Ad

Ad

23 May 2016

ກະຊວງສາທາລະນະສຸກທົບທວນການຈັດຕັ້ງປະຕິບັດສົນທິສັນຍາສາກົນ ແລະ ກົດໝາຍວ່າ ດ້ວຍການຄວບຄຸມຢາສູບ


          ໃນວັນທີ 20 ພຶດສະພານີ້, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມທົບທວນຈັດຕັ້ງປະຕິ ບັດສົນທິສັນຍາສາກົນ ແລະ ກົດ ໝາຍວ່າດ້ວຍການຄວບຄຸມຢາສູບ ຂຶ້ນທີ່ນະຄອນຫລວງວຽງຈັນ, ເພື່ອເຫັນໄດ້ເຖິງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕະຫລອດໄລຍະ 10 ປີ ຜ່ານມາ, ໂດຍມີທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ, ມີຜູ້ຕາງໜ້າອົງ ການອະນາໄມໂລກ ແລະ ໜ່ວຍງານກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.

          ທ່ານ ຄໍາພອນ ພຸດທະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈະໄດ້ສະຫລຸບຕີລາຄາ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆໃນການຄວບຄຸມຢາສູບຢູ່ປະເທດເຮົາທີ່ຈະທີ່ຕ້ອງໄດ້ປັບປຸງແກ້ໄຂ ລວມທັງການ
ແລກປ່ຽນວຽກງານທີ່ປິ່ນອ້ອມອື່ນໆອີກ. ວຽກງານຄວບຄຸມຢາສູບແມ່ນວຽກງານກັນພະ ຍາດ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະແມ່ນການກັນພະຍາດຕິດຕໍ່ ເຊັ່ນ: ພະຍາດອຸຸປະຕິເຫດເສັ້ນເລືອດໃນສະໜອງ ຕີບ, ຕັນ, ແຕກ, ພະຍາດລະ ບົບຫາຍໃຈອັດຕັນຊໍາເຮື້ອ ແລະ ມະເຮັງປອດ ເຊິ່ງຜ່ານມາເຮົາຍັງໃຫ້ຄວາມສໍາຄັນໜ້ອຍ ແລະ ຖືເບົາ ທັງທີ່ວຽກງານຄວບຄຸມຢາສູບ ກໍແມ່ນໜຶ່ງໃນບູລິມະສິດຂອງຂະແໜງການສາທາລະນະສຸກ, ເຊິ່ງມັນສະແດງອອກ ເຖິງການປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ, ການປົກປ້ອງສຸຂະພາບຂອງຜູ້ບໍ່ສູບຢາ, ເຂດປອດຄວັນຢາສູບ, ການແນະນໍາໃນການອອກຢາສູບ, ການເຕືອນກ່ຽວກັບອັນຕະລາຍຂອງການສູບຢາ, ການບັງຄັບໃຊ້ການຫ້າມໂຄສະນາ ແລະ ການຂຶ້ນອາກອນຢາສູບໃຫ້ສູງຂຶ້ນ.

No comments:

Post a Comment