Ad

Ad

4 August 2015

ເກີດເຫດນໍ້າຖ້ວມກະທັນຫັນຢູ່ 3 ເມືອງຂອງແຂວງບໍລິຄໍາໄຊ



ຕາມການລາຍງານຈາກແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 3 ສິງຫານີ້, ໄດ້ເກີດເຫດນໍ້າຖ້ວມກະທັນຫັນໃນ 3 ເມືອງຄື: ບໍລິຄັນ, ປາກກະດິງ ແລະ ເມືອງທ່າພະບາດ ແລະ ຮ້າຍແຮງທີ່ສຸດ ແມ່ນຢູ່ບ້ານປາກເຫືອງ ເມືອງບໍລິຄັນມີ 73 ຫລັງຄາເຮືອນຈົມ ຢູ່ໃຕ້ນໍ້າ ຈໍາເປັນຕ້ອງໄດ້ຍົກ ຍ້າຍປະຊາຊົນອອກຈາກເຂດອັນ ຕະລາຍດັ່ງກ່າວ.
      ທ່ານ ດຣ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊໃຫ້ສໍາ ພາດຕໍ່ນັກຂ່າວ ພວກເຮົາໃນຕອນເຊົ້າວັນທີ 3 ສິງຫານີ້ວ່າ: ພາຍຫລັງຝົນຕົກເປັນເວລາຫລາຍວັນສົ່ງຜົນເຮັດໃຫ້ນໍ້າຂອງ ແລະ ສາຂານໍ້າຂອງມີປະລິ ມານເພີ່ມ ຂຶນກະທັນຫັນ ແລະ ໄຫລເຂົ້າຖ້ວມບັນດາເມືອງດັ່ງກ່າວ, ເຮັດໃຫ້ບ້ານເຮືອນ ແລະ ເນື້ອທີ່ປູກເຂົ້ານາປີ ປະມານ 20 ພັນກວ່າເຮັກຕາຈົມໃຕ້ນໍ້າ, ປັດຈຸບັນຄະນະນໍາຂອງແຂວງພ້ອມເຈົ້າໜ້າທີ່ສະເພາະ
ກິດໄດ້ລົງກວດກາຕິດຕາມສະພາບການທີ່ເກີດຂຶ້ນໄປຄວບຄູ່ກັບການຊ່ວຍເຫລືອປະຊາຊົນເບື້ອງຕົ້ນ, ໂດຍໄດ້ແຈກຈ່າຍເຂົ້າສານອາຫານແຫ້ງ, ຢາປິ່ນປົວພະຍາດ, ນໍ້າດື່ມ ແລະ ສິ່ງຈໍາເປັນຕ່າງໆໃຫ້ເຂົາ ເຈົ້າ, ພ້ອມໄດ້ແນະນໍາໃຫ້ປະຊາຊົນຍົກຍ້າຍ ແລະ ນໍາເອົາສິ່ງຂອງທີ່ຈໍາເປັນ ແລະ ສັດລ້ຽງໄປໄວ້ທີ່ ປອດໄພ.
ນາຍບ້ານປາກເຫືອງເມືອງບໍລິຄັນໃຫ້ຮຸ້ວ່າ: ປັດຈຸບັນປະລິມານນໍ້າສູງເຖິງ 2 ກວ່າແມັດ ແລະ ໄດ້ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນເປັນຈໍານວນຫລາຍ, ສົ່ງຜົນໃຫ້ຫລາຍຄອບຄົວບໍ່ມີນໍ້າກິນນໍ້າໃຊ້ ແລະ ພວມຊ່ວຍເຫລືອປະຊາຊົນໄປຢູ່ເຂດປອດໄພແລ້ວ, ເມືອງບໍລິຄັນມີ 600 ຫລັງຄາເຮືອນ ແລະ ນໍ້າຖ້ວມຮຸນແຮງທີ່ສຸດແມ່ນບ້ານປາກເຫືອງມີ 73 ຫລັງຄາເຮືອນ.
ກົມອຸຕຸນິຍົມ ແລະ ອຸທົກກະສາດຍັງແຈ້ງໃຫ້ຮູ້ວ່າ: ຝົນຍັງຈະສືບຕໍ່ຕົກຕື່ມອີກເປັນເວລາ 5 ວັນ, ສະນັ້ນ ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ແລະ ທຸກຄົນຕ້ອງເພີ່ມ ຄວາມລະມັດລະວັງ ແລະ ມີສະຕິກ່ອນເດີນທາງ, ພ້ອມນີ້ຜູ້ຢູ່ໃກ້ຮ່ອມພູ, ສາຂາແມ່ນໍ້າຕ່າງໆຕ້ອງຕິດ ຕາມເບິ່ງສະພາບນໍ້າຂຶ້ນຢ່າງໃກ້ຊິດເພື່ອມີວິທີຫລີກເວັ້ນຜົນກະທົບໃຫ້ດີທີ່ສຸດ.

No comments:

Post a Comment