Ad

Ad

5 August 2015

ສິນຄ້າ​ສະບຽງ​ອາຫານອາດມີ​ທ່າ​ອ່ຽງ​ເພີ​່ມຂຶ້ນ



ກະຊວງ​ອຸດ​ສາ​ຫະກຳ​ ແລະ ​ການ​ຄ້າ​ໃ້ຫ້ຮູ້​ວ່າ: ​ໄລຍະຜ່ານ​ມາ​ຂະ​ແໜງ​ກາ​ນອຸດສາຫະກຳ ​ແລະ ການ​ຄ້າ​ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຄາສິນຄ້າ​ໃຫ້​ຢູ່​ໃນ​ການ​ຄວບ​ຄຸມ​ຕາມ​ດັດ​ສະ​ນີລາຄາ​ການ​ຊົມ​ໃຊ້​ໃນ​ແຕ່ລະ​ເດືອນ​ໂດຍ​ລວມ​ແລ້ວ​​ເຫັນ​ວ່າ:​ ​ສິນຄ້າຫລາຍປະເພດມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ​ໂດ​ຍສະ​ເພາະ​ແມ່ນ​ໜວດ​ສິນຄ້າ​ສະບຽງ​ອາຫານລາຄາ​​ເໜັງ​ຕີງຂຶ້ນ-ລົງຢູ່ຕະຫຼອດ, ເປັນ​ຕົ້ນ​ແມ່ນ​ສິນ​ຄ້າ​ປະ​ເພດ​ພືດຜັກຕາມລະດູການ ແລະ ຊີ້ນ​ງົວ-ຄວາຍອັນ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ລາຄາ​ໃນ​ປີຜ່ານມາກໍ່ຢູ່ໃນເກນຂ້ອນຂ້າງສູງ ແລະ ຍັງສັງເກດເຫັນວ່າມີ​ການ​ສົ່ງ​ອອກ​ງົວ​, ຄວາຍ​ໄປ​ປະ​ເທດ​ໃກ້​ຄຽງ​ເປັນ​ຈຳນວນ​ຫຼາຍ​ເພາະ​ມີລາຄາ​ສູງ​ກວ່າ​ການ​ຈຳໜ່າຍພາຍ​ໃນ, ຈຶ່ງ​ເຮັດ​ໃຫ້ການ​ສະໜອງບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ, ບວກກັບ​ການ​ລ້ຽງສັດ​ທີ່​ມີ​ທ່າ​ອ່ຽງຫຼຸດ​ລົງ,​ ເນືອງ​ຈາກ​ປະຊາຊົນ​ຫັນ​ໄປ​​ເຮ​ັດອາຊີບ​ອື່ນ​ແທນ,​ ສ່ວນ​ລາຄາ​ຜືດ, ຜັກ ​ແລະ ​ໝາກ​ໄມ້​ກໍ​່ມີ​ການ​ເໜັງ​ຕີງ​ຂຶ້ນ​-ລົງ​ຕາມ​ລະດູ​ການ​ແລະ​ຄ່າ​ຂົນ​ສົ່ງ​ ແລະ ຄາດວ່າ ໃນຕໍ່ໜ້າລາສິນຄ້າປະ ເທດສະບຽງອາຫານຍັງຈະສືບຕໍ່ເພີມຂື້ນຕາມກົນໄກຂອງຕະຫຼອດ ແລະ ຄວາມຕ້ອງການ
ຂອງຜູ້ບໍ່ລິໂພກທີ່ນັບມື້ເພີ່ມຫຼາຍຂຶ້ນ, ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​​ສ່ວນໃຫຍ່ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈະເລັ່ງ ​ແລະ ​ຄວບ​ຄຸມ​​ສິນຄ້າ​ 4 ປະ​ເພດ ແລະ 14 ລາຍການ​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ,​ເຂົ້າ, ຊີ້ນ, ປາ, ​ເປັນ​ແຕ່ລະ​ໄລຍະ, ​ໂດຍ​ປະຕິບັດ​ຕາມ​ດຳ​ລັດ 474/ນຍ. ລົງ​ວັນ​ທີ 18/11/2010 ແລະ ເພື່ອເຮັດໃຫ້ການຄວມຄຸມລາຄາ ສິນຄ້າມີປະສິດທິພາບຂະ​ແໜ​ງອຸດສາຫະກຳ-​ການ​ຄ້າ​ຈະສືບຕໍ່ປັບປຸງ​ວຽກງານຂອງຕົນ ​ແລະ ​ເລັງໃສ່ການ​ສົ່ງ​ເສີມ​ຂະຫຍາຍ​ໂຮງງານ​ປຸງ​​ແຕ່ງ​ຜົນ​ຜະລິດ​ກະສິກຳ​ຕາມ​ເງື່ອນ​ໄຂ ​ແລະ​ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​ກ້ວາງ​ຂວາງ ​ແລະ ທົ່ວ​ເຖິງ, ຍົກ​ສູງ​ຄວາມ​ສຳຄັນ​ການ​ຕິດຕາມ​ກວດກາ​ການ​ເຄື້ອ​ນ​ໄຫວ​ການ​ຄ້າ​ຢູ່​ພາຍ​ໃນ, ຫ້ອງການ​ການ​ຄ້າ​ເມືອງ​ຕ້ອງ​​ເອົາ​ໃຈ​ໃສ່​ຢ່າງ​ແຂງ​ແຮງ, ໃນການຄຸມ​ຄອງ​ການ​ຜະລິດ​ຂອງ​ປະຊາຊົນ, ​ມີ​ນະ​ໂຍບາຍ​ເກັບ​ຊື້​ໃຫ້​ສອດຄ່ອງ​ເພື່ອ​​ສົ່ງ​ເສີມ​ການ​ແຂ່ງຂັນ, ບຸກບືນ, ຫ້າວຫັນ​ຂອງ​ປະຊາຊົນ​ໃນ​ການ​ຜະລິດ​ເປັນ​ສິນຄ້າ, ​ແນ​່​ໃສ່​ຕອບ​ສະໜອງ​​ຄວາ​ມຕ້ອງການ​ຂອງ​ຕະຫຼາດໄດ້ພຽງພໍ.

No comments:

Post a Comment