Ad

Ad

24 May 2016

ໂຮງສາຍ​ຮູບ​ເງົາ​ໄອ​ເຕັກ​ມໍ ​ເປີດ​ໃຫ້​ບໍລິການ​​ແລ້ວ

          ໃນຕອນຄ່ຳຂອງວັນທີ 18 ພຶດສະພາຜ່ານມານີ້, ຢູ່ສູນການຄ້າລາວ-​ໄອເຕັກມໍ, ​ໄດ້ເປີດ​​ໂຮງສາຍຮູບເງົາ ຮອບປະຖົມມະລຶກ, ​ໂດຍມີມວນຊົນເຂົ້າຮ່ວມຊົມເປັນຈຳນວນຫລາຍ.     

​          ໂຮງສາຍຮູບເງົາໄອເຕັມມໍ ມີທັງໝົດ 4 ​ໂຮງ, ​ໃນນັ້ນ 3 ​ໂຮງເປັນໂຮງທຳມະດາແລະ 1 ​ໂຮງເປັນໂຮງພິເສດ (VIP), ​ມາຮອດປັດຈຸບັນໄດ້ສ້າງສຳເລັດໄປ​​ແລ້ວ 80% ​​ແລະໄດ້ເປີດ​​ໃຫ້ບໍລິ ການ 2 ​ໂຮງ, ​ເຊິ່ງທຸກໆ​​ໂຮງມີແສງສີສຽງທີ່ຊັດເຈນແລະ ຄົມຊັດໄດ້ມາດຕະຖານ, ​​ຈະເຮັດໃຫ້ຜູ້ທີ່ເຂົ້າຊົມໄດ້ຮັບຄວາມບັນເທີເຕັມຮູບແບບ, ທັງເປັນບ່ອນຜ່ອນຄາຍອາລົມຈາກການເຮັດວຽກ​, ພ້ອມນີ້ໂຮງສາຍຮູບເງົາດັ່ງກ່າວ ຍັງເປັນສະຖານທີ່ແຈ້ງເກີດຮູບເງົາຂອງລາວເພື່ອໃຫ້ສັງຄົມແລະ ຕ່າງປະເທດຮັບຮູ້ວັດທະນະທຳແລະ ຄວາມເປັນລາວຫລາຍຂຶ້ນ.

No comments:

Post a Comment