Ad

Ad

18 July 2014

ບປລ ມອບເງິນທົດແທນໃຫ້ຊາວຄ້າຂາຍຈາກເຫດໄຟໄຫມ້ຕະຫລາດທົ່ງຂັນຄຳ



    ໃນວັນທີ 17 ກໍລະກົດນີ້, ທ່ານ ຫໍລະດີ ວໍລະລາດ ຮອງອຳນວຍການບໍລິສັດ ອາລີອັນ ປະກັນໄພ ລາວ (ບປລ) ໄດ້ມອບ ເງິນທົດແທນຈຳນວນ 1.269 ລ້ານກີບ ໃຫ້ກັບຊາວຄ້າຂາຍ 21 ຮ້ານທີ່ໄດ້ຮັບຜົນເສຍຫາຍຈາກເຫດໄຟໄໝ້ຕະຫລາດ ທົ່ງ ຂັນຄຳເມື່ອວັນທີ 26 ມີນາ 2014  ເຊິ່ງຊາວຄ້າຂາຍ ທີ່ໄດ້ຮັບເງິນດັ່ງກ່າວນີ້ ແມ່ນ ລູກຄ້າເຮັດປະກັນໄພກັບບໍລິສັດ.
     ຕະຫລາດທົ່ງຂັນຄຳສ້າງ ຂຶ້ນໃນປີ 1990 ເປັນຕະຫລາດ ໃຫຍ່ເກົ່າແກ່ແຫ່ງໜຶ່ງ ຂອງນະຄອນຫລວງວຽງຈັນ, ມີຮ້ານ ຂອງຊາວຄ້າຂາຍທັງໝົດ 381 ຮ້ານ, ຕົກມາຮອດເວລາ 17:00 ໂມງຂອງວັນທີ 26 ມີນາ 2014 ໄດ້ເກີດໄຟໃໝ້ຕະຫລາດ ດັ່ງກ່າວຢ່າງຮຸນແຮງ, ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ວັດຖຸ ແລະ ຊັບສີນຂອງຊາວ ຄ້າຂາຍຫລາຍກວ່າ 100 ຕື້ກີບ, ສ່ວນສາເຫດຂອງໄຟໃໝ້ນັ້ນເຈົ້າໜ້າທີ່ສະກັດນັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງ ຈັນໄດ້ສະຫລຸບວ່າເກີດຈາກໄຟຟ້າລັດວົງຈອນ.

No comments:

Post a Comment