Ad

Ad

2 December 2015

ປະ​ທານ​ປະ​ເທດ​ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເນັ້ນ​ໃຫ້​ຜູ້ຊົງຄຸນວຸດທິເພີ່ມທະວີບົດບາດການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຫລາຍກວ່າເກົ່າ

          
ໃນໂອກາດໂອ້ລົມຕໍ່ກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ​​ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ຈູມມາລີໄຊຍະສອນໃນວັນທີ 30 ພະຈິກນີ້, ທີ່ຫໍປະຊຸມແຫ່ງຊາດ, ຊຶ່ງສະຫາຍໄດ້ເນັ້ນວ່າ: ໃນຕໍ່ໜ້ານີ້, ຂໍຮຽກຮ້ອງໃຫ້ຄະນະຜູ້ແທນຊົນເຜົ່າກໍຄືຜູ້ຊົງຄຸນວຸດທິໃນທົ່ວປະເທດຈົ່ງສືບຕໍ່ເອົາໃຈໃສ່​​ເສີມຂະຫຍາຍມູນເຊືອຄວາມສາມັກ ຄີຂອງປະຊາຊົນບັນດາເຜົ່າໃຫ້ໜັກແໜ້ນກວ່າ​​ເກົ່າຄື: (1) ​ສືບຕໍ່ເພີ່ມທະວີສ້າງຄວາມສາມັກຄີເປັນເອກະພາບປຶກແຜ່ນແລະຄວາມປອງດອງພາຍໃນຊາດພາຍໃຕ້ການນຳພາຂອງພັກ​​ເພື່ອເປັນເງື່ອນໄຂໃຫ້ແກ່ການສ້າງສາພັດທະນາປະເທດຊາດແລະຄວາມສະຫງົບຂອງສັງຄົມ, ຊຶ່ງບັນດາຜູ້ຊົງຄຸນວຸດທິແຕ່ລະຂົງເຂດປຽບເໝືອຄັນທຸງເຕົ້າໂຮມຄວາມສາມັກຄີໃນເຊື້ອເຜົ່າວົງຕະກຸນ, ຊຸມຊົນແລະ ອົງການຂອງຕົນ, ​ທັງເປັນພື້ນຖານໃຫ້ແກ່ການເຕົ້າໂຮມຄວາມສາມັກຄີຊົນເຜົ່າ, ສາສະໜາແລະຊັ້ນຄົນໃນທົ່ວສັງຄົມ. (2) ກຽມພ້ອມສູ່ບາດລ້ຽວໃໝ່ໃນການພັດທະນາຕາມທິດຍືນຍົງ,​ ໂດຍສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນແລະນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ​ເຊື່ອມໂຍງກັບສາກົນແລະ ພາກພື້ນ, ຊຶ່ງຜູ້ຊົງຄຸນວຸດທິມີຄວາມສຳຄັນຫຼາຍໃນການສະໜັບສະໜູນການເຂົ້າຮ່ວມຈັດຕັ້ງປະຕິບັດນະໂຍບາຍລວມຂອງພັກ-ລັດ, ​ໂດຍສະເພາະແມ່ນການໂຄສະນາ, ຊຸກຍູ້ປຸກລະດົມປະຊາຊົນບັນດາເຜົ່າຫັນປ່ຽນແບບແຜນການດຳລົງຊີວິດ, ວິທີການທຳມາຫາກິນຕິດພັນກັບວິທະຍາສາດ​, ວິທະຍາການອັນໃໝ່​, ປົກປັກຮັກສາສິ່ງແວດລ້ອມ, ປັງປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ.(3) ​ປົກປັກຮັກສາແລະເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດແລະ ຂອງເຜົ່າຕິດພັນກັບການຍົກລະດັບການສຶກສາແລະ ການພັດທະ ນາຊັບພະຍາກອນມະນຸດ, ​​ໂດຍສະເພາະແມ່ນໃນຂົງເຂດຊົນນະບົດ, ຊົນເຜົ່າ, ຊຶ່ງຜູ້ຊົງຄຸນວຸດທິຈາກ​​ເຂດແຂວງ,​ ເຜົ່າຊົນແລະຊັ້ນຄົນຕ່າງໆລ້ວນແຕ່ມີບົດບາດ​​ສຳຄັນໃນພາລະກິດອະນຸລັກຮັກສາແລະເສີມຂະຫຍາຍວັດທະນະທຳຂອງຊາດແລະ ຂອງເຜົ່າ, ພ້ອມກັນນັ້ນ, ກໍຍັງເປັນ​​ເໝືອນທຶນຮອນແລະແບບຢ່າງໃນການປຸກລະດົມຄວາມຕື່ນຕົວແລະ ຄວາມກະຕືລືລົ້ນຂອງລູກຫຼານໃນບັນດາເຜົ່າໃຫ້ເອົາໃຈໃສ່ຮ່ຳຮຽນ, ພັດທະນາຍົກລະດັບການສຶກສາ, ການປະກອບອາຊີບຕາມແບບຢ່າງທີ່ດີເດັ່ນຂອງພວກທ່ານ.(4) ສືບຕໍ່ເພີ່ມທະວີການແກ້ໄຂບັນຫາຫຍໍ້ທໍ້ຕ່າງໆເຊັ່ນ: ຢາເສບຕິດ, ການຄ້າຂາຍຜິດການໝາຍ, ການຄ້າມະນຸດ, ຄວາມບໍ່ປອດ​​ໄພໃນຊີວິດແລະ ຊັບສິນຂອງປະຊາຊົນແລະບັນຫາອາດຊະຍາກຳອື່ນໆ, ຊຶ່ງບັນດາຜູ້ຊົງຄຸນວຸດທິຄືຜູ້ຮັກສາບົດບາດອັນໂດດເດັ່ນໃນການສຶກສາອົບ
ຮົມ, ການໃຫ້ຄຳປຶກສາຫາລື​ ​ແລະເຂົ້າຮ່ວມໃນການ​​​ໄກ່ເກ່ຍຂໍ້ຂັດແຍ່ງຫຼືຄະດີຕ່າງໆຢູ່ຮາກຖານ. (5)​ເອົາໃຈໃສ່ວຽກງານສ້າງບ້ານພັດທະນາຕິດພັນກັບການກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງຕາມທິດ 3 ສ້າງ, ຊຶ່ງຜູ້ຊົງຄຸນວຸດທິ, ນັບທັງຜູ້ເຖົ້າຜູ້​​ແກ່ທີ່ມີບົດບາດຢູ່ບ້ານແລະ ຊຸມຊົນ, ອະດີດພະນັກງານອາວຸໂສບຳນານ​, ຜູ້ທີ່ເຄື່ອນໄຫວທາງສັງຄົມ, ຈົນຮອດຜູ້ປະກອບການຕ່າງໆໃນວຽກທີ່ກ່າວມານັ້ນລ້ວນແຕ່ເປັນປັດໄຈສຳຄັນເພື່ອສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາອັນແທ້ຈິງຕາມຈິດໃຈ​ 3 ສ້າງ. (6) ສ້າງລັດທີ່ປົກຄອງດ້ວຍກົດໝາຍແລະ ຮັບປະກັນຄວາມຍຸດຕິທຳໃນສັງຄົມ, ນີ້​​ເປັນບັນຫາທີ່ສຳຄັນຕິດພັນກັບການປັບປຸງລະບົບການຈັດຕັ້ງລັດປັບປຸງລັດຖະທຳມະນູນສະບົບປີ 2003 ທີ່ກຳລັງດຳເນີນຢູ່ ແລະ ເຊື້ອໝັ້ນວ່າຜູ້ຊົງຄຸນວຸດທິທັງຫຼາຍຈະເປັ້ນເຈົ້າການເຂົ້າຮ່ວການຈັດ ຕັ້ງຕ່າງໆ​, ທັງປະກອບຄຳຄິດເຫັນ​, ຕິດຕາມຊຸກຍູ້ການປະຕິບັດໜ້າທີ່ຕາມກົດໝາຍຂອງອົງການຈັດຕັ້ງຕ່າງໆຢ່າງເຂັ້ມງວດ.

ໃນຕອນບ່າຍຂອງມື້ດຽວກັນຄະນະຜູ້ແທນຜູ້ຊົງຄຸນວຸດທິໄດ້ໄປຢຽມຊົມເຂດເສດຖະກິດສະເພາະບຶງທາດຫຼວງ, ຊຶ່ງເປັນໂຄງການພັດທະນາຂະໜາດໃຫຍ່ເຂດໜຶ່ງທີ່ມີຄວາມໂດດເດັ່ນຢູ່ນະຄອນ ຫຼວງວຽງຈັນທີ່ພວມເລັ່ງດຳເນີນການກໍ່ສ້າງໃນປັດຈຸບັນ.

No comments:

Post a Comment