Ad

Ad

23 May 2016

ອາຊຽນ-ລັດເຊຍ ຮ່ວມສະເຫລີມສະຫລອງວັນສ້າງຕັ້ງການພົວພັນສອງຝ່າຍຄົບຮອບ 20 ປີທີ່ເມືອງໂຊຈິ


        ກອງປະຊຸມສຸດຍອດເພື່ອສະ ເຫລີມສະຫລອງວັນສ້າງຕັ້ງການພົວພັນ ອາຊຽນ-ລັດເຊຍ ຄົບ ຮອບ 20 ປີ ໄດ້ມີຂຶ້ນໃນວັນທີ 19-20 ພຶດສະພານີ້ ທີ່ເມືອງໂຊຈິ, ສະຫະພັນລັດເຊຍ.
ໃນຖານະທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນໃນປີ 2016, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກັບທ່ານ ປູຕິນ ປະທານາທິບໍດີສະຫະພັນ ລັດເຊຍ ໃນກອງປະ ຊຸມສຸດຍອດສະເຫລີມສະຫລອງວັນສ້າງຕັ້ງການພົວພັນດັ່ງກ່າວ ໂດຍມີຜູ້ນຳ ແລະ ຄະນະຜູ້ແທນຂັ້ນສູງຈາກບັນດາປະເທດອາຊຽນ ແລະ ລັດເຊຍ ເຂົ້າຮ່ວມເປັນຈຳນວນຫລາຍ.

          ໃນກອງປະຊຸມສຸດຍອດສະເຫຼີມສະຫຼອງຄັ້ງນີ້, ບັນດາຜູ້ນຳອາຊຽນ ແລະ ລັດເຊຍ ໄດ້ທົບທວນຄືນການພົວພັນ ແລະ ຮ່ວມມື ລະຫວ່າງ ອາຊຽນ ແລະ ລັດເຊຍ ຕະລອດໄລຍະ 20 ປີ ນັບຕັ້ງແຕ່ໄດ້ ສ້າງຕັ້ງການພົວພັນໃນຖານະຄູ່ຮ່ວມເຈລະຈາໃນປີ 1996 ເປັນຕົ້ນມາ, ຊຶ່ງເຫັນວ່າໄດ້ຮັບການເສີມຂະ ຫຍາຍເປັນກ້າວໆມາຢ່າງໜ້າເພິ່ງພໍໃຈ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ.
          ຜູ້ນຳອາຊຽນ ແລະ ລັດເຊຍ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ລະຫວ່າງອາຊຽນ ແລະ ລັດເຊຍ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງລັດເຊຍໃນທຸກກົນໄກການຮ່ວມມືທີ່ອາຊຽນເປັນຜູ້ລິເລີ່ມ ເຊັ່ນ: ອາຊຽນບວກໜຶ່ງກັບລັດເຊຍ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີພາກພື້ນອາຊຽນ, ອັນໄດ້ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ອາຊຽນ ແລະ ລັດເຊຍ ພ້ອມທັງປະກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ. ໃນດ້ານເສດຖະກິດ, ບັນດາຜູ້ນຳເຫັນວ່າ ອາຊຽນ ແລະ ລັດເຊຍ ຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງ ເພື່ອຮັດແໜ້ນການຮ່ວມມືດ້ານເສດຖະ ກິດໃນຕໍ່ໜ້າ ໂດຍສະເພາະແມ່ນ ກາລະໂອກາດຈາກປະຊາຄົມເສດຖະກິດອາຊຽນ. ຜູ້ນຳອາຊຽນ ແລະ ລັດເຊຍ ຍັງໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການຮ່ວມມືດ້ານວັດທະນະທຳ-ສັງຄົມ ແລະ ໄດ້ສະແດງຄວາມຍິນດີຕໍ່ການກຳນົດເອົາປີ 2016 ເປັນປີ ວັດທະນະທໍາ ອາຊຽນ-ລັດເຊຍ ແລະ ເຫັນດີໃຫ້ເຈົ້າໜ້າທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຕ່າງໆທີ່ໄດ້ເຫັນດີນຳກັນ ແນໃສ່ສົ່ງເສີມການຮ່ວມມືດ້ານວັດທະນະທຳ ກໍຄື ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ລະຫວ່າງ ອາຊຽນ ແລະ ລັດເຊຍ ໃຫ້ນັບມື້ນັບຫຼາຍຂຶ້ນ.
          ບັນດາຜູ້ນຳອາຊຽນ ແລະ ລັດເຊຍ ເຫັນວ່າ ກອງປະຊຸມສຸດຍອດ ສະເຫຼີມສະຫຼອງການເປັນຄູ່ຮ່ວມ ອາຊຽນ-ລັດເຊຍ ຄົບຮອບ 20 ປີ ຄັ້ງນີ້ ເປັນຂີດໝາຍອັນສໍາຄັນທາງປະຫວັດສາດ ໃນການພົວພັນອາຊຽນ-ລັດເຊຍ ແລະ ເປັນໂອກາດອັນດີໃຫ້ສອງຝ່າຍໄດ້ປຶກສາຫາລື ເພື່ອວາງທິດທາງໃນການຮັດແໜ້ນການຮ່ວມມື ເພື່ອກ້າວໄປສູ່ການຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມຍຸດທະສາດໃນຕໍ່ໜ້າ. ໃນໂອກາດນີ້, ຜູ້ນໍາສອງຝ່າຍເຫັນດີຮັບຮອງເອົາ ຖະແຫຼງການໂຊຈິ ວ່າດ້ວຍການສະເຫຼີມ ສະ ຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ ເພື່ອກ້າວຂຶ້ນສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຜົນປະໂຫຍດຮ່ວມກັນ. ພ້ອມກັນນັ້ນ ກໍ່ໄດ້ຮັບຊາບ ແຜນປະຕິບັດງານສໍາລັບການຮ່ວມມື ອາຊຽນ-ລັດເຊຍ ໃນໄລຍະປີ 2016-2020 ແລະ ບົດລາຍງານຂອງ ໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ລັດເຊຍ ທີ່ປະກອບດ້ວຍຂໍ້ສະເໜີແນະຕ່າງໆ ເພື່ອຮັດແໜ້ນການຮ່ວມມືອາຊຽນ-ລັດເຊຍ.  ບັນດາເອກະສານຜົນຂອງກອງປະຊຸມສຸດຍອດຄັ້ງນີ້ ຈະເປັນພື້ນຖານອັນສຳຄັນໃນການ ກຳນົດທິດທາງຍຸດທະສາດ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ລັດເຊຍ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນໃນອະນາຄົດ.
          ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ແລະ ລັດເຊຍ ຍັງໄດ້ພົບປະກັບພາກທຸລະກິດຈາກບັນດາປະເທດອາຊຽນ ແລະ ລັດເຊຍ, ພົບປະກັບຜູ້ຕາງໜ້າຈາກອົງການຮ່ວມມືທາງດ້ານເສດຖະກິດ ຍູຣາເຊຍ ແລະ ອົງການຮ່ວມມືຊຽງໄຮ້ ເພື່ອຊອກຫາໂອກາດໃນການຮ່ວມມືໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງອາຊຽນ ແລະ ລັດເຊຍ ກໍຄືຜົນປະໂຫຍດລວມຂອງພາກພື້ນ ແລະ ໃນໂລກ.
ໃນໄລຍະເຂົ້າຮ່ວມກອງປະຊຸມ ຢູ່ ໂຊຈິ, ທ່ານ ນາຍົກ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານປະທານາທິບໍດີ ປູຕິນ ແຫ່ງ ສະຫະພັນ ລັດເຊຍ, ໃນນັ້ນໄດ້ປຶກສາຫາລື ກ່ຽວກັບທິດທາງຮັດແໜ້ນການຮ່ວມມືໃນຂອບສອງຝ່າຍ ກໍ່ຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນຕ່າງໆ.

ນອກຈາກການເປັນປະທານໝູນວຽນອາຊຽນ ໃນປີ 2016, ສປປ ລາວ ຍັງໄດ້ຮັບໜ້າທີ່ເປັນປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ລັດເຊຍ ໃນໄລຍະປີ 3 ປີ ນັບແຕ່ປີ 2015 ຫາ 2018 ອີກດ້ວຍ. 

No comments:

Post a Comment