Ad

Ad

5 August 2015

ຝົນຕົກຫຼາຍວັນເຮັດໃຫ້ເສັ້ນທາງຫຼາຍແຫ່ງຢູ່ນະຄອນຫຼວງວຽງຈັນເປ່ເພໜັກ



ປັດຈຸບັນຢູ່ປະເທດເຮົາໄດ້ເກີດມີສະພາບຝົນຕົກຕໍ່ເນື່ອງຫຼາຍວັນ, ສົ່ງຜົນໃຫ້ຫຼາຍທ້ອງຖິ່ນເກີດມີສະພາບນ້ຳຖ້ວມ ຢ່າງຮ້າຍແຮງ, ເຮັດໃຫ້ບ້ານເຮືອນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ ແລະ ຖະໜົນຫົນທາງສາຍຕ່າງໆຖືກເຊາະ ເຈື່ອນເປັນບວກ, ເປັນຂຸມ ແລະ ເປ່ເພໜກສົ່ງຜົນໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ ລຳບາກ, ນັບທັງນະຄອນ ຫຼວງວຽງຈົນ ກໍໄດ້ຮັບຜົນກະທົບໜັກ ເຊັ່ນກັນ, ຫົນທາງຫຼາຍສາຍເປ່ເພເປັນຈຳນວນຫຼາຍ, ເນື່ອງຈາກ ນ້ຳອັງ ແລະ ສ່ວນໜຶ່ງກໍເນື່ອງມາຈາກການກໍ່ສ້າງບໍ່ຮັບປະກັນ, ມີຄຸນນະພາບຕ່ຳ, ສ້າງຂຶ້ນບໍ່ພໍເທົ່າໃດປີກໍເກີດມີການເປ່ເພໄດ້ງ່າຍ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ ການສັນຈອນໄປມາ, ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຄວນມີວິທີການປັບປຸງແກ້ໄຂ, ເພື່ອຄວາມ ສະດວກໃນການສັນຈອນໄປມາ ແລະ ຫຼຸດຜ່ອນອຸປະຕິເຫດທີ່ອາດຈະເກີດຂຶ້ນ, ເປັນຕົ້ນແມ່ນ,
ເສັ້ນທາງແຖວບ້ານຕານມີໄຊ, ດົງໂດກ-ໜອງບຶກ, ດົງນາໂຊກ-ຄິວລົດສາຍເໜືອ, ສີໄຄ-ໜອງບຶກ ແລະ ເສັ້ນທາງສາຍ ອື່ນໆ, ພ້ອມກັນນັ້ນກໍ່ຄວນເລັ່ງປົວແປງ ແລະ ອະນາໄມຄອງລະບາຍນ້ຳຕາມເສັ້ ນທາງສາຍຕ່າງໆເພື່ອສາມາດລະບາຍນ້ຳ ອັ່ງຂັງອອກໄດ້ໂດຍໄວ, ເພາະວ່າເມື່ອມີນ້ຳຖ້ວມຂັງຈະເຮັດ ໃຫ້ເສັ້ນທາງເປ່ເພໄດ້ງ່າຍ, ສ້າງຄວາມເສຍຫາຍທາງດ້ານ ຊັບສິນ ແລະ ງົບປະມານຂອງລັດ, ທີ່ໄດ້ລົງ ທນກໍ່ສ້າງມາແລ້ວ, ນັບເປັນຈຳນວນຫຼວງຫຼາຍ.

No comments:

Post a Comment