Ad

Ad

4 August 2015

ລະດົມຄວາມຄິດເຫັນໃສ່ຮ່າງນະໂຍບາຍແຮງງານລາວ



ໃນວັນທີ3 ສິງຫານີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຮ່າງບົດແນະນຳນະໂຍບາຍດ້ານ ແຮງງານຢູ່ລາວ ເພື່ອລະດົມຄວາມຄິດເຫັນຈາກພາກລັດ ແລະ ທຸລະກິດເຂົ້າໃສ່ຮ່າງນະໂຍບາຍດັ່ງກ່າວເພື່ອປັບປຸງ ແລະ ສ້າງສະ ພາບແວດລ້ອມໃນການດຳເນີນທຸລະກິດ, ໂດຍສະເພາະການ ເນັ້ນ ໃສ່ບັນຫາການສຶກສາ ແລະ ພັດທະນາສີມືແຮງງານ, ເນື່ອງຈາກ ຕາມຜົນສຳຫລວດຂອງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ເຫັນວ່າ: ມີຫລາຍບໍລິສັດໄດ້ຍົກບັນຫາດ້ານການສຶກສາ ແລະ ການພັດທະນາສີມືແຮງງານເປັນສິ່ງ ທ້າທາຍສຳຄັນຂອງເຂົາເຈົ້າ, ນອກຈາກນີ້, ຍັງໄດ້ຫາລືກ່ຽວກັບການເຂົ້າເຖິງເງິນທຶນ, ສິ່ງແວດລ້ອມ ເອື້ອອຳນວຍດ້ານກົດໝາຍ ແລະ ລະບຽບການ, ລວມເຖິງການກະກຽມຄວາມພ້ອມໃນເປີດກວ້າງ ດ້ານເສດຖະກິດກັບສາກົນ.

    ທ່ານ ສະໝານ ອາເນກາ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ, ທັງເປັນປະທານ ກອງປະຊຸມຫາລືຄັ້ງນີ້ ກ່າວວ່າ: ຮ່າງບົດແນະນຳສະບັບນີ້ຈະເປັນພື້ນຖານສຳຄັນໃນການຊ່ວຍເຫລືອ ພາກທຸລະກິດສາມາດດຳເນີນງານໄດ້ຢ່າງມີປະສິດທິຜົນ ແລະ ມີຄວາມສອດຄ່ອງດ້ານນິຕິກຳ, ລະບຽບກົດໝາຍ, ປະຕິບັດພັນທະຕໍ່ຊາດ ແລະ ມີຄວາມພ້ອມໃນການກ້າວເຂົ້າສູ່ປະຊາຄົມເສດຖະກິດ ອາຊຽນ ແລະ ແຂ່ງຂັນກັບສາກົນໄດ້ເປັນຢ່າງດີ.
ຕາມຜົນສຳຫລວດການພັດທະນາຂະແໜງເສດຖະກິດ ແລະ ບັນຫາແຮງງານຈາກຫົວໜ່ວຍ ທຸລະກິດເກືອບ 300 ຫົວໜ່ວຍ, ຊີ້ໃຫ້ເຫັນວ່າ: ປະມານ 56% ແມ່ນມີຄວາມຫຍຸ້ງໃນການຮັບ ສະໝັກພະນັກງານທີ່ມີສີມື ແລະ ບັນຫາດັ່ງກ່າວແມ່ນເກີດຂຶ້ນກັບທຸລະກິດຂະໜາດກວມ 79% ແລະ ຂະໜາດໃຫຍ່ກວມ 60% ອັນນີ້ນັບວ່າເປັນຜົນກະທົບອັນຕະລາຍຕໍ່ພາກເອກະຊົນ ແລະ ບັນຫາຂາດ ແຮງງານຈະເປັນສິງດຶງນັກລົງທຶນອອກຈາກປະເທດນຳດ້ວຍ ແລະ ຕາມການປະເມີນຄວາມຕ້ອງການ ແຮງງານໃນຕໍ່ໜ້າເຫັນວ່າ: ໃນຂະແໜງຕັດຫຍິບຈະມີຄວາມຕ້ອງການແຮງງານເພີ່ມຂຶ້ນສອງເທົ່າ ຫລືປະມານ 60 ພັນຄົນໃນປີ 2017, ສ່ວນພາກອຸດສະຫະກຳປຸງແຕ່ງກະສິກຳເຊັ່ນ: ໂຮງງານຜະລິດນ້ຳ ຕານ, ຜະລິດຫົວອາຫານສັດ, ໂຮງງານຢາງພາລາ, ລວມເຖິງພາກອຸດສະຫະກຳພະລັງານ ແລະ ບໍ່ແຮ່ ກໍມີຄວາມຕ້ອງການແຮງງານເປັນຈຳນວນຫລວງຫລາຍເຊັ່ນກັນ.
      ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ, ສະມາຄົມ ທຸລະກິດ, ກະຊວງແຮງງານ ແລະ ສະຫວັດທີການສັງຄົມ, ສູນກາງກຳມະບານລາວ, ກະຊວງອຸດສາ ຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ ເປັນຈຳນວນຫລາຍ.

No comments:

Post a Comment