ໂດຍ : ວິເສດ ສະແຫວງສຶກສາ
ໃນອາທິດຜ່ານມາ, ຈານແຍ່ໄດ້ສະເໜີເລື່ອງຄວາມສຳຄັນ
ຂອງນາຍພາສາໃນ ຍຸກທີ່ລາວ ເຮົາພວມເຊື່ອມໂຍງເຂົ້າກັບສາ ກົນ ແລະ ພາກພື້ນ. ຄຶດວ່າຊິຢຸດພຽງ ສ່ຳນັ້ນ,
ແຕ່ກໍບັງເອີນໄດ້ ອ່ານຂ່າວວ່າ: ຫວ່າງບໍ່ດົນມານີ້ ທາງການມຽນມາໄດ້ສັ່ງໂຈະ ການພິຈາລະນາກົດໝາຍສະບັບໜຶ່ງດ້ວຍເຫດຜົນພຽງສັ້ນໆວ່າ:
“ການແປພາສາຜິດ ເຂວ”. ຟັງແລ້ວມັນສະດຸດໃຈຈານແຍ່ເພາະຢູ່ບ້ານເຮົາກໍເຄີຍມີກໍລະນີການແປເອ ກະສານ,
ຂໍ້ຕົກລົງ, ເອກະສານສັນຍາກັບຕ່າງປະເທດບໍ່ຖືກຕ້ອງຕາມຄວາມໝາຍ, ບາງຄັ້ງກໍມີການແປແບບປົກປິດເພື່ອໃຫ້ສັນຍາດັ່ງກ່າວຜ່ານການຕົກລົງ
ແລະ ກໍມີ ຫລາຍກໍລະນີທີ່ແປຄຳສັບພາສາອັງກິດບໍ່ ຈະແຈ້ງໂດຍສະເພາະແມ່ນປະໂຫຍກ ຫລື ຄຳສັບປະເພດ
“ເຊື່ອງສົ້ນ”. ເລື່ອງຈັ່ງຊີ້ ຈານແຍ່ໄດ້ຍິນເມື່ອສິບກວ່າປີຜ່ານມາ ຄິດວ່າພາກສ່ວນກ່ຽວຂ້ອງຄົງສະດຸ້ງເລື່ອງນີ້
ແລະ ມີວິທີແກ້ໄຂແລ້ວ. ຈານແຍ່ ບໍ່ມີຂໍ້ມູນວ່າການແປເອກະສານສຳຄັນແບບ ຜິດເຂວ ແລະ ຕົກຫລົ່ນຄືແນວນັ້ນ
ມັນໄດ້
ສ້າງຄວາມເສຍຫາຍຫລາຍປານໃດທາງດ້ານເສດຖະກິດ ແລະ ສັງຄົມ, ແຕ່ເຄີຍໄດ້ ຍິນວ່າ: ມີບາງໂຄງການ
ເມື່ອປະຕິບັດ ໄປແລ້ວຈຶ່ງມາສະເດືອກຮູ້ນຳຫລັງວ່າມີການແປຜິດເຂວເຮັດໃຫ້ເສຍຜົນປະໂຫຍດຂອງ ຊາດບ້ານເມືອງ.
ເພື່ອແກ້ໄຂບັນຫານີ້, ຈານແຍ່ວ່າຄວນມີລະບົບ “ແປປະຕູດຽວ” ສຳລັບເອກະສານເປັນພາສາຕ່າງປະເທດ.
ຈາກນັ້ນກໍແມ່ນການກວດກາຢ່າງເປັນ ລະບົບ. ການແປກົດໝາຍລາວຂອງພວກເຮົາເມື່ອກ່ອນນັ້ນກໍມີລັກສະນະສ່ຽງສົມ
ຄວນເພາະມີບາງພາກສ່ວນແປເອົາເອງ, ຖ້າແປພຽງເພື່ອໃຫ້ເຂົ້າໃຈເນື້ອໃນແບບລວມໆຄົງບໍ່ເປັນຫຍັງ,
ແຕ່ຖ້າແປແລ້ວນຳໄປ ໃຊ້ເປັນທາງການກໍຄົງເປັນເລື່ອງສ່ຽງ.
ຄືໄດ້ເວົ້າມາເມື່ອອາທິດແລ້ວວ່າ: ຖ້າຢາກປັບປຸງເລື່ອງການແປພາສາໃຫ້ດີພວກເຮົາກໍຕ້ອງເອົາໃຈໃສ່ບຳລຸງສ້າງນາຍພາສາ
ໃຫ້ເປັນມືອາຊີບ, ມີຖານະ ແລະ ຜົນປະໂຫຍດຕິດກັບອາຊີບນັ້ນອີຫລີ, ແຕ່ຖ້າຖືນາຍພາສາເປັນພຽງ
“ປາກ” ຫລື ເປັນພຽງ ຫຸ່ນຊື່ໆແລ້ວແນ່ນອນຈະບໍ່ມີໃຜດອກຢາກເຮັດອາຊີບນີ້. ຜົນຕາມມາກໍຄືພວກເຮົາຈະມີພຽງນາຍພາສາປະເພດ
“ຈັບຈູດ” ຫລື ນາຍພາສາ “ຈຳເປັນ” ເທົ່ານັ້ນ.
ມີອີກເລື່ອງໜຶ່ງສຳຄັນກ່ຽວກັບອາຊີບ ຫລື ຜູ້ເຮັດໜ້າທີ່ເປັນນາຍພາສາ.
ມີຫລາຍຄົນເວົ້າວ່າມັນເປັນວຽກ “ຢຽບປາກຄຸກ” ຟັງແລ້ວຄືຢາກໂພດເກີນໄປ, ແຕ່ ມັນກໍມີຄວາມຈິງບໍ່ເຊື່ອໃຫ້ອ່ານເບິ່ງໃນກົດໝາຍລາວບ່ອນທີ່ເວົ້າເຖິງການແປພາສາ.
ແຕ່ ຈະສ່ຽງຫລາຍໜ້ອຍສ່ຳໃດມັນກໍຍັງຂຶ້ນກັບຜູ້ແປວ່າມີຫລັກຈັນຍາບັນສ່ຳໃດ, ມີຄວາມຮູ້ຄວາມສາມາດສ່ຳໃດ.
ພວກເຮົາເຄີຍ ໄດ້ຍິນຂ່າວຕ່າງປະເທດເລື້ອຍໆກ່ຽວກັບການ “ແປຜິດ” ຈົນສົ່ງຜົນກະທົບຕໍ່ສາຍພົວພັນທາງການທູດໂດຍສະເພາະກໍລະນີ
ແປຄຳເວົ້າຂອງຜູ້ນຳຜິດເຂວ. ແລ້ວຜູ້ທີ່ຈະຖືກຍ່ອງກໍແມ່ນນາຍພາສານັ້ນເອງ. ອັນນີ້ ເຂົ້າໃຈງ່າຍແຕ່ກໍເຄີຍໄດ້ຍິນຄຳ
ເວົ້າເລົ່າ ລືຂານກັນວ່າ: ບາງຄັ້ງນາຍພາສາກໍຕົກເປັນ “ແພະຮັບບາບ” ຄືຕ້ອງໄດ້ຮັບໂທດເພື່ອກູ້ໜ້າຂອງຜູ້ເປັນນາຍ.
ຄືເມື່ອມີກໍລະນີ ຜິດພາດດ້ານຄຳເວົ້າຄຳປາກຢູ່ກອງປະຊຸມ ຫລື ຢູ່ໂຕະເຈລະຈາເກີດຂຶ້ນກໍມັກຈະຖິ້ມໂທດວ່າ
“ເປັນຍ້ອນນາຍພາສາ”. ວິທີນີ້ ຈານແຍ່ເຫັນວ່າເປັນທີ່ນິຍົມໃຊ້ຫລາຍ. ຈານແຍ່ເຄີຍໄດ້ຍິນຄົນລະດັບຫົວໜ້າຂັ້ນເຕີບໆເວົ້າວ່າ:
“ຖ້າບໍ່ຄັກບໍ່ແນ່ກໍຄວນໃຊ້ ນາຍພາສາແປ, ບໍ່ຄວນເວົ້າພາສາຕ່າງປະເທດເອງເພາະຢ້ານມີບັນຫາ”
ເລື່ອງນີ້ຈານແຍ່ບໍ່ຂໍວິຈານມີແຕ່ຢາກບອກວ່າ: ນີ້ຄືສ່ວນ ໜຶ່ງທີ່ເຮັດໃຫ້ຄົນບໍ່ປວດຢາກເປັນນາຍພາສາ.
ສະນັ້ນ, ການສ້າງນາຍພາສາ ໃຫ້ໄດ້ຫລາຍ ແລະ ມີຄຸນນະພາບນັ້ນ
ມັນຕ້ອງໄດ້ກໍ້ແຂນເສື້ອ ແລະ ຈ້ອນຂາໂສ້ງໃສ່ຄັກແນ່, ຕ້ອງຜ່າ ວົງລ້ອມຄອງເດີມໃນການເບິ່ງນາຍພາສາເປັນພຽງເຄື່ອງຈັກແປຊື່ໆ.
ຈານແຍ່ເຄີຍໄປເມືອງກຸຍຫລິນ, ເມືອງງາມນາມ ຄ່ອງຂອງ ສປ ຈີນ ຢູ່ຢ່ອນໆມາທາງພາກໃຕ້, ເປັນເມືອງທີ່ມີເຂດທ່ອງທ່ຽວທຳມະຊາດທີ່ມະຫັດສະຈັນທີ່ສຸດ.
ຢູ່ບັນດາປຶ້ມ ແນະນຳກ່ຽວກັບຕົວເມືອງນັ້ນ, ຈານແຍ່ອ່ານພົບເລື່ອງສະມາຄົມນັກແປພາສາໃນທຸກໆຂະແໜງນັບແຕ່ເລື່ອງທ່ອງທ່ຽວ,
ເລື່ອງ ກົດໝາຍ, ເສດຖະກິດ ແລະ ການບ້ານການເມືອງ. ເຂົາຈັດກັນເປັນສະມາຄົມລວມເອົານາຍພາສາກວ່າ
800 ຄົນ !.
ຕົກກະເທີນວ່າໄດ້ເວົ້າເລື່ອງແປພາສາແລ້ວ, ຈານແຍ່ຈະຂໍສືບ
ຕໍ່ຕື່ມໃນອາທິດໜ້າກ່ຽວກັບສິ່ງທີ່ “ໃຫ້” ແລະ “ຫ້າມ” ສຳ ລັບນາຍພາສາລວມທັງສິ່ງທີ່ຄວນປະຕິບັດກັບນາຍພາສາ.
No comments:
Post a Comment