Ad

Ad

26 May 2016

ທີມງານຊຸມຊົນຊື່ນໃຈມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານຫ້ວຍຈວງ

ໂດຍ: ກິດຕິສັກ ບົວໄລ
ພິທີມອບ - ຮັບ ເຄື່ອງຊ່ວຍເຫຼືອບັນເທົາທຸກຈາກທິມງານແຜນງານຊຸມຊົນຊື່ນໃຈ ໃຫ້ແກ່ປະຊາຊົນຜູ້ປະສົບໄພໄຟໄໝ້ເຮືອນບ້ານຫ້ວຍຈວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ 24 ພຶດສະພາ 2016ໂດຍມີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆ ໄຊຍະບູລີ ປະທານຊີ້ນຳແຜນງານຊຸມຊົນຊື່ນໃຈຂັ້ນແຂວງ, ທ່ານ ຄຳເພັດ ພົມມະລາດ ວ່າການເຈົ້າເມືອງໆ ຫົງສາ ພ້ອມດ້ວຍອຳນາດການປົກຄອງບ້ານຫ້ວຍຈ້ວງເຂົ້າຮ່ວມນຳດ້ວຍ.

          ເຄື່ອງຊ່ວຍເຫລືອດັ່ງກ່າວ ປະກອບມີສັງກະສີ ຈໍານວນ 150 ແຜ່ນ, ເຫຼັກຕະປູ 72 ກິໂລ , ເຫຼັກຕະປູມອກຕອກສັງກະສີ ຈຳນວນ  50 ກັບ ແລະ ແນວພັນພືດຕ່າງໆ ຫລາຍກວ່າ 7 ກິໂລ ລວມມູນຄ່າ 6 ລ້ານກວ່າກີບ.

          ໃນພິທີທ່ານ ຄຳເພັດ ພົມມະລາດ ວ່າການເຈົ້າເມືອງໆ ຫົງສາ ກ່າວສະແດງຄວາມຂອບໃຈວ່າ: ສຳລັບເຄື່ອງຊ່ວຍເຫຼືອບັນເທົາທຸກຈາກທີມງານມາມອບໃນຄັ້ງນີ້, ທາງເມືອງ ຈະໄດ້ແບ່ງປັນໃຫ້ 27 ຄອບຄົວ ທີ່ປະສົບເຄາະຮ້າຍດັ່ງກ່າວ. ເພື່ອນຳໄປໃຊ້ເຂົ້າໃນການປຸກສ້າງທີ່ຢູ່ອາໄສ ແລະ ປົວແປງຊີວິດການເປັນຢູ່ຂອງແຕ່ລະຄອບຄົວດີຂຶ້ນ.

No comments:

Post a Comment