Ad

Ad

24 May 2016

ລົດ​ປິ້ນ ຢູ່​ບ້ານ​ນາ​ດີ ສົ່ງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ 1 ຄົນ

          ​ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ຄ້າຍແລງຂອງວັນທີ 22 ພຶດສະພານີ້, ​ໄດ້​​ເກີດເຫດລົດຮຸນ​​ໄດພິກ​​ປິ້ນ​, ຢູ່​​ເຂດບ້ານນາດີ (​ເສັ້ນທາງ 13 ​ເໜືອ) ​ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ, ​ຍ້ອນຂັບຂີ່ໄວເກີນຂອບເຂດ ສົ່ງຜົນໃຫ້ຜູ້​​ທີ່ນັ່ງມາໃນລົດຄັນດັ່ງກ່າວ ​ ​ບາດເຈັບ 3 ຄົນແລະເສຍຊີວິດ 1 ຄົນຄື: ທ້າວ ລົກນັດ ອາຍຸ 35 ປີ, ພັກເຊົາຢູ່ບ້ານພັດທະນາ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ອຸປະຕິເຫດທີ່ເກີດຂຶ້ນ ແມ່ນຈາກການຂັບຂີ່ລົດໂດຍປະໝາດ, ບໍ່ປະຕິ ບັດລະບຽບຈະລາຈອນຄື: ຂັບລົດໄວ ແລະ ເສັ້ນທາງບາງສາຍ ມີສະພາບເປ່ເພເປັນບວກ, ​ເປັນຂຸມ, ບາງບ່ອນມີສິ່ງກີດຂວາງການສັນຈອນ ແລະ ນັກຂັບຂີ່ຈຳນວນໜຶ່ງ ດື່ມສິ່ງມືນເມົາແລ້ວຂັບຂີ່ເປັນສວນໃຫຍ່. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ນັກຂັບຂີ່ ຕ້ອງເອົາໃຈ
ໃສ່ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດແລະເບື້ອງເຈົ້າໜ້າທີ່ ກໍຕ້ອງເອົາໃຈໃສ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມໂຮງຮຽນ, ​ໂຮງງານ, ບໍລິສັດ, ຫ້າງຮ້ານຕ່າງໆເພື່ອເປັນການເຕືອນສະຕິສັງຄົມໃຫ້ເປັນເຈົ້າການຊ່ວຍຫລຸດຜ່ອນອຸປະຕິເຫດບົນທ້ອງຖະໜົນໃຫ້ມີຜົນ.

No comments:

Post a Comment