Ad

Ad

30 September 2015

ຜູ້ປະກອບການແຂວງຄຳມ່ວນຮຽນຮູ້ການຂຽນແຜນທຸລະກິດ.

 ເມື່ອທ້າຍອາທິດຜ່ານມານີ້, ທີ່ສູນຝຶກອົບຮົມວິຊາຊີບແຂວງຄໍາມ່ວນ, ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການຂຽນແຜນດໍາເນີນທຸລະກິດສໍາລັບຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໂດຍການເປັນປະທານຂອງທ່ານສິງເພັດແກ້ວໂສພາຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ມີຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມເປັນຈໍານວນຫລາຍ, ເພື່ອຮຽນຮູ້ວິທີການ, ຂັ້ນຕອນໃນການຂຽນແຜນທຸລະກິດເປັນຕົ້ນແມ່ນວົງຈອນການດຳເນີນທຸລະກິດ, ແຜນທຸລະກິດ ແລະ ໂຄງສ້າງ, ການວິເຄາະຈຸດແຂງ-ຈຸດອ່ອນ, ໂອກາດ-ອຸປະສັກການບໍລິຫານຈັດການພາຍໃນອົງການ, ການເລືອກຮູບແບບທາງທຸລະກິດ ແລະ ຄວາມຮັບ ຜິດຊອບຕໍ່ກົດໝາຍ, ລັກສະນະຂອງຜູ້ປະກອບການ, ການສຶກສາຕະຫລາດ,​ ແຜນການຜະລິດ, ການຈັດຫາເງິນທຶນ,​ ຄວາມໝາຍ ແລະ ນະໂຍບາຍກ່ຽວກັບ SME. ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາຜູ້ປະກອບການທຸລະກິດມີຄວາມຮັບຮູ້ເຂົ້າໃຈແຈ້ງກ່ຽວກັບຂັ້ນ
ຕອນຕ່າງໆເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ແລະ ນຳໄປໜູນໃຊ້ເຂົ້າໃນການດຳເນີນທຸລະກິດຕົວຈິງຂອງຕົນໃຫ້ມີການເຕີບໃຫຍ່ຂະຫຍາຍຕົວສາມາດແຂ່ງຂັນໄດ້ທັງພາຍໃນ ແລະ ຕ່າງປະ ເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໂດຍສະເພາະການກ້າວເຂົ້າສູ່ປະຊາຄົມເສດ ຖະກິດອາຊຽນ (AEC) ໃນທ້າຍປີ 2015 ນີ້.


No comments:

Post a Comment