Ad

Ad

4 August 2015

ສະພາ​ແຫ່ງ​ຊາດພິຈາລະນາຫລາຍ​ບັນຫາ​ສໍາຄັນ​



ກອງປະຊຸມຄະນະປະຈໍາສະພາແຫ່ງຊາດປະຈໍາເດືອນກໍລະກົດ, ໄດ້ມີຂຶ້ນໃນລະ ຫວ່າງວັນທີ 3-4 ສິງຫານີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢ່າທໍ່ ຕູ້ປະທານສະພາແຫ່ງຊາດ, ເຊິ່ງໄດ້ຄົ້ນຄ້ວາພິຈາລະນາແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຄື ຜ່ານບົດສະຫລຸບຕີລາຄາຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ພິຈາລະນາແລະ ຮັບຮອງເອົາສັດຕະຍາບັນຕໍ່ການຫລຸດຜ່ອນອັດຕາພາສີຂອບຕົກລົງວ່າດ້ວຍການຄ້າຜະລິດຕະພັນອາຊຽນປະຈໍາສົກປີ 2016-2018 ​ແລະ ສະເໜີຫົວຂໍ້ກອງປະຊຸມໄອປາຄັ້ງທີ 36, ຮັບຟັງຂໍ້ສະເໜີກ່ຽວກັບສະຫະພັນລັດຖະສະພາສາກົນ, ການຮຽກຮ້ອງໃຫ້ສະມາຊິກລັດຖະສະພາລົງນາມເພື່ອເປັນການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະ ບໍາລຸງຄວາມສະເໝີພາບຍິງ-ຊາຍ, ຂໍການພິຈາລະນາການເປັນ​​ເຈົ້າພາບຈັດກອງປະຊຸມຮ່ວມລະຫວ່າງສາມກໍາມາທິການຕ່າງປະເທດລາວ,ຫວຽດນາມແລະ ກໍາປູເຈຍທີ່ແຂວງຈໍາປາສັກໃນລະຫວ່າງວັນທີ 15-20 ກັນຍາ 2015 ທີ່ຈະເຖິງນີ້, ພິຈາລະນາຂໍການຍົກຍ້າຍບ່ອນປະຈໍາການຂອງປະທານສານປະຊາຊົນແຂວງຫລວງພະບາງໄປຮັບໜ້າທີ່ໃໝ່ແລະ ລາຍງານການຄົ້ນຄ້ວາສະເໜີແຕ່ງຕັ້ງປະທານສານແລະ ຮອງປະທານສານປະຊາຊົນທ້ອງຖິ່ນ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາກ່ຽວກັບການຍົກເລີກສັນຍາເຊົ່າໂຮງແຮມເອກະລາດ, ພິຈາລະນາຄືນວຽກງານສັນຊາດ, ພິຈາລະນາແລະ ຄົ້ົນຄ້ວາສ້າງຕັ້ງຄະນະເຮັດວຽກດ້ານວິຊາການຂອງໄອໂຟຄອມຂອງ ສປປ ລາວ, ລາຍງານກ່ຽວກັບການສ້າງຕັ້ງກົມກວດກາຂອງອົງການກວດສອບແຫ່ງລັດ, ສະເໜີແຜນດໍາເນີນກອງປະຊຸມຂອງ 3 ກໍາມາທິການ ປກຊ-ປກສສະພາແຫ່ງຊາດລາວ, ຫວຽດນາມແລະ ກໍາປູເຈຍ,​ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຄະນະຮັບຜິດຊອບຄຸ້ມຄອງການຮ່ວມມືສາກົນສະພາແຫ່ງຊາດ​ ​ແລະໄປແລກປ່ຽນບົດຮຽນວຽກງານຄຸ້ມຄອງໂຄງການແລະ ນໍາໃຊ້ການຊ່ວຍເຫລືອຫ້ອງວ່າການສະພາແຫ່ງຊາດລາວກັບຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມ, ຮັບຟັງການລາຍງານກ່ຽວກັບການສ້າງລາຍການໂທລະພາບຂອງສະພາແຫ່ງຊາດແລະວຽກງານທີ່ສໍາຄັນຈໍານວນໜຶ່ງອີກ.

No comments:

Post a Comment