Ad

Ad

25 May 2016

ໄຟຟ້ານະຄອນຫລວງ ຍັງບໍ່ມີຄຳຕອບຕໍ່ຄ່າຊົມໃຊ້ໄຟຟ້າຂຶ້ນສູງຜິດປົກກະຕິ ພຽງແນະນຳໃຫ້ຜູ້ຖືກກະທົບເຂົ້າສະເໜີຄວາມເປັນຈິງເພື່ອຈະໄດ້ກວດກາ

          ຕໍ່ກັບບັນຫາຄ່າໄຟຟ້າຫລາຍຄົວເຮືອນ ໃນຂອບເຂດນະຄອນ ຫລວງວຽງຈັນ ສູງຂຶ້ນຢ່າງຜິດປົກກະຕິນັ້ນ ທ່ານ ມີໄຊ ຈິດຕະລາດ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໄດ້ອອກມາຕອບຂໍ້ຂ້ອງໃຈຂອງປະຊາຊົນຜ່ານສື່ມວນຊົນໃນແລງວັນທີ 24 ພຶດສະພານີ້, ສຳນັກງານຂອງຕົນ, ໃນນະຄອນຫລວງວຽງຈັນວ່າ: ຜ່ານມານີ້ ໄດ້ມີຫລາຍຄອບຄົວສະເໜີມາຍັງໄຟຟ້ານະຄອນຫລວງວ່າ: ຄ່າໄຟຟ້າໃນເດືອນພຶດສະພາແມ່ນສູງຂຶ້ນກວ່າເດືອນຜ່ານມາປະມານ 1-2 ເທົ່າຄື: ເດືອນເມສາ ແມ່ນຈ່າຍປະມານ 5-6 ແສນກີບ, ແຕ່ມາຮອດເດືອນພຶດສະພາ ແມ່ນ 1,5 ລ້ານ-1,9 ລ້ານກີບ ແລະ ຕໍ່ບັນຫານີ້ແມ່ນຍ້ອນສາເຫດໃດ? ຍ້ອນ
ການຂຶ້ນລາຄາຂອງໄຟຟ້າບໍ່? ຫລືແມ່ນຍ້ອນຄວາມຜິດປົກກະຕິຂອງໄຟຟ້າເອງ ຫລືຍ້ອນການຊົມໃຊ້ໄຟຟ້າສູງເກີນໄປບໍ່? ຫລື ບັນຫາອື່ນໆນັ້ນ, ຊຶ່ງທາງໄຟຟ້ານະຄອນຫລວງ ບໍ່ທັນມີຄຳຕອບທີ່ຊັດເຈນ ແລະ ກະຈ່າງແຈ້ງ, ພຽງແຕ່ຮຽກຮ້ອງໃຫ້ຜູ້ທີ່ຖືກຜົນກະທົບດັ່ງກ່າວ ເຂົ້າມາພົວພັນກັບພະນັກງານໄຟຟ້າ ໂດຍກົງ ເພື່ອຈະມີການກວດກາຊອກຫາສາເຫດຂອງການຜິດປົກກະຕິຕົວຈິງ.

          ຜູ້ຖະແຫລງຂ່າວໃຫ້ຮູ້ວ່າ: ປັດຈຸບັນການຊົມໃຊ້ໄຟຟ້າແມ່ນມີກຳລັງສູງຂຶ້ນຫລາຍ, ໂດຍສະເພາະໃນໄລຍະເດືອນເມສາຜ່ານມາ, ກຳລັງການຊົມໃຊ້ໄຟຟ້າຢູ່ໃນ 9 ຕົວເມືອງຂອງ ນະຄອນຫລວງວຽງຈັນ ແມ່ນປະມານ 63 ລ້ານກິໂລວັດໂມງ, ສ່ວນເດືອນມັງກອນ-ເດືອນມີນາ ແມ່ນປະມານ 42 ລ້ານກິໂລວັດໂມງຕໍ່ເດືອນ ແລະ ອາດເນື່ອງມາຈາກການຊົມໃຊ້ໄຟຟ້າຫລາຍ, ຊຶ່ງຈະເປັນຕົ້ນເຫດຕ້ອງໄດ້ຈ່າຍຄ່າໄຟຟ້າຫລາຍ, ເຊິ່ງການຄິດໄລ່ຄ່າໄຟຟ້າ: ແຕ່ 0-25 ກິໂລວັດໂມງ ແມ່ນ 348 ກີບ, 26-150 ກິໂລວັດໂມງ ແມ່ນ 414 ກີບ ແລະ 151 ກິໂລວັດໂມງຂຶ້ນໄປແມ່ນ 999 ກີບ. ສ່ວນການຂຶ້ນລາຄາຄ່າໄຟຟ້າເມື່ອທຽບໃສ່ປີຜ່ານມານັບແຕ່ 0-25 ກິໂລວັດໂມງ ແມ່ນເພີ່ມຂຶ້ນ 7 ກີບ, ແຕ່26-150 ກິໂລວັດໂມງ ເພີ່ມຂຶ້ນ 9 ກີບ ແລະ ນັບແຕ່ 151 ກິໂລວັດຂຶ້ນໄປແມ່ນເພີ່ມຂຶ້ນ 20 ກີບ. ນອກຈາກນີ້ ລາຄາໄຟຟ້າຍັງໄດ້ເພີ່ມຂຶ້ນປີລະ 2% ນັບແຕ່ປີ 2013-2017. 

No comments:

Post a Comment