Ad

Ad

2 December 2015

ປະກາດຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ ທົ່ວນະຄອນ​ຫລວງ​ວຽງ​ຈັນ

     ພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ທົ່ວນະຄອນ ຫລວງວຽງຈັນໄດ້ຈັດຂຶ້ນໃນວັນທີ 30 ພະຈິກນີ້, ທີ່ໂຮງແຮມດອນຈັນພາເລດໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາ ພັນຄຳ ວິພາວັນ, ມີທ່ານເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍຄູອາຈານ-ນັກຮຽນເຂົ້າຮ່ວມເປັນຈຳນວນຫລາຍ.
    ​ໃນພິທີດັ່ງກ່າວ, ທ່ານ ຊົມພູແກ້ວປັນຍາ ຫົວໜ້າພະແນກສຶກສາທິການແລະ ກິລາໄດ້ລາຍງານຜົນການຈັດຕັ້ງປະຕິບັດການສຶກສາບຳລຸງມັດທະຍົມຕອນຕົ້ນຂອງນະຄອນ ຫລວງວຽງຈັນວ່າ: ເພື່ອບັນລຸແຜນພັດທະນາເສດຖະກິດ-​ສັງຄົມຂອງນະຄອນຫລວງວຽງຈັນ 5 ປີ ຄັ້ງທີ VII (2011-2015) ນີ້,
ປະຊາຊົນໃນນະຄອນຫລວງວຽງຈັນ ຕ້ອງມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນ, ສະນັ້ນ ພະແນກສຶກສາທິການແລະ ກິລາ ຈຶ່ງໄດ້ວາງແຜນການຄາດໝາຍສູ້ຊົນແຕ່ລະໄລຍະ, ​ໂດຍຖອດຖອນບົດຮຽນຈາກການເຮັດວຽກງານລົບລ້າງຄວາມບໍ່ຮູ້ໜັງສືແລະ ບຳລຸງຈົບຊັ້ນປະຖົມມາຜັນຂະຫຍາຍແລະ ຈັດຕັ້ງປະຕິບັດຕາມ 6 ຂັ້ນຕອນຄື: ​ເກັບກຳສະຖິຕິກຸ່ມເປົ້າໝາຍໃນເກນອາຍຸ 15-35ປີ; ​ເຈົ້າເມືອງອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຈັດການຮຽນ-ການສອນບຳລຸງມັດ ທະຍົມຕອນຕົ້ນໃຫ້ປະຊາຊົນກຸ່ມເປົ້າໝາຍ; ລົງເອົາລາຍຊື່ລະອຽດຢູ່ແຕ່ລະຄອບຄົວ; ວາງແຜນການຈັດຕັ້ງການຮຽນ​-ການສອນ, ກະກຽມຕຳລາຮຽນ, ອຸປະກອນຮັບໃຊ້ໃຫ້ແກ່ການຮຽນ-ການສອນຢູ່ແຕ່ລະບ້ານ; ​ເຕົ້າໂຮມກຸ່ມເປົ້າໝາຍເພື່ອຈັດຕັ້ງການຮຽນ-ການສອນແລະ ລົງຕິດຕາມແລະ ປະເມີນການຮຽນ-ການສອນ. ຜ່ານການຈັດຕັ້ງປະຕິບັດຕາມຂັ້ນຕອນດັ່ງກ່າວຈຶ່ງເຮັດ​​ໃຫ້ເມືອງປາກງື່ມເປັນເມືອງທຳອິດຂອງນະຄອນຫລວງວຽງຈັນທີ່ເຮັດສຳເລັດວຽກງານການສຶກສາບຳລຸງມັດທະຍົມຕອນຕົ້ນໃຫ້ກັບປະຊາຊົນໃນກຸ່ມເປົ້າໝາຍແລະ ສາມາດປະກາດເປັນທາງການໃນວັນທີ 20 ພຶດສະ ພາ 2014, ຈາກນັ້ນ ບັນດາເມືອງຕ່າງໆ ກໍໄດ້ເຂົ້າຮ່ວມແລກປ່ຽນຖອດຖອນບົດຮຽນ ຈົນສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ຕາມລຳດັບຄື: ​ເມືອງປາກງື່ມ ປະກາດໃນວັນທີ 20 ພຶດ ສະພາ 2014 ມີນັກຮຽນທັງໝົດ 1.583 ຄົນ, ​ເມືອງໄຊເສດຖາ ປະກາດໃນວັນທີ 1 ກໍລະກົດ 2014 ​ໃນຈຳນວນນັກຮຽນ 315 ຄົນ, ​ເມືອງນາຊາຍທອງ ປະກາດໃນວັນທີ 14 ສິງຫາ 2014, ມີນັກຮຽນ 1.434 ຄົນ, ​ເມືອງສີໂຄດຕະບອງ ປະກາດໃນວັນທີ 10 ກັນຍາ 2014, ມີນັກຮຽນ 517 ຄົນ, ​ເມືອງສີສັດຕະນາກ ​​ວັນທີ 16 ມັງກອນ 2014, ມີນັກຮຽນ 271 ຄົນ, ​ເມືອງຫາດຊາຍຟອງ ວັນທີ 30 ມັງກອນ 2015, ມີນັກຮຽນ 471 ຄົນ, ​ເມືອງຈັນທະບູລີ ວັນທີ 27 ມີນາ 2015, ມີນັກຮຽນ 64 ຄົນ, ​ເມືອງໄຊທານີ ປະກາດໃນວັນທີ 7 ​ເມສາ 2015, ມີນັກຮຽນ 2.908 ຄົນແລະເມືອງສັງທອງ ປະກາດໃນວັນທີ 22 ກໍລະກົດ 2015, ​ມີນັກຮຽນ 1.056 ຄົນ, ຊຶ່ງທົ່ວນະຄອນ ຫລວງວຽງຈັນ ມີນັກຮຽນຈົບຊັ້ນປະຖົມສຶກສາບຳລຸງ ທັງໝົດ 8.619 ຄົນ, ​ຍິງ 4.775 ຄົນ.
     ຄຽງຄູ່ກັນນີ້ ວຽກງານການສຶກສານອກໂຮງຮຽນ ກໍເປັນວຽກງານໜຶ່ງທີ່ມີຄວາມຫຍຸ້ງຍາກແລະ ສັບສົນພໍສົມຄວນສຳລັບນະຄອນຫລວງວຽງຈັນເພາະວ່າກຸ່ມເປົ້າໝາຍສ່ວນໃຫຍ່​​ແມ່ນເຮັດອາຊີບຫາເຊົ້າ-ກິນຄ່ຳ, ຊາວກະສິກອນແລະເປັນກຳມະກອນຢູ່ຕາມໂຮງຈັກໂຮງງານ, ​ແຕ່ຍ້ອນໄດ້ຮັບການຊີ້ນຳແລະເອົາໃຈໃສ່ຢ່າງໃກ້ຊິດຈາກອົງການປົກຄອງທຸກຂັ້ນ ຈຶ່ງສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ມີຜົນສຳເລັດຕະຫລອດມາ. ​ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນໄດ້ປະກາດຈົບຊັ້ນປະຖົມສຶກສາບຳລຸງໄປແລ້ວໃນວັນທີ 16 ທັນວາ 2010, ​ແຕ່ກໍຍັງສືບຕໍ່ວຽກງານບຳລຸງຈົບຊັ້ນປະຖົມໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍໃນປີຜ່ານມາໄດ້ 61 ບ້ານ, ມີຜູ້ເຂົ້າຮ່ວມ 914 ຄົນ, ຍິງ 574 ຄົນ, ພ້ອມນີ້ ຍັງໄດ້ບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນປາຍໃຫ້ແກ່ພະ ນັກງານ, ທະຫານ​, ຕຳຫລວດແລະ ຊາວໜຸ່ມຜູ້ທີ່ພາດໂອກາດໄດ້ 550 ຄົນ, ຍິງ 232 ຄົນແລະ ວຽກງານດ້ານອື່ນໆ​.

     ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາໄດ້ກ່າວໃນຕອນທ້າຍວ່າ: ​ໄລຍະຜ່ານມາ, ບັນດາທ້ອງຖິ່ນໄດ້ສຳເລັດການປະກາດຈົບຊັ້ນປະຖົມສຶກສາບຳລຸງແລ້ວແລະ ກໍໄດ້ສືບຕໍ່ຈັດຕັ້ງການຮຽນ-ການສອອນບຳລຸງຊັ້ນມັດທະຍົມຕອນຕົ້ນເຊິ່ງມາຮອດປັດ ຈຸບັນມີ 56 ​ເມືອງທົ່ວປະ​​ເທດ ສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນທົ່ວເມືອງແລະ ມີ 2 ​ແຂວງ​​ໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ແລ້ວຄື: ​ແຂວງໄຊຍະບູລີ ປະກາດໃນວັນທີ 27 ກຸມພາ 2015, ​ແຂວງຊຽງຂວາງ ປະກາດໃນວັນທີ 8 ຕຸລາ 2015 ​ແລະ ທົ່ວນະຄອນຫລວງວຽງຈັນໄດ້ປະກາດໃນວັນທີ 30 ພະຈິກ 2015, ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາແຂວງ​​ໃນທົ່ວປະເທດ ສືບຕໍ່ປະຕິບັດແລະເລັ່ງປະກາດການຈົບຊັ້ນມັດທະຍົມຕອນຕົ້ນແລະ ຕົ້ນປາຍໃຫ້​​ເປັນລະບົບຕໍ່ເນື່ອງອີກດ້ວຍ.

2 comments:

  1. ຂໍຖາມແດ່ ຍັງມີໂຄງການສອນບໍາລຸງ ນັກຮຽນທີ່ບໍ່ຈົບ ມໍ ຕົ້ນບໍ່ ?

    ReplyDelete
  2. ຂໍຖາມແດ່ ຍັງມີໂຄງການສອນບໍາລຸງ ນັກຮຽນທີ່ບໍ່ຈົບ ມໍ ຕົ້ນບໍ່ ?

    ReplyDelete