Ad

Ad

25 May 2016

ສະພາຫາລືຫລາຍບັນຫາສຳຄັນຂອງຊາດປະຈຳເດືອນພຶດສະພາ

          ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນພຶດສະ ພາໄດ້ ຈັດໄດ້ຂຶ້ນໃນວັນທີ 24-25 ພຶດສະພານີ້, ໂດຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ເພື່ອຄົ້ນ ຄວ້າ ແລະ ພິຈາລະນາ ບັນຫາສຳຄັນຕ່າງໆຂອງຊາດຄື: ພິຈາລະນາຮ່າງບົດສະຫລຸບຕີລາຄາຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ VIII, ພິຈາລະນາໃຫ້ສັດຕະຍາບັນແກ່ສັນຍາວ່າດ້ວຍການຫລີກເວັ້ນການເກັບອາກອນແບບຊ້ຳຊ້ອນ ແລະ ການສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ລະຫວ່າງລັດຖະບານລາວ ແລະ ລັດຖະບານສິງກະໂປ, ພິຈາລະນາໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມຂອງກົດບັດອາຊຽນ
ກ່ຽວກັບຂໍ້ຂັດແຍ່ງ, ພິຈາລະນາຫົວຂໍ້ເນື້ອໃນກອງປະຊຸມຄະນະປະສານງານສະມັດ ຊາລັດຖະສະພາລະຫວ່າງຊາດອາຊຽນ, ພິຈາລະນາການແຕ່ງ ຕັ້ງຄະນະມິດຕະພາບສະມາຊິກລັດຖະສະ ພາລະຫວ່າງສະພາແຫ່ງຊາດ ແລະ ລັດຖະສະພາ ຕ່າງປະ ເທດ, ພິຈາລະນາສະເໜີດັດແກ້ ແລະ ບັນຈຸໂຄງການຫລຸດຜ່ອນຄວາມທຸກຍາກ ເຂົ້າໃນແຜນລົງທຶນ ສົກປີ 2015-2016, ຄົ້ນຄວ້າເນື້ອໃນທີ່ຈະນຳເຂົ້າພິຈາລະນາຢູ່ກອງ ປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ VIII, ພິຈາລະນາຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍຂອງກອງປະຊຸມສະໄໝສາມັນເທື່ອທີ 1 ແລະ ແຜນປະຈຳປີ 2017 ຊຸດທີ VIII, ພິຈາລະນາຮັບຮອງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈຳສະ ພາແຫ່ງຊາດ, ພິຈາລະ ນາຮ່າງແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ພິຈາ ລະນາຍົກຍ້າຍບ່ອນປະຈຳການຂອງປະທານສານປະຊາຊົນເຂດ 1 ແຂວງຄຳມ່ວນ, ປຶກສາຫາລືການນຳໃຊ້ອິນເຕີເນັດ, ປຶກສາຫາລືການລວມສູນດ້ານງົບປະມານ, ປຶກສາຫາລືການບໍລິຫານລັດຜ່ານປະຕູດຽວ, ພິຈາລະນາຂໍຈັດກອງປະຊຸມສະໄໝວິສາມັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ວຽກງານທີ່ສຳຄັນອື່ນໆອີກ.

No comments:

Post a Comment