Ad

Ad

29 September 2015

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມເວທີປຶກສາ ຫາລື ເພດຍິງ ຢູເຣຊຽນ (Eurasian Forum)

ກອງປະຊຸຸມແມ່ຍິງ Eurasian  ໄດ້ໄຂຂຶ້ນໃນວັນທີ 24 ກັນ ຍາ 2015 ທີ່ນະຄອນເຊັນປີເຕີສ ເບີກ, ສະຫະພັນຣັດເຊຍ ໂດຍການເປັນປະທານຂອງທ່ານ ນາງ ວາເລັນຕີນາ ມັດວຽນໂກ, ປະທານສະພາສູງແຫ່ງສະຫະພັນຣັດເຊຍ.
ກອງປະຊຸມດັ່ງກ່າວມີຜູ້ ແທນຈາກລັດຖະສະພາ, ລັດຖະ ບານ ແລະ ອົງການຕ່າງໆທີ່ສະ ໜັບສະໜູນບົດບາດເພດຍິງຂອງ ບັນດາປະເທດເອີຣົບ, ອາຊີ ແລະ ທະວີບອື່ນໆໃນທົ່ວໂລກ 80 ກວ່າ ປະເທດເຂົ້າຮ່ວມ 700 ກວ່າຄົນ.
ໃນການກ່າວປາໄສເປີດຂອງກອງປະຊຸມ, ທ່ານ ນາງ ມັດວຽນ ໂກ ໄດ້ເນັ້ນເຖິງບົດບາດ ແລະ ຄວາມສຳຄັນຂອງເພດຍິງຢູ່ໃນ ຄອບຄົວ, ສັງຄົມ, ປະເທດ ແລະ ໃນສາກົນ. ພ້ອນນັ້ນ ບົດບາດເພດ ຍິງໃນຂົງເຂດວຽກງານການ ເມືອງ, ເສດຖະກິດວັດທະນະທຳ, ການຮ່ວມມືສາກົນເພື່ອສົ່ງເສີມບົດບາດ ແລະ ການມີສ່ວນຮ່ວມຂອງ ເພດຍິງໃນທຸກຂົງເຂດວຽກງານ.

ໃນກອງປະຊຸມອັນສຳຄັນດັ່ງກ່າວ, ທ່ານປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໃນນາມທີ່ ເປັນການນຳເພດຍິງລະດັບສູງ ໄດ້ຮັບກຽດຂຶ້ນກ່າວປາໄສຕໍ່ກອງປະຊຸມໃນຫົວຂໍ້ ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ການສົ່ງເສີມບົດບາດຂອງແມ່ຍິງໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ຂອງສັນຕິພາບຊຶ່ງເປັນປັດໄຈທີ່ຈຳເປັນສຳ ລັບການພັດທະນາແບບຍືນຍົງກໍຄືການປົກປ້ອງ ແລະ ສົ່ງເສີມບົດບາດຂອງເພດຍິງໃນວຽກງານຕ່າງໆຂອງສັງຄົມ. ພ້ອມກັນນັ້ນ ທ່ານປະທານກໍໄດ້ເນັ້ນເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດການພັດທະນາແບບຍືນຍົງ (SDGs) ໂດຍການຜັນຂະຫຍາຍເຂົ້າສູ່ນິ ຕິກຳ ແລະ ນະໂຍບາຍພາຍໃນຂອງແຕ່ລະປະເທດ ຊຶ່ງໃນນັ້ນກໍ ມີເປົ້າໝາຍທີ່ລົງເລິກການປົກປ້ອງ ແລະ ສົ່ງເສີມເພດຍິງຊຶ່ງຖືເປັນການສືບຕໍເຮັດໃຫ້ສຳເລັດຂອງວຽກງານທີ່ໄດ້ຮັບການຈັດຕັ້ງປະຕິບັດມາແລ້ວຜ່ານເປົ້າໝາຍສະຫັດສະວັດແຫ່ງການພັດທະນາ (MD Gs).

ຜ່ານການປຶກສາຫາລືເປັນເວລາ 2 ວັນ ເວທີແມ່ຍິງ Eurasian ໄດ້ຮັບຮອງເອົາມະຕິຂອງກອງປະຊຸມ ໄດ້ສະແດງຄວາມເປັນຫວ່າງ, ເປັນໄຍຕໍ່ການລຸກລາມຂອງບັນຫາຕ່າງໆອັນເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ສະຫວັດດີພາບຂອງປະຊາຊົນ; ໂດຍສະເພາະແມ່ນຜູ້ຍິງ ແລະ ເດັກນ້ອຍ. ພ້ອມນັ້ນ ກໍໄດ້ຮຽກຮ້ອງໃຫ້ປະເທດຕ່າງໆເຫລົ່ານັ້ນຈົ່ງສະໜັບສະໜູນບັນດາຂໍ້ລິເລີ່ມສາກົນຕ່າງໆໃນການເລີ່ມສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ແລະ ເຮັດໃຫ້ເວທີປຶກສາຫາລືມືນີ້ ເປັນກົນໄກປົກກະຕິຊຶ່ງກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນອີກທີ່ປະເທດຣັດເຊຍໃນປີ 2018.

No comments:

Post a Comment