Ad

Ad

23 May 2016

ຈີນມອບອຸປະກອນປາບຕັກແຕນໃຫ້ລາວມູນຄ່າຫລາຍກວ່າ 2 ລ້ານຢວນ

          ພິທີມອບ-ຮັບອຸປະກອນປາບຕັກແຕນ ຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ, ເຊິ່ງປະກອບມີ: ບັ້ງສິດຢາປາບສັດຕູພືດ, ຈັກສິດຢາດ້ວຍລະບົບອັດແຮງສູງ ແລະ ຢາປາບສັດຕູພືດ ລວມມູນຄ່າຫລາຍກວ່າ 2 ລ້ານຢວນ (ສະກູນເງິນຈີນ), ໄດ້ມີຂຶ້ນໃນວັນທີ 20 ພຶດສະພານີ້, ຢູ່ກະຊວງກະສິກຳ ແລະ ປ່າໄມ້ ລະຫວ່າງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳລາວ, ມີບັນດາເຈົ້າໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານຮອງຫົວໜ້າກົມປູກຝັງ ຄຳຕັນ ທາດາວົງ ໄດ້ລາຍງານວ່າ: ພາຍຫລັງເກີດມີສະພາບການລະບາດຂອງຕັກແຕນຢູ່ບັນດາແຂວງພາກເໜືອຂອງລາວ ນັບແຕ່ທ້າຍປີ 2014ເປັນຕົ້ນມາ
ໄດ້ເຮັດໃຫ້ຜົນລະປູກຂອງປະຊາຊົນໄດ້ຮັບຄວາມເສຍຫາເປັນຈຳນວນຫລວງຫລາຍ, ດັ່ງນັ້ນ ລັດຖະບານລາວ ໄດ້ຂໍຄວາມຊ່ວຍເຫລືອຈາກ ສປ.ຈີນ ສຳລັບດ້ານວິຊາການ ແລະ ວັດຖຸອຸປະກອນຈຳເປັນ, ເພື່ອນຳມາປາບຕັກແຕນໃຫ້ໝົດໄປ. ໃນຂະນະດຽວກັນ ລັດຖະບານຈີນ ກໍໄດ້ຕົກລົງໃຫ້ການຊ່ວຍເຫລືອເປັນການດ່ວນ ພ້ອມ ສົ່ງຊ່ຽວຊານ ແລະ ວິຊາການກ່ຽວຂ້ອງຈາກໜ່ວຍງານປ້ອງກັນພືດ ແຂວງສິບສອງພັນນາ ມາສຳຫລວດ ແລະ ປະເມີນຜົນການລະບາດຕົວຈິງຢູ່ພາກສະໜາມໃນເຂດມີການລະ ບາດຂອງຕັກແຕນ ແລະ ໄດ້ຈັດສົ່ົງເຄື່ອງມື ພ້ອມຢາປາບສັດຕູພືດທີ່ຈຳເປັນເຊັ່ນ: ບັ້ງສີດຢາປາບສັດຕູພືດ ຈຳນວນ 150 ຊຸດ, ຈັກສີດຢາດ້ວຍລະບົບອັດແຮງສູງ ຈຳ ນວນ 6 ຊຸດ ແລະ ຢາປາບສັດຕູພືດ 10 ໂຕນ ແລະ ລັດຖະບານຈີນ ໄດ້ມອບໃຫ້ເພີ່ມອີກເຊັ່ນ: ບັ້ງສີດຢາປາບສັດຕູພືດ 200 ຊຸດ, ຈັກສີດຢາດ້ວຍລະບົບອັດແຮງສູງ 5 ຊຸດ ແລະ ຢາປາບສັດຕູພືດ 18 ໂຕນ ເພື່ອໃຫ້ການຈັດຕັ້ງປະຕິບັດປາບປາມຕັກແຕນປະສົບຜົນສຳເລັດ ແລະ ທ່ວງທັນເວລາ.

No comments:

Post a Comment