Ad

Ad

23 May 2016

ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຈະຮັບຮອງເອົາເອກະສານສຳຄັນ 2 ສະບັບ

          ກອງປະຊຸມ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ເຊິ່ງຈະມີຂຶ້ນ ທີ່ແຂວງຫລວງພະບາງໃນຕົ້ນເດືອນໜ້ານີ້ ຈະມີການພິຈາລະນາ ແລະ ຮັບຮອງເອົາເອກະສານສຳຄັນ 2 ສະ ບັບ ຄື: ຖະແຫລງການວຽງຈັນ ວ່າດ້ວຍການຫັນຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະ ບົບ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ ເຊິ່ງເປັນຂໍ້ລິເລີ່ມຂອງສປປ ລາວ ແລະ ຖະ ແຫລງການວຽງຈັນວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ທາງດ້ານມໍລະດົກວັດທະນະທຳໃນອາຊຽນ.
          ທ່ານ ປິ່ນປາຖາໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກອາຊຽນ ຍັງຈະພ້ອມກັນປຶກສາຫາລືຫາວິທີທາງ ແລະ ມາດຕະການແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ກໍຄື ການຜັນຂະຫຍາຍ
ແຜ່ນແມ່ບົດຂອງເສົາຄ້ຳ ຮອດປີ 2025 ໃຫ້ບັນລຸເປົ້າໝາຍທີ່ອາຊຽນກຳນົດໄວ້ ໂດຍສະເພາະແມ່ນວິໄສທັດຂອງອາຊຽນ 2025. ເພື່ອຮັບປະກັນວ່າ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຕ້ອງເປັນປະຊາຄົມທີ່ມີການພົວພັນກັບປະຊາຊົນ, ມີຄວາມກົມກຽວ, ເປີດກວ້າງ, ໂອບເອື້ອອາລີສາມັກຄີປອງດອງ ແລະ ນຳຜົນປະໂຫຍດມາສູ່ປະຊາຊົນ, ທັງເປັນປະຊາຄົມທີ່ເຂັ້ມແຂງຍືນຍົງ ແລະ ເປັນທີ່ເພິ່ງພາຕົນເອງໄດ້.
          ກອງປະຊຸມ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແມ່ນກອງປະຊຸມໜຶ່ງ ທີ່ສຳຄັນໃນ 3 ເສົາຄ້ຳ ທີ່ຈະໄດ້ຈັດຂຶ້ນ 2 ຮອບ ໃນໄລຍະເປັນປະທານອາຊຽນ ເຊິ່ງແມ່ນລະດັບລັດຖະມົນຕີຂອງຂະແໜງການໃດໜຶ່ງໃນບັນດາປະເທດສະມາຊິກອາຊຽນ ເປັນຕົວແທນໃຫ້ບັນດາຂະແໜງ ການກ່ຽວຂ້ອງພາຍໃຕ້ເສົາຄ້ຳດັ່ງກ່າວ ທີ່ກວມ 14 ຂະແໜງການ ຄື: ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ການສຶກສາ ແລະ ກິລາ, ສິ່ງແວດລ້ອມ, ຄຸ້ມຄອງໄພພິບັດ, ສາທາລະນະສຸກ, ແຮງງານ ແລະ ສະ ຫວັດດີການສັງຄົມ, ແມ່ຍິງ, ການລຶບລ້າງຄວາມທຸກຍາກ, ຊາວໜຸ່ມ ແລະ ວິທະຍາສາດ-ເຕັກໂນໂລຊີ.

          ຕາມກົດບັດອາຊຽນ ກໍຄື ຄຳໝາຍໝັ້ນຂອງບັນດາຜູ້ນຳອາຊຽນ ແມ່ນໄດ້ກຳນົດໄວ້ຢ່າງລະ ອຽດຊັດເຈນວ່າ: ປະຊາຄົມອາຊຽນແມ່ນປະກອບດ້ວຍ 3 ເສົາຄ້ຳ ຄື: ການເມືອງຄວາມໝັ້ນຄົງ, ວັດທະນະ ທຳ-ສັງຄົມ ແລະ ເສົາຄ້ຳທາງເສດຖະກິດ. ເຊິ່ງປະເທດທີ່ໄດ້ຮັບຮອບວຽນເປັນປະທານອາຊຽນ ຕາມລຳ ດັບຕົວອັກສອນພາສາອັງກິດ ຕ້ອງເປັນເຈົ້າການຈັດກອງປະຊຸມທັງ 3 ເສົາຄ້ຳ ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ.

No comments:

Post a Comment