Ad

Ad

18 July 2014

ທົ່ວປະເທດປັກດຳນາປີແລ້ວ 81 ພັນກວ່າເຮັກຕາ



        ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ລົງມື ການປັກດຳນາປີມາແຕ່ກາງເດືອນມິຖຸນາ ແລະ ຮອດກາງ ເດືອນກໍລະກົດນີ້, ທົ່ວປະເທດສາມາດປັກດຳເຂົ້ານາປີໄດ້ແລ້ວ 81 ພັນກວ່າເຮັກຕາ ຫຼື ປະມານ     11% ຂອງແຜນການໃນ ນີ້ປັກດຳໄດ້ຫຼາຍກວ່າໝູ່ແມ່ນພາກກາງປະຕິບັດໄດ້ 41 ພັນກວ່າເຮັກຕາ, ພາກເໜືອ 34 ພັນກວ່າເຮັກຕາ ແລະ ພາກໃຕ້ 5 ພັນກວ່າເຮັກຕາ ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນກໍລະກົດນີ້ ຊຶ່ງເມື່ອທຽບໃສ່ປີຜ່ານມາເຫັນວ່າການປູກ ເຂົ້ານາປີປີນີ້ແມ່ນຍັງຢູ່ໃນເກນປົກກະຕິ ແລະ ນອກຈາກເຂົ້ານາປີແລ້ວການປູກເຂົ້າໄຮ່ຮອດປັດຈຸບັນສຳເລັດແລ້ວໂດຍພື້ນ ຖານ, ສ່ວນການປູກພືດລະດູຝົນກໍພວມດຳເນີນໄປຢ່າງເປັນຂະບວນຟົດຟື້ນໃນຫຼາຍທ້ອງຖິ່ນ, ຂະນະດຽວກັນຂະແໜງ ການກະສິກຳ-ປ່າໄມ້ກໍໄດ້ສະໜອງອຸປະກອນຮັບໃຊ້ການຜະລິດໃຫ້ແກ່ກະສິກອນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ພ້ອມ
ທັງຈັດສົ່ງ ວິຊາການລົງເພື່ອຊ່ວຍແນະນຳເຕັກນິກການປູກເຂົ້າ ແລະ ພືດຕ່າງໆໃຫ້ຖືກຕ້ອງຕາມເຕັກນິກວິທະຍາສາດໃໝ່, ເພື່ອເພີ່ມສະ ມັດຖະພາບການຜະລິດໃຫຫລາຍກວ່າເກົ່າ, ພ້ອມມທັງເຕືອນໃຫ້ແຕ່ລະແຂວງ, ແຕ່ລະທ້ອງຖິ່ນເອົາໃຈ ໃສ່ຕໍ່ບັນຫາສິ່ງທ້າ ທາຍທີ່ອາດຈະເກີດຂຶ້ນໃນການຜະລິດລະດູຝົນນີ້ເປັນຕົ້ນແມ່ນການຕ້ານແລ້ງ, ຕ້ານຖ້ວມເຊິ່ງປະເທດ ເຮົາເຄີຍປະສົບກັບບັນ ຫາດັ່ງກ່າວ ແລະ ເກີດຄວາມເສຍຫາຍໃຫ້ແກ່ການຜະລິດເຂົ້ານາປີຂອງກະສິກກອນມາແລ້ວ ນັບເປັນຈຳນວນບໍ່ໜ້ອຍ.

No comments:

Post a Comment