ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA), ໄດ້ຈັດການ ແຂ່ງຂັນໂຕ້ວາທີຂຶ້ນໃນວັນທີ 1 ຕຸລາ 2014,
ຢູ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ ການພັດທະນາໄວໜຸ່ມ ” ເນື່ອງໃນໂອກາດສະເຫລີມສະຫລອງ
ວັນປະຊາກອນໂລກ.
ການໂຕ້ວາທີພາຍໃຕ້ຫົວຂໍ້ດັ່ງກ່າວເປັນການສ້າງໂອກາດອັນດີໃຫ້ແກ່ນັກສຶກ ສາເພື່ອເສີມສ້າງທັກສະໃນການຄົ້ນຄວ້າ, ວິເຄາະ ແລະ ທັກສະໃນການປາກເວົ້າໃນບ່ອນສາທາລະນະ. ນອກຈາກນີ້ ກໍຍັງເປັນການເພີ່ມຄວາມຮູ້, ຄວາມເຂົ້າໃຈໃຫ້ແກ່
ນັກສຶກສາຕໍ່ບັນຫາ ແລະ ການພັດທະນາຂອງໄວໜຸ່ມ, ຊຶ່ງເປັນການເປີດ ໂອກາດໃຫ້ໄວໜຸ່ມນັກສຶກສາໄດ້ສະແດງທັດສະນະ
ຄະຕິ ແລະ ຄວາມຄິດເຫັນຂອງຕົນຕໍ່ບັນຫາທີ່ກ່ຽວຂ້ອງກັບເຂົາເຈົ້າເອງ, ຊຶ່ງຫົວຂໍ້ທີ່ນຳມາສະເໜີ
ໃນການແຂ່ງຂັນໂຕ້ວາ ທີຄັ້ງນີ້ ຍັງປະກອບດ້ວຍບັນຫາຂອງໄວ
ໜຸ່ມ ແລະ ການມີສ່ວນຮ່ວມ;
ການຮຽນຮູ້ກ່ຽວກັບສຸຂະພາບ ທາງເພດ, ສຸ ຂະພາບຈະເລີນພັນ ແລະ ການໃຫ້ບໍລິການດ້ານສຸ
ຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນ. ການແຂ່ງຂັນ ດັ່ງ ກ່າວໄດ້ມີຕົວແທນນັກສຶກ ສາຈາກ
6 ຄະນະເຂົ້າຮ່ວມເຊັ່ນ: ຄະນະວິທະຍາສາດສັງຄົມ, ເສດຖະສາດ ແລະ ບໍລິຫານ ທຸລະກິດ, ອັກສອນສາດ,
ສິ່ງແວດລ້ອມ, ສຶກສາສາດ ແລະ ວິທະຍາສາດທຳມະຊາດທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງ ຊາດໄດ້ເຂົ້າຮ່ວມໂຕ້ວາທີ.
ກ່ອນການຈັດແຂ່ງຂັນ ໂຕ້ວາທີໃນວັນທີ 24 ກັນຍາຜ່ານມາ, ມະຫາວິທະ ຍາໄລ ແຫ່ງຊາດກໍໄດ້ມີ ການຈັດກອງປະຊຸມກະກຽມການແຂ່ງຂັນດັ່ງກ່າວ,
ເຊິ່ງໄດ້ເນັ້ນເຖິງຈຸດປະ ສົງ ແລະ ອະທິບາຍຫົວ ຂໍ້ຂອງການແຂ່ງຂັນ ແລະ ຍັງໄດ້ໃຫ້ຂໍ້ມູນຕ່າງໆແກ່ຄູ-ອາຈານ
ແລະ ນັກສຶກສາກ່ຽວກັບສະພາບໂດຍລວມຂອງສຸຂະພາບທາງ ເພດ ແລະ ສຸຂະ ພາບຈະເລີນພັນໄວໜຸ່ມຢູ່ໃນ
ສປປ ລາວ.
ເປັນກຽດເຂົ້າຮ່ວມຮັບຟັງການແຂ່ງຂັນໂຕ້ວາທີຄັ້ງນີ້
ມີ ທ່ານ ດຣ. ຣັດຊານ ໂມທາຊາມິ ປະທານຜູ້ຕາງໜ້າອົງການສະ ຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ,
ທ່ານ ຮຈ.ດຣ. ຄຳມະນີ ສຸລິເດດ ຮອງຄະນະບໍດີຄະນະວິທະຍາສາດ ສັງຄົມພ້ອມດ້ວຍນັກຮຽນນັກສຶກສາຈາກມະຫາວິທະຍາໄລແຫ່ງ
ຊາດ ແລະ ໂຮງຮຽນມັດທະຍົມອ້ອມຂ້າງເຂົ້າຮ່ວມປະ ມານ 300 ກວ່າຄົນ.
No comments:
Post a Comment