Ad

Ad

2 December 2015

ເປີດ​ການ​ຜະລິດ​ກະ​ແສ​ໄຟຟ້າ​ເຄື່ອງ​ຈັກ​ໜ່ວຍ​ທີ 1 ຂອງ​ໂຄງການ​ເຂື່ອນ​ນ້ຳອູ 2 ​ເພື່ອ​ຕ້ອນຮັບ​ວັນຊາດ​ທີ 2 ທັນວາ​ຄົບຮອບ 40 ປີ


ພິທີເປີດການຜະລິດກະແສໄຟຟ້າເຄື່ອງຈັກໜ່ວຍທີ1 ຂອງໂຄງການກໍ່ສ້າງເຂື່ອນນໍ້າອູ 2 ທີ່ແຂວງຫລວງພະບາງ, ໄດ້ຈັດຂຶ້ນໃນວັນທີ 29 ພະຈິກຜ່ານມາ, ເພື່ອຕ້ອນຮັບກາສະເຫລີມສະ ຫລອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ ( 2 ທັນວາ 1975-2 ທັນວາ 2015), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ມີທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າແຂວງຫລວງພະບາງ, ທູດຈີນປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ດຣ ຄໍາມະນີ ອິນທິລາດ ໃຫ້ຮູ້ວ່າ: ພິທີອັນມີຄວາມໝາຍສໍາຄັນນີ້ໄດ້ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດພວມກະ ກຽມໃຫ້ແກ່ການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີໃຫ້ມີບັນຍາກາດຟົດຟື້ນ ແລະ ສໍາລັບໂຄງການພັດທະນາກໍ່ສ້າງເຂື່ອນໄຟຟ້າຕາມສາຍນໍ້າອູແມ່ນມີທັງໝົດ 7 ເຂື່ອນທີ່ນອນໃນແຜນແມ່ບົດການພັດທະນາລະບົບໄຟຟ້າຂອງລາວ, ໂດຍໄດ້ແບ່ງອອກຄື: ໄລຍະທີ 1 ປະກອບມີ 3 ໂຄງການຄື: ເຂື່ອນນໍ້າອູ 2 ແຂວງຫລວງພະບາງ, ນໍ້າອູ 5 ແລະ ນໍ້າອູ 6 ແຂວງຜົ່ງສາລີ, ຊຶ່ງມີກໍາລັງຕິດຕັ້ງທັງໝົດ 540 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າສະເລ່ຍໄດ້ປະມານ 2.334 ລ້ານກິໂລວັດໂມງຕໍ່ປີ ແລະ ໄລຍະທີ 2 ປະກອບມີ: ເຂື່ອນນໍ້າອູ 1,3,4 ແລະ 7, ຊຶ່ງມີກໍາລັງຕິດຕັ້ງທັງໝົດ 732 ເມກາວັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ປະມານ 2.862 ລ້ານກິໂລວັດໂມງຕໍ່ປີ, ມີມູນຄ່າການກໍ່ສ້າງທັງໝົດປະມານ 2.800 ລ້ານໂດລາສະຫະລັດ, ໂດຍແມ່ນການລົງທຶນຂອງຕ່າວປະເທດໃນຮູບແບບ(BOT) ແລະ ມີໄລຍະສໍາປະທານທັງໝົດ 29 ປີ, ເຊິ່ງໂຄງການດັ່ງກ່າວຄາດວ່າຈະໄດ້ຮັບການພັດທະນາໃນໄວໆນີ້.
ການເປີດການຜະລິດກະແສໄຟຟ້າເຄື່ອງຈັກໜ່ວຍທີ 1 ຂອງເຂື່ອນໄຟຟ້ານໍ້າອູ 2 ນີ້ແມ່ນບາດ ກ້າວເລີ່ມຕົ້ນຂອງການສະໜອງກະແສໄຟຟ້າໃຫ້ແກ່ການຊົມໃຊ້ພາຍໃນໄດ້ໃນລະດັບໜຶ່ງເພື່ອປະ ກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນເພື່ອຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຫລຸດຜ່ອນການນໍາເຂົ້າໄຟຟ້າຈາກປະເທດໃກ້ຄຽງລົງເທື່ອລະກ້າວ.

ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ກ່າວວ່າ: ສໍາລັບໂຄງການເຂື່ອນນໍ້າອູແມ່ນໄດ້ມີການກໍ່ສ້າງລະບົບສາຍສົ່ງ 230 ກິໂລໂວນ, ກວມເອົາ 3 ແຂວງຄື: ຫລວງພະບາງ, ອຸດົມໄຊ ແລະ ຜົ້ງສາລີທີ່ຈະລໍາລຽງກະແສໄຟຟ້າໄປສະໜອງໃຫ້ບັນດາແຂວງພາກເໜືອ, ກາງ ແລະ ໃຕ້ ແລະ ສົ່ງອອກຈໍາໜ່າຍໃຫ້ແກ່ຕ່າງປະເທດຈໍານວນໜຶ່ງ ແລະ ພິເສດໂຄງການດັ່ງກ່າວແມ່ນເພື່ອກະກຽມຄວາມພ້ອມພື້ນຖານໃນການສະໜອງໄຟຟ້າຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນຕໍ່ໜ້າອີກດ້ວຍ.

No comments:

Post a Comment