Ad

Ad

4 August 2015

ກະຊວງ ຖວທ ສະຫລຸບ​ວຽກ​ງານ 3 ສ້າງ



ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ(ຖວທ), ໄດ້ຈັດກອງປະຊຸມສະຫລຸບວຽກງານ 3 ສ້າງຂະແໜງການຕົນໃນທົ່ວປະເທດໃນລະຫວ່າງວັນທີ 3-4 ສິງຫານີ້, ໂດຍການເປັນປະທານຂອງທ່ານ ສຈ.​ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງດັ່ງກ່າວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນຈໍານວນ ຫລາຍເພື່ອສະຫລຸບຕີລາຄາຮອບດ້ານຕໍ່ວຽກງານດັ່ງກ່າວໃນໄລຍະປີ 2012-2015, ພ້ອມທັງຕີລາຄາ​​ດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກຄົງ ຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ແລະ ສິ່ງທ້າທາຍຕ່າງໆລວມເຖິງ ມາດຕະການຈັດຕັ້ງປະຕິບັດແລະ ອື່ນໆ.
ທ່ານລັດຖະມົນຕີວ່າການກະຊວງ ຖວທ ກ່າວວ່າ​: ​ໃນໄລຍະຜ່ານມາຄະນະພັກກະຊວງ (ຖວທ) ​ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອຊິ້ນຳ​-ນຳພາການສ້າງຂະບວນການເຮັດທົດລອງວຽກງານ 3 ສ້າງຮ່ວມກັບອຳນາດການປົກຄອງແຕ່ລະຂັ້ນນັບທັງສູນກາງແລະ ທ້ອງຖິ່ນດ້ວຍຄວາມຮັບຜິດຊອບສູງ,​ ໄດ້ມີການເຄື່ອນໄຫວຢ່າງເປັນຮູບປະທຳຢູ່ຂັ້ນທ້ອງຖິ່ນໃນ
ຂອບເຂດທົ່ວປະເທດ, ສິ່ງທີ່ພົ້ນເດັ່ນແມ່ນໄດ້ສ້າງຄູ່ມືກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ມີການມອບໝາຍໜ້າທີ່ຮັບຜິດຊອບຢ່າງລະອຽດໃນແຕ່ລະຂັ້ນ,​ ໄດ້ປະກອບແລະຕິດຕັ້ງໂທລະໂຄ່ງ​​ໃຫ້ແກ່ບັນດາບ້ານ 3 ສ້າງ, ອັນໄດ້ສ້າງພື້ນຖານໂຄງລ່າງຮັບໃຊ້ວຽກງານ ຖວທໃຫ້ປາກົດຜົນເປັນຈິງຂຶ້ນ, ການເຮັດທົດລອງ 3 ສ້າງສາມາດຕີລາຄາໄດ້ວ່າ:ວຽກງານ ຖວທໄດ້ຮັບການຜັນຂະຫຍາຍແລະ ຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ, ຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນນັບທັງສູນກາງແລະ ທ້ອງຖິ່ນ,​ ໄດ້ຮັບຮູ້ພາລະບົດບາດແລະ ຄວາມສຳຄັນອັນໄດ້ປະ ກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ, ​ໂດຍຕິດພັນກັບວຽກງານ 3 ສ້າງ.
ວຽກງານ 3 ສ້າງແມ່ນການປະຕິບັດທິດນຳຍຸດທະສາດກ່ຽວກັບການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ​ ​ແລະ ທິດນຳກ່ຽວກັບ 4 ບຸກທະລຸໃນພາກຕົວຈິງ, ​ເຊິ່ງເປັນວຽກທີ່ມີລັກສະນະຍຸດທະສາດທັງໃນສະເພາະໜ້າແລະ ຍາວນານ, ພ້ອມທັງເປັນການເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ທ້ອງຖິ່ນຮາກຖານ, ​ເພີ່ມທະວີບົດບາດນຳພາແລະ ຍົກສູງຄວາມສາມາດກຳອຳນາດຂອງພັກ, ພ້ອມກັນນັ້ນກໍເພື່ອເພີ່ມທະວີຄວາມສັກສິດໃນການຄຸ້ມຄອງ-ບໍລິຫານລັດ, ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ທ້ອງຖິ່ນຮາກຖານ, ​ໂດຍສະເພາະໃນ 51 ​ເມືອງ 109 ບ້ານເປົ້າໝາຍທົດລອງ 3 ສ້າງໃນຂອບເຂດທົ່ວປະເທດໃຫ້ມີຄວາມເຂັ້ມແຂງໂດຍພື້ນຖານ.

No comments:

Post a Comment