Ad

Ad

23 May 2016

ຮອງປະທານປະເທດເນັ້ນການນຳແຂວງຫົວພັນສືບຕໍ່ພັດທະນາແຂວງໄປຕາມທິດ 4 ບຸກທະລຸ

          ໃນໂອກາດເດີນທາງໄປຮ່ວມງານສະເຫລີມສະຫລອງ ວັນສ້າງຕັ້ງສວນແກ້ວຫລັກເມືອງ ຄົບ ຮອບ 8 ປີ (17 ພຶດສະພາ 2008 -17 ພຶດສະພາ 2016) ໃນທ້າຍອາທິດຜ່ານມາ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະ ໂອ້ລົມພະນັກງານການນຳຫລັກແຫລ່ງແຂວງຫົວພັນ ໂດຍທ່ານໄດ້ເນັ້ນໃຫ້ສືບຕໍ່ພັດທະນາແຂວງໃຫ້ໄປຕາມທິດ 4 ບຸກທະລຸ ແລະ ເອົາໃຈໃສ່ຜັນຂະຫຍາຍເນື້ອໃນມະຕິ 10 ຂອງພັກໃຫ້ປາກົດຜົນເປັນຈິງ, ພ້ອມທັງຮຽກຮ້ອງໃຫ້ຄະ ນະພັກ, ອຳນາດການ ປົກຄອງທຸກຂັ້ນຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນເປັນຈິດໜຶ່ງໃຈດຽວ ແລະ ເປັນເຈົ້າການພັດທະນາຕົນເອງ ໄປພ້ອມໆກັບການອະນຸລັກຮັກສາທຳມະຊາດ, ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ.


          ໃນໂອກາດດຽວກັນ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ກໍໄດ້ລາຍງານສະພາບ ລວມ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ມະຕິ 10 ຂອງສູນກາງພັກ, ໂດຍຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາແຂວງສາມາດຮັບປະກັນຄວາມມີສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄຟ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8-9%, ສະເລ່ຍລາຍຮັບຂອງພົນລະເມືອງແຂວງຜູ້ໜຶ່ງບັນລຸໄດ້ 864 ໂດລາສະ ຫະລັດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງເຫລືອ 22,16% ຂອງຄອບຄົວທັງໝົດໃນທົ່ວແຂວງ, ຊຶ່ງເປັນວຽກອັນໜັກໜ່ວງທີ່ແຂວງຫົວພັນຈະຕ້ອງໄດ້ສຸມໃສ່ເຮັດໃຫ້ສຳເລັດ.

No comments:

Post a Comment