Ad

Ad

18 July 2014

ຕຳຫລວດຈັບໄວຫນຸ່ມເມົາຢາບ້າໃຊ້ປືນຍິງຂູ່ເຈົ້າຫນ້າທີ່



        ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 15 ໂມງ ຂອງວັນ ທີ 16 ກໍລະກົດນີ້ ໄດ້ເກີດເຫດໄວໜຸ່ມ ສອງຄົນເມົາຢາບ້າແລ້ວໃຊ້ປືນ ຍິງຂົ່ມຂູ່ເຈົ້າໜ້າທີ່ຈະລາຈອປະຈຳປ້ອມໜອງບຶກ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນກ່ອນຖືກເຈົ້າໜ້າທີ່ຈັບໄດ້ໜຶ່ງຄົນມາດຳເນີນຄະດີ, ສ່ວນອີກຄົນໄດ້ຫຼົບໜີ.
          ຜ່ານການສືບສວນ-ສອບສວນເບື້ອງຕົ້ນໄວໜຸ່ມທີ່ຖືກຈັບຕົວໄດ້ຮັບສາລະ ພາບ ວ່າ: ໄດ້ຮ່ວມກັບໝູ່ເສບຢາບ້າຢູ່ບ້າລາດຄວາຍ, ຈາກນັ້ນ ກໍໄດ້ຂີ່ລົດສະແມັດ ສີດຳ ໂດຍປົດປ້າຍທະບຽນອອກມາຈາກບ້ານເພື່ອຈະໄປຊອກຊີງຊັບ (ດຶງກະເປົາ) ໂດຍຂີ່ມາແຕ່ເສັ້ນທາງດົງໂດກພໍມາເຖິງປ້ອມດັ່ງກ່າວເຈົ້າໜ້າທີ່ຈະລາຈອນໄດ້ກັກລົດເພື່ອຂໍກວດເບິ່ງເອກະສານ, ແຕ່ບໍ່ມີຈຶ່ງ ໄດ້ຍຶດລົດໄວ້, ເມື່ອເປັນເຊັ່ນນັ້ນພວກກ່ຽວໄດ້ໃຊ້ປືນທີ່ຖືຕິດຕົວມາຍິງໃສ່ເຈົ້າໜ້າທີ່ເພື່ອຈະຍາດເອົາລົດຄືນ ຊຶ່ງຂະນະ ດຽວກັນເຈົ້າໜ້າທີ່ກໍໄດ້ຍິງປືນໃສ່ໄວໜຸ່ມສອງຄົນເພື່ອປ້ອງກັນໂຕ, ຈົນສາມາດຈັບໄວຫນຸ່ມໄດ້ໜຶ່ງຄົນ, ສ່ວນອີກຄົນແມ່ນ ຫຼົບໜີ, ປັດຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມມາດຳເນີນຄະດີ.

No comments:

Post a Comment