Ad

Ad

2 December 2015

ສຳ​ມະ​ນາການກຽມຄວາມພ້ອມເຊື່ອມໂຍງເສດຖະກິດກັບສາກົນ

ງານສຳມະນາພາຍໃຕ້ຫົວຂໍ້: “ກຽມຄວາມພ້ອມທຸກດ້ານບົນເສັ້ນທາງເຊື່ອມໂຍງເສດຖະກິດກັບສາກົນເປັນກິດຈະກຳໜຶ່ງໃນງານວາງສະແດງຜົນງານ 40 ປີວຽງຈັນ EXPO 2015, ຊຶ່ງຈັດຂຶ້ນໃນຕອນບ່າຍ​​ວັນທີ 28 ພະຈິກ​​ຜ່ານມາ, ທີ່ສູນການຄ້າໄອເຕັກມໍ,​ ນະຄອນ ຫຼວງວຽງຈັນ,​ ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດທອງລຸນສີສຸລິດ, ມີບັນດາລັດຖະມົນຕີ, ພ້ອມດ້ວຍນັກທຸລະກິດທັງພາຍໃນແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳ​​ເຫັນຕໍ່ງານດັ່ງກ່າວວ່າ: ງານສຳມະນາ​​ຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍສຳລັບ ສປປ ລາວ, ເນື່ອງຈາກເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານ,ຄຳສະເໜີແນະຕ່າງໆຈາກຫຼາຍພາກສ່ວນເພື່ອນໍາໄປສຶກສາວິໄຈ ແລະ​​ ກຳນົດແນວທາງນະໂຍບາຍຂອງການ
ເຊື່ອມໂຍງ​​ດ້ານເສດຖະກິດກັບພາກພື້ນ ແລະ ສາກົນ​,​ ຊ່ວຍໃຫ້ທຸກພາກສ່ວນໃນສັງຄົມເຫັນໄດ້ທ່າແຮງ, ຄວາມສາມາດບົ່ມຊ້ອນ, ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການກ້າວສູ່ການເປັນປະຊາຄົມເສດຖະກິດອາຊຽນໃນອີກບໍ່ດົນນີ້, ລັດຖະບານລາວເຂົ້າໃຈດີວ່າ: ປະເທດທີ່ມີການເຊື່ອມໂຍງກັບສາກົນເທົ່ານັ້ນຈຶ່ງຈະເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາແລະ ສາມາດລຶບລ້າງຄວາມທຸກຍາກຂອງປະຊາຊົນ​, ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຊັບພະ ຍາກອນມະນຸດ, ລວມເຖິງແຫຼ່ງທຶນ, ​​ເຕັກໂນໂລຊີອັນທັນສະໄໝ, ການບໍລິການທີ່ດີ, ກໍຄືເຮັໃຫ້ປະເທດຊາດກ້າວເດີນໄປຄຽງຄູ່ກັບວົງຄະນະຍາດສາກົນໄດ້ຢ່າງເຂັ້ມແຂງ.

ທ່ານຮອງນາຍົກ ທອງລຸນ ສີສຸລິດ ກ່າວວ່າ: ການເຊື່ອມໂຍງ​​ເສດຖະກິດຂອງ ສປປ ລາວ ກັບສາກົນໄດ້ເລີ່ມຕັ້ງແຕ່ມີນະໂຍບາຍປ່ຽນແປງໃໝ່ຂອງພັກເພື່ອເປີດປະຕູສູ່ການຮ່ວມມືຕ່າງປະເທດກໍຄືເປີດຮັບການລົງທືນຈາກພາຍນອກ, ເພື່ອສ້າງເງື່ອນໄຂໃຫ້ປະເທດໄດ້ມີການພົວພັນຮ່ວມມືກັບຕ່າງປະເທດໃນດ້ານການຄ້າ, ການລົງທຶນດີຂຶ້ນເທື່ອລະກ້າວ, ຂະນະທີ່ເສັ້ນທາງກ້າວເດີນຂອງອາຊຽນແມ່ນຕ້ອງ​​ໄປ​​ຕາມວິ​​ໃສທັດແລະເປົ້າໝາຍຂອງອາຊຽນກໍຄືການກ້າວໄປສູ່ເສດຖະກິດທີ່ເປັນໜຶ່ງດຽວ.

No comments:

Post a Comment