Ad

Ad

26 May 2016

ຫວຽດນາມຊ່ວຍຍົກລະດັບຄວາມຮູ້ການພິມທະນະບັດແກ່ລາວ

      ທະນາຄານແຫ່ງລັດ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອຍົກລະດັບຄວາມຮູ້ກ່ຽວກັບວຽກງານການພິມທະນາບັດໃຫ້ແກ່ພະນັກງານກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ ( ທຫລ ), ໂດຍສະເພາະໂຮງພິມທະນະບັດ ທຫລ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2016, ໂດຍທ່ານ ເຈິນ ວັນຕ້ຽນ ຜູ້ອໍານວຍການໃຫຍ່ໂຮງພິມທະນະບັດທະນາຄານແຫ່ງລັດ ຫວຽດນາມ.
            ການຝຶກອົບຮົມໃນຄັ້ງນີ້ເປັນເທື່ອທໍາອິດທີ່ທະນາຄານແຫ່ງລັດ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນການຝຶກອົບ ຮົມວຽກງານການພິມທະນະບັດ ໂດຍໄດ້ສົ່ງຊ່ຽວຊານ ແລະຜູ້ບໍລິຫານລະດັບສູງຂອງໂຮງພິມ ທະນະບັດທະນາຄານແຫ່ງລັດຫວຽດນາມ ມາເປັນວິທະຍາກອນ ໃນ 3 ຫົວຂໍ້ໃຫຍ່ໃນນີ້ໄດ້ເວົ້າເຖິງປະຫວັດແຫ່ງຄວາມເປັນມາຂອງໂຮງພິມທະນະບັດທະນາ ຄານແຫ່ງລັດຫວຽດນາມທີ່ມີຊື່ເຕັມ
ວ່າ: ໂຮງພິມທະນະບັດແຫ່ງຊາດທີ່ເປັນບໍລິສັດຈໍາກັດພຽງຜູ້ດຽວ, ໂດຍແມ່ນລັດຖະບານຖືຮຸ້ນ 100% ຂອງທຶນຈົດທະບຽນ, ຂຶ້ນກັບທະນາຄານແຫ່ງລັດຫວຽດນາມ, ມີສະຖານະພາບນິຕິບຸກຄົນ, ເປັນບ່ອນຜະລິດທະ ນະບັດ ( ເງິນດົ້ງ ), ນອກນີ້ ຍັງຫຼໍ່ແມ່ພິມທະນະບັດເງິນຫຼຽນ, ຜະລິດຄໍາແທ່ງ, ເຄື່ອງຂອງທີ່ລະນຶກເຮັດດ້ວຍຄໍາ, ເອກະສານທີ່ມີຄ່າ ແລະ ວຽກງານສໍາຄັນອື່ນໆ.
            ນອກນັ້ນ ຍັງມີການຮຽນຮູ້ໃນການແນະນໍາອຸປະກອນ ແລະການອອກແບບເງິນເຈ້ຍທະນາຄານ ແລະບັນຫາການຍົກສູງດ້ານເຕັກນິກການຜະລິດເຈ້ຍເງິນຄຸນນະພາບສູງໂດຍຢືນຢູ່ບົນ 5 ບັນຫາພື້ນຖານ ເຊິ່ງມີບັນຫາຄວາມເປັນໄປໄດ້ໃນການອອກແບບເງິນເຈ້ຍຢູ່ທົ່ວໂລກ ແລະຂະບວນການລວມກ່ຽວກັບການຜະລິດເຈ້ຍເງິນ, ຂັ້ນຕອນໃນການອອກແບບເຈ້ຍເງິນທະນາຄານ, ເນື້ອໃນ ແລະຮູບແບບຂອງເຈ້ຍເງິນ, ການອອກແບບອົງປະກອບຮັກສາຄວາມປອດໄພຂອງເຈ້ຍພິມເງິນ ແລະຍົກສູງເຕັກນິກເພື່ອໃຫ້ການຜະລິດໃບເງິນທີ່ມີຄຸນນະພາບສູງ.

             ທ່ານຫົວໜ້າໂຮງພິມທະນະບັດຂອງລາວ ແລະຂອງຫວຽດນາມ ຕ່າງກໍໄດ້ປະກອບຄໍາເຫັນທີ່ມີຄວາມສ້າງສັນ ໂດຍສະເພາະທ່ານ ເຈິນ ວັນຕ້ຽນ ຜູ້ອໍານວຍການໃຫຍ່ໂຮງພິມທະນະບັດທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ກ່າວຢໍ້າເຖິງບັນຫາການພິມທະ ນະບັດ ຫຼື ເງິນເຈ້ຍຕ້ອງໃຫ້ຮັບປະກັນເຮັດໃຫ້ໃບເງິນອອກສູ່ຂອດຈໍລະຈອນສັງຄົມມີຄຸນນະພາບ ແລະ ມີຄວາມປອດໄພສູງໃຫ້ສັງຄົມຍອມຮັບການສຳມະນາດັ່ງກ່າວ ກໍເພື່ອແນໃສ່ເຮັດໃຫ້ຝ່າຍລາວໄດ້ເປັນເຈົ້າການມີຄວາມສາມາດໃນການພິມທະນະບັດ ແລະໃນຂະນະດຽວກັນນັກຝຶກອົບຮົມກໍໄດ້ປະກອບຄໍາເຫັນໃນຫຼາຍບັນຫາ ເພື່ອເພີ່ມຄວາມຮູ້ໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດປະສິດທິຜົນສູງຂຶ້ນກ່ວາເກົ່າ.

No comments:

Post a Comment