Ad

Ad

26 May 2016

ສານ​ຕັດສິນ​ຈຳ​ຄຸກ 2 ປີ​ຖານ​ສໍ້​ໂກງ​ເງິນເປັນຈຳນວນຫຼາຍ

ວັນທີ 24 ພຶດສາພານີ້, ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນໄດ້ນຳເອົາສຳນວນຄະດີອາຍາສະບັບເລກທີ 489/ອຍກ ລົງວັນທີ 23 ກຸມພາ 2016 ຂື້ນມາພິຈາລະນາຕັດສິນ,ຊຶ່ງຜ່ານການຄົ້ນຄ້ວາຂໍ້ມູນຫຼັກຖານແລະ ຫຼັກຖານຕ່າງໆຕາມສຳນວນຄະດີແລະ ຄຳຮັບສາລະພາບຂອງຈຳເລີ ຊື່ນາງ  ສາຍນະທີ ອາຍຸ 43 ປີ, ຢູ່ບ້ານໄຊຊະຫວ່າງເມືອງໄຊທານີ, ນະຄອນຫຼວງວຽງຈັນໄດ້​​ເຈຕະນາສໍ້ໂກງຊັບຂອງພົນລະເມືອງ ​​ແລະ ການກະທຳຜິດຂອງຈຳ​​ເລີແມ່ນຄົບ 4 ອົງປະກອບການກະທຳຜິດ, ດັ່ງນັ້ນ ສານຈຶ່ງຕັດສິນຈຳຄຸກ 2 ປີ, ປັບໃໝ່ 5 ​ແສນກີບແລະໃຫ້ໃຊ້ແທນຄືນເງິນ​ 8 ​ແສນບາດ(ສະກຸນເງິນໄທທີ່ຈຳເລີຍສໍ້ໂກງ​, ຕາມາດຕາ 120 ວັກ 2 ຂອງກົດ ໝາຍອາຍາ, ໃນສານຈຳເລີຍຮັບສາລະພາບວ່າ: ​ໃນຕົ້ນປີ 2014 ຈຳ​​ເລີຍໄດ້ໄປຢືມເງິນນຳນາງ ວັນແກ້ວ , ບ້ານສີບຸນເຮືອງເມືອງຈັນທະບູລີ, ນະຄອນຫຼວງວຽງ
ຈັນຈຳນວນ 4 ​ແສນບາດ ​​ແລະ ຕົກລົງຈ່າຍດອກເບ້ຍ 5 % ຕໍ່ເດືອນ, ກຳນົດ 6 ​ເດືອນ, ​ໂດຍບໍ່ໄດ້ເຮັດສັນຍາ​(ຍືມປາກເປົ່າ), ຊຶ່ງຈຳເລີຍໄດ້ເອົາໃບຕາດິນ​​ເປັນຊັບຄ້ຳປະກັນ, ​ເມື່ອຮອດກຳນົດຈຳ​​ເລີຍກໍເອົາເງິນດອກເບ້ຍມາຈ່າຍໃຫ້ເຈົ້າຂອງເງິນຕາມກຳນົດ, ຫຼັງຈາກຄົບ 6 ​ເດືອນຈຳ​​ເລີຍໄດ້ຍືມເງິນນຳນາງ ວັນແກ້ວອີກ 3 ຄັ້ງລວມເປັນເງິນທັງໝົດ 8 ​ແສນບາດ, ກຳນົດດອກເບ້ຍ 5% ຕໍ່ເດືອນ, ​ເມື່ອຮອດເວລາໃຊ້ແທນເງິນທັງຕົ້ນທືນ ​​ແລະ ດອກເບ້ຍ, ຈຳ​​ເລີຍບໍ່ສາມາດໃຊ້ແທນໜີ້ສິນໄດ້ແລະໄດ້ເອົາໃບຕາດິນຄືນຈາກນາງວັນແກ້ວ ​,​ໂດຍບອກວ່າຈະເອົາ​​ໄປຂາຍແລ້ວຈະເອົາ​​ເງິນມາໃຊ້ໜີ້ໃຫ້, ​ແຕ່ເມືອ່ຂາຍດິນ​​ໄດ້ແລ້ວຈຳເລີຍຊຳພັດເອົາ​​ເງິນ​​ໄປຊີ້ລົດ​​ເກັ່ງມາຂີ້, ຈົນຮອດວັນທີ 31 ທັນວາ 2015 ນາງວັນແກ້ວ ຈຶ່ງໄດ້ເຂົ້າແຈ້ງປກສ ກັກຕົວຜູ້ກ່ຽວມາດຳເນີນຄະດີ.

No comments:

Post a Comment