Ad

Ad

29 September 2015

ເປີດການນຳໃຊ້ເຂື່ອນໄຟຟ້ານໍ້າຊັນ 3B ແຂວງໄຊສົມບູນຢ່າງເປັນທາງການ

ພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳຊັນ 3B ໄດ້ມີຂຶ້ນໃນຕອນ ເຊົ້າວັນທີ 26 ກັນຍານີ້ ທີ່ເມືອງທ່າ ໂທມ ແຂວງໄຊສົມບູນ ເຊິ່ງເປັນ ເຂດທີ່ຕັ້ງຂອງເຂື່ອນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ. ມີບັນດາທ່ານລັດ ຖະມົນຕີວ່າການ-ຊ່ວຍວ່າການ, ເຈົ້າແຂວງ-ຮອງເຈົ້າແຂວງ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນຈຳນວນຫລາຍ.
ໂອກາດນີ້, ທ່ານ ດຣ. ຄຳມະ ນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າຊັນ 3Bເປັນໂຄງການໜຶ່ງທີ່ສຳຄັນ ແລະ ນອນໃນແຜນແມ່ບົດເພື່ອພັດທະ ນາລະບົບໄຟຟ້າຢູ່ປະເທດເຮົາຕາມ ແນວທາງນະໂຍບາຍ, ຍຸດທະ ສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງລາວເຮົາ. ທີ່ ໄດ້ກຳນົດໄວ້ໃນມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VII ແນໃສ່ສ້າງທຸກເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມ ສາມາດບົ່ມຊ້ອນເພື່ອ
ເຮັດໃຫ້ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະຕໍ່ເນື່ອງ ແລະ ໜັ້ນທ່ຽງກາຍເປັນກຳລັງ ແຮງທາງດ້ານເສດຖະກິດຂອງ ຊາດທັງໃນສະເພາະໜ້າ ແລະ ໄລຍະຍາວ, ແນໃສ່ພັດທະນາພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນແຂວງໄຊສົມບູນໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ເຂື່ອນໄຟຟ້າແຫ່ງນີ້ດໍາເນີນການກໍ່ສ້າງມາແຕ່ວັນທີ 8 ສິງຫາ 2012 ເປັນຕົ້ນມາ. ມີກຳລັງຕິດຕັ້ງທັງໝົດ 45 ເມກາວັດ ແລະ ຄາດວ່າແຕ່ລະປີຈະຜະລິດກະແສໄຟຟ້າໄດ້ 170 ລ້ານກິກກາວັດໂມງ ເຊິ່ງເປັນໂຄງການລົງທຶນຂອງບໍລິສັດ ພົງຊັບທະວີກໍ່ສ້າງ-ຂົວທາງຈຳກັດ.
ກົມປູກຝັ່ງຊີ້ແຈ້ງບັນຫາການນຳໃຊ້ສານເຄມີເກີນຂະໜາດຂອງໂຄງການປູກກ້ວຍຢູ່ເມືອງນານ ແລະ ເມືອງນາໝໍ້ເມື່ອມໍ່ໆມານີ້ທ່ານຮອງຫົວ ໜ້າກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້,ໄ ດ້ອອກມາຕອບຂໍ້ ຂ້ອງໃຈຂອງປະຊາຊົນໄດ້ສະເໜີ ໃຫ້ພາກສ່ວນກ່ຽວຂ້ອງກວດສອບໂຄງການປູກກ້ວຍຂອງບໍລິສັດຄົນຕ່າງຊາດ (ຄົນຈີນ) ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເມືອງນານ ແຂວງຫຼວງພະບາງທີ່ໄດ້ນຳໃຊ້ ສານເຄມີເຂົ້າໃນການປູກຝັງຫຼາຍກວ່າກຳນົດ, ອັນໄດ້ສົ່ງຜົນກະທົບ ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ການເດີນລົງຊີວິດຂອງປະຊາຊົນ,ຕໍ່ບັນຫານີ້ທ່ານຮອງຫົວໜ້າກົມປູກຝັງຕອບວ່າ: ພາບຫຼັງມີປະຊາຊົນສະເໜີເຂົ້າມາທາງກົມປູກຝັ່ງ, ກະຊວງກະສິກຳ-ປ່າໄມ້ກໍໄດ້ນຳສົ່ງພະນັກ ງານວິຊາການຂອງຕົນລົງສົ່ງທົບກັບທ້ອງຖິ່ນເພື່ອກວດກາ ແລະ ເກັບກຳຂໍ້ມູນຢູ່ 2   ເມືອງດັ່ງ ກ່າວ ແລະ ເຫັວວ່າ: ມີ 4 ບໍລິສັດ ຈາກ ສປ ຈີນ ໄດ້ເຂົ້າມາລົງທຶນປູກກ້ວຍໃນເນື່ອທີ່ຫຼາຍກວ່າ 700 ເຮັກຕາ, ກວມເອົາ 12 ບ້ານ  ແລະ 400 ກວ່າຄອບຄົວທີ່ອາໄສຢູ່ບໍລິ ເວນດັ່ງກ່າວ ແລະ ໄດ້ນຳໃຊ້ສານ ເຄມີເຊັ່ນ: ຢາຂ້າຫຍ້າ, ຢາປາບສັດຕູພືດ ແລະ ປຸ່ຍເຄມີຢ່າງຫຼວງຫຼາຍ ເຂົ້າໃນການປູກກ້ວຍຂອງຕົນອັນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນຢ່າງຮ້າຍແຮງແທ້, ດັ່ງທີ່ເຂົາເຈົ້າສະເໜີມາເປັນຕົ້ນແມ່ນສານເຄມີຕ່າງໆນັ້ນໄດ້ໄຫຼ່ລົງສູ່ແມ່ນ້ຳນານທີ່ໄຫຼ່ຜ່ານ 2  ແຂວງດັ່ງກ່າວ ແລະ ໄດ້ທຳລາຍສິ່ງແວດລ້ອມໃນລຳນ້ຳກໍຄືເຂດໃກ້ຄຽງໂຄງການ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຢ່າງຮ້າຍແຮງ, ອັນເນື່ອງຈາກແມ່ນ້ຳດັ່ງກ່າວເປັນບ່ອນທຳມາຫາກິນ ແລະ ຢູ່ອາໄສ ຂອງປະຊາຊົນ, ຊຶ່ງຕໍ່ບັນຫານີ້ ພາກສ່ວນກ່ຽວຂ້ອງໄດ້ມີການຄົ້ນຄ້ວາຢ່າງຖ່ີຖ້ວມແລ້ວເຫັນວ່າ: ໂຄງການດັ່ງກ່າວແມ່ນເຮັດຜິດຕໍ່ ລະບຽບກົດໝາຍຂອງການລົງ ທຶນ, ກໍຄືຂໍ້ຫ້າມຕ່າງໆຂອງກົມປູກ ຝັ່ງວາງອອກແລະໄດ້ເອີນບໍລິສັດ ດັ່ງ ກ່າວມາຕັກເຕືອນ  ແລະ ຮັບ ຊາບໃນການກະທຳຜິດຂອງຕົ້ນ, ພ້ອມທັງໄດ້ດຳເນີນມາດຕະການ ໃນເບື່ອງຕົ້ນ ແລະ ຖ້າຫາກຍັງມີ ການລະເມີດອີກກໍຈະດຳເນີນມາດຕະການຂັ້ນເດັດຂາດຄືການສັ່ງຢຸດໂຄງການ.

ທ່ານຮອງຫົວໜ້າກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງແມ່ນພວມກວດກາຄືນຂັ້ນຕອນການຂໍອະນາຍາດລົງໂຄງຂອງໂຄງການດັ່ງກ່າວວ່າຖືກຕ້ອງຕາມລະບຽບກົດໝາຍການລົງທຶນຫຼືບໍ່, ພ້ອມທັງຈະໄດ້ເລັ່ງພື້ນຟູສະພາບແວ້ດລ້ອມໃຫ້ກັບມາສູ່ສະພາບປົກກະຕິໂດຍໄວ.

No comments:

Post a Comment