Ad

Ad

30 September 2015

ອາທິດ​ຜ່ານ​ມາ, ນະຄອນຫລວງ​ວຽງ​ຈັນມີ​ຜູ້​ເສຍ​ຊີວິດ 4 ຄົນ ຈາກ​ອຸປະຕິ​ເຫດ

   
 ນັບແຕ່ວັນທີ 21-27 ກັນຍານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນຫລາຍກວ່າ 20 ກໍລະນີ ສົ່ງຜົນໃຫ້ມີຜູ້​​ເສຍຊີວິດ 4 ຄົນແລະໄດ້ຮັບບາດເຈັບອີກຈຳນວນໜຶ່ງ.
     ​​ເຈົ້າໜ້າທີ່ ຈະລາຈອນໃຫ້ຮູ້ວ່າ: ​ໃນຕອນເຊົ້າມືດຂອງວັນທີ 24 ກັນຍາຜ່ານມາ, ຢູ່​​ເຂດບ້ານນາຊອນເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ເກີດອຸປະຕິ​​ເຫດລົດໃຫຍ່ຕຳທ້າຍລົດຈັກຢ່າງແຮງ, ​ເຮັດໃຫ້ຜູ້ຊ້ອນທ້າຍຄື: ນາງ ດາວ (ສັນ ຊາດຫວຽດນາມ), ອາຍຸ 22 ປີ ກຳມະກອນ ພັກເຊົາຢູ່ບ້ານດັ່ງກ່າວແລະ ລູກນ້ອຍຊື່ທ້າວໂຕນີ່ ອາຍຸ 1 ປີເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດໃຫຍ່ກໍາລັງເອົາຕົວ​ຫລົບໜີແລ ​​ໃນເວລາດຽວກັນ ໄດ້​​ມີລົດຈັກບໍ່ມີປ້າຍຂັບຂີ່​​ໂດຍທ້າວ ສີສຸກ ອາຍຸ 42 ປີ ກຳມະກອນ ຢູ່ບ້ານໂພນໄຊເມືອງລ້ອງຊານແຂວງວຽງຈັນຂັບຂີ່ມາດ້ວຍຄວາມໄວເສຍຫລັກຕົກລົງຂ້າງທາງເຂດບ້ານສະພັງຄະນົງເມືອງໄຊທານີເສຍຊີວິດຄາທີ່ແລະໃນຕອນແລງຂອງວັນທີ 27 ກັນຍານີ້, ຢູ່ເຂດບ້ານໄຊສົມບູນເມືອງໄຊທານີໄດ້ມີອຸປະຕິ​​ເຫດລົດຈັກຕຳກັນ ເຮັດໃຫ້ທ້າວ ບຸນສະຫວັດ ອາຍຸ 55 ປີ ຢູ່ບ້ານໂຊກຄຳ ​​ເມືອງໄຊ​​ເສດຖາເສຍຊີວິດ​​.

     ​ເຈົ້າໜ້າທີ່ ຈະລາຈອນໃຫ້ຮູ້​​ວ່າ: ອຸປະຕິເຫດສ່ວນ​ຫລາຍ​ແມ່ນ​​ເກີດຈາກເມົາແລ້ວຂັບຂີ່ປະໝາດ, ຖືເບົາຕໍ່ການປະຕິບັດລະບຽບຈະລາຈອນ​.

No comments:

Post a Comment