Ad

Ad

26 May 2016

ທິບພະຍະປະກັນໄພ ໄດ້ຮັບລາງວັນລະດັບອາຊຽນ 2016

          ວັນທີ 25 ພຶດສະພານີ້, ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ, ໄດ້ຈັດງານສະຫລອງຄວາມສຳເລັດຂອງບໍລິສັດ, ໂດຍແມ່ນທ່ານ ບຸນໄຊ ບຸນຍານຸຣັກ ກຳມະການຜູ້ ຈັດການໃຫຍ່ຂອງບໍລິສັດເປັນຜູ້ໄດ້ຮັບລາງວັນນັກພັດ ທະນາ ແລະ ບຸກຄົນດີເດັ່ນ ສາຂາບໍລິຫານທຸລະກິດ ລະດັບອາຊຽນ (Asean Awards 2016), ທີ່ສາມາດນຳແລະ ພັດທະນາຍໍລິສັດທິບພະຍະປະກັນໄພ ເຕີບໃຫຍ່ຂະຫຍາຍຕົວແບບກ້າວ ກະໂດດໃນລາວ.
          ທ່ານ ບຸນໄຊ ບຸນຍານຸຣັກ ກ່າວວ່າ: ລາງວັນແຫ່ງຄວາມສຳເລັດນີ້ ຍ້ອນການເອົາ ໃຈໃສ່, ສົ່ງເສີມ ແລະ ຊ່ວຍເຫລືອຂອງສັງຄົມ, ພ້ອມທັງການສະໜັບສະໜູນວຽກງານຕ່າງໆໃນ ລາວ ຈຶ່ງເຮັດໃຫ້ສັງຄົມຮູ້ຈັກທິບພະຍະປະກັນໄພເປັນຢ່າງດີ. ຊຶ່ງອີກສ່ວນໜຶ່ງກໍເປັນ
ການເລີ່ມຕົ້ນດ້ວຍ ຮາກຖານທີ່ໝັ້ນຄົງ ຈາກທິບພະຍະ ປະກັນໄພ ໃນປະເທດໄທ, ໂດຍມີລັດຖະບານເປັນຜູ້ ຖືຮຸ້ນໃຫຍ່ຈົນກ້າວໄປສູ່ການເຕີບໃຫຍ່ໃນອາຊຽນແລະ ໃນຕໍ່ໜ້ານີ້ບໍລິສັດ ຈະສືບຕໍ່ໃຫ້ຄວາມເຊື່ອໝັ້ນ ແລະ ສ້າງຜະລິດຕະພັນໃໝ່ມາສູ່ສັງຄົມລາວຫລາຍຂຶ້ນ.

ທິບພະຍະ ປະກັນໄພ ໄດ້ເລີ່ມດຳເນີນທຸລະກິດໃນ ສປປ ລາວ ນັບແຕ່ປີ 2014 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ມີລູກຄ້າທີ່ຖືສັນຍາປະກັນໄພທັງໝົດ ຫລາຍກວ່າ 15 ພັນຄົນ ແລະ ມີຕົວແທນຢູ່ທົ່ວທຸກແຂວງຂອງລາວເພື່ອຄອຍໃຫ້ການບໍລິການລູກຄ້າໄດ້ສະດວກສະບາຍ.

No comments:

Post a Comment