Ad

Ad

4 August 2015

ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ກວດກາ​ແຫ່ງ​ລັດລາວ-ຫວຽດນາມ​ ມີ​ຫລາຍ​ອັນ​ພົ້ນ​ເດັ່ນ



       ໃນວັນທີ 3 ສິງຫານີ້, ທ່ານ ອາຊາ ລາວລີ ຮອງນາຍົກລັດ ຖະມົນຕີໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວຽນດຶກເລືອ ຮອງຫົວໜ້າຄະນະກວດກາລັດຖະບານ ສສ ຫວຽດນາມ ທີ່ໄດ້ນຳຄະນະເດີນທາງມາຢ້ຽມ ຢາມແລະເຮັດວຽກຢູ່ລາວ ລະຫວ່າງວັນທີ 2-6 ສິງຫານີ້.
        ໃນໂອກາດດັ່ງກ່າວ, ນອກຈາກ​​ຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມລາວຂອງຄະນະໃນຄັ້ງນີ້ຈະເປັນການປະກອບສ່ວນສຳຄັນໃຫ້ການຮັດແໜ້ນມູນເຊື້ອຄວາມສາມັກຄີແບບພິເສດແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນນັບມື້ກ້າວສູ່ລວງເລິກແລະແຕກດອກອອກຜົນງອກງາມຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານຮອງນາຍົກ ຍັງໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງອົງການທີ່ຍາດມາໄດ້ໃນໄລຍະຜ່ານມາໂດຍສະເພາະແມ່ນ
ການແລກປ່ຽນບົດຮຽນວຽກງານກວດກາແລະ ການຕ້ານການສໍ້ລາດບັງຫລວງແລະ ການຮ້ອງຟ້ອງຕ່າງໆແລະ ພິເສດແມ່ນແຕ່ລະປີ ຝ່າຍຫວຽດນາມໄດ້ຊ່ວຍສ້າງພະນັກງານກວດກາຂອງລາວຢ່າງມີຄຸນນະພາແລະໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ແນະນຳສອງຂະແໜງການຈົ່ງເພີ່ມທະວີການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນໃຫ້ຫລາຍຂຶ້ນເພື່ອເຮັດໃຫ້ຂະແໜງການດັ່ງກ່າວມີຄວາມເຂັ້ມແຂງແລະ ສາມາດປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງຊາດນັບມື້ກ້າວຂຶ້ນແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ຫວຽດ ນາມ ຫລາຍຂຶ້ນ.
          ໃນຕອນເຊົ້າວັນດຽວກັນ, ຄະນະກວດກາແຫ່ງລັດສອງຝ່າຍກໍໄດ້ພົບປະປຶກສາຫາລືກັນຫລາຍບັນຫາເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍໂດຍສະເພາະແມ່ນການແລກປ່ຽນບົດຮຽນແລະ ປະສົບການຕ່າງໆໃນວຽກກວດກາມີປະສິດທິຜົນສູງຂຶ້ນ.

No comments:

Post a Comment