປັນ​ເອ​ກະ​ລັກ​ໄວ້ ສະ​ນັ້ນ, ຈຶ່ງ​ຖື​ເອົາ​ວຽກ​ງານ​ການ​ສຶກສາ​ອົບຮົມ​ ແລະ ໃຫ້​ຄວາມ​ຮູ້​ຕໍ່ປະຊາຊົນ​ໃນທົ່ວ​ແຂວງ​​ເປັນ​ສຳຄັນ. ​

ປີ 2015 ວາ​ລະ​ສານ (Wanderlus Magazine) ​ເຊິ່ງ​ເປັນວາລະສານດ້ານ​ການທ່ອງ ທ່ຽວ​ຊັ້ນນຳຂອງ​ໂລກ​ໃນ​ປະ​ເທດ​ອັງກິດ ​ລາຍ​ງານ​ວ່າ: ບັນດາ​ສະມາຊິກ​ຂອງ​ວາລະສານ​ໄດ້​ຈັດ​ໃຫ້​ເມືອງ​ມໍລະ​ດົກ​ໂລກຫລວງ​ພະ​ບາງ ​ເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ອັນ​ດັບ 1 ຂອງ​ໂລກ​ ໃນ​ປີ 2015 ນີ້​ ດ້ວຍ​ຄະ​ແນນສູງ​ເຖິງ 97% ຂອງ​ຈຳນວນ​ສະມາຊິກ​ທັງ​ໝົດ ທີ່​ໄດ້​ປະກອບ​ຄວາມ​ເຫັນ​ເຂົ້າໃນ​ການ​ສຳ​ຫລວດ ​ເມື່ອ​ທ້າຍ​ປີ​ທີ່​ຜ່ານ​ມາ, ສ່ວນອັນ​ດັບ​ທີ 2 ​ແລະ​ 3 ກໍຄື​ເມືອງ​ພຸກາມ​ ໃນ​ສະຫະພາບ​ມຽນມາ ​ແລະ ນະຄອນຫລວງ Stockholm ​ປະ​ເທດ​ສະ​ວີ​ເດັນ. ຕາມ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ ລາຍ​ງານ​ວ່າ ​​ປີ 2015 ຜ່ານ​ມາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ທ່ຽວ​ຊົມ ສ​ປ​ປ ລາວ ​ປະ​ມານ 4 ລ້ານກວ່າ​ຄົນ ແລະ ຄາດ​ວ່າ​ ຈຳ​ນວນນັກ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ ເນື່ອງ​ຈາກວ່າ ສ​ປ​ປ ລາວ ​ເປັນ​ປະ​ເທດ​ມີ​ຄວາມ​ສະ​ຫງົບ​ສຸກ; ມີ​ສະ​ຖານ​ທີ່​​ດ້ານປະ​ຫວັດ​ສາດ, ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ດັ້ງ​ເດີມ ແລະ ອື່ນໆ.

No comments:

Post a Comment