Ad

Ad

2 October 2014

ທະນາຄານຮ່ວມທຸລະກິດລາວ-ຫວຽດນຳສະເໜີໂຄງການເງິນກູ້ນະໂຍບາຍ



      ໃນວັນທີ 1 ຕຸລານີ້, ຢູ່ໂຮງ ແຮມວຽງຈັນພລາຊາ ນະຄອນຫລວງວຽງຈັນ, ທະນາຄານ ຮ່ວມທຸລະກິດລາວ-ຫວຽດ (LVI), ໄດ້ຈັດພິທີນຳສະເໜີໂຄງການ ເງິນກູ້ນະໂຍບາຍພິ ເສດຂອງທະນາຄານດັ່ງກ່າວໃຫ້ແກ່ຜູ້ປະກອບການຫົວໜ່ວຍທຸ ລະກິດໃນລາວທີ່ມີຄວາມສົນໃຈກູ້ຢືມເພື່ອເປັນແຫລ່ງທຶນໃນການປັບປຸງການ ດຳເນີນທຸລະກິດຕົນໃຫ້ເຂັ້ມແຂງ ແລະ ສາມາດ ແຂ່ງຂັນກັບຕະຫລາດພາຍໃນ ແລະ ພາກພື້ນສາກົນໄດ້.
     ເງິນກູ້ນະໂຍບາຍດັ່ງກ່າວ ມີວົງເງິນສູງເຖິງຮ້ອຍລ້ານໂດລາສະຫະລັດ ຫລື ປະມານ 800 ຕື້ກີບ, ມີອັດຕາດອກເບ້ຍ 8,5% ສຳລັບເງິນກີບ ແລະ 5,5% ສຳ ລັບເງິນໂດລາສະຫະລັດ ແລະ ບາດໄທຕໍ່ປີ, ເຊິ່ງເລີ່ມແຕ່ໄລຍະ 3 ເດືອນນັບແຕ່ມື້ ປ່ອຍກູ້ ແລະ ມີໄລຍະກູ້ຢືມສູງສຸດ 12 ເດືອນ, ໂດຍເປົ້າໝາຍທີ່ຈະໄດ້ຮັບເງິນກູ້ນະໂຍບາຍດັ່ງກ່າວແມ່ນປະເພດຫົວໜ່ວຍ ທຸລະກິດການຜະລິດ, ສົ່ງອອກສີນຄ້າ, ການບໍລິການ ໂອນເງິນ, ຊຳລະສະສາງສາກົນ, ສະໜອງເງິນຕາຕ່າງປະເທດໃຫ້ແກ່ ການເຄື່ອນໄຫວທາງການຄ້າ ແລະ ອື່ນໆ (ຍົກເວັ້ນຫົວໜ່ວຍທຸ ລະກິດປະເພດກໍ່ສ້າງຕ່າງໆ ).

     ທ່ານອຳນວຍການທະນາ ຄານຮ່ວມທຸລະກິດລາວ-ຫວຽດ ດວ່ານ ຫວຽດນາມ ກ່າວວ່າ: ເຖິງວ່າຜົນກຳໄລຂອງທະນາ ຄານພວກເຮົາຈະຫລຸດລົງຫຼາຍກວ່າໜຶ່ງລ້ານໂດລາສະຫະລັດໃນປີ 2014 ກໍຕາມ, ແຕ່ທະນາ ຄານພວກເຮົາຍັງສືບຕໍ່ປະຕິບັດ ການສະໜອງສີນເຊື່ອດັ່ງກ່າວ, ເຊິ່ງແມ່ນວິທີໜຶ່ງໃນການແກ້ໄຂບັນຫາທາງການເງິນ, ຂະນະ ດຽວກັນມັນສະແດງໃຫ້ເຫັນ ເຖິງຄວາມເຂັ້ມແຂງຂອງທະນາຄານພວກເຮົາໃນການໃຫ້ບໍລິ ການຮັບໃຊ້ສັງຄົມດ້ວຍດີຕະ ຫລອດມາ, ໂດຍສະເພາະແມ່ນ ໄລຍະທີ່ຫລາຍຫົວໜ່ວຍທຸລະກິດຂອງລາວພົບຄວາມຫຍຸ້ງຍາກ ທາງດ້ານການເງິນນີ້, ໂຄງ ການດັ່ງກ່າວຈະຊ່ວຍແບ່ງເບົາ ຄ່າໃຊ້ຈ່າຍທາງການເງິນສ່ວນ ໃດໜຶ່ງໃຫ້ແກ່ລູກຄ້າຂອງຜູ້ປະ ກອບການ ແລະ ເຊື່ອໝັ້ນວ່າ ຜະລິດຕະພັນໃໝ່ນີ້ຈະປະກອບ ສ່ວນຊຸກຍູ້ຂະແໜງການຜະລິດ ເສດຖະກິດສົ່ງອອກຂອງລາວ ໃຫ້ເຂັ້ມແຂງ, ພ້ອມທັງຍົກສູງ ຄວາມອາດສາມາດໃນການ ແຂ່ງຂັນໃຫ້ແກ່ຜູ້ປະກອບການ ຂອງລາວມີການພັດທະນາທີ່ໝັ້ນຄົງໃນຕະຫລາດພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ການກ້າວສູ່ການເຊື່ອມໂຍງເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ນີ້.
      ໃນພິທີນຳສະເໜີໂຄງການ ນີ້, ກໍໄດ້ມີການລົງນາມນຳໃຊ້ ວົງເງິນກູ້ດັ່ງກ່າວລະຫວ່າງທະ ນາຄານຮ່ວມທຸລະກິດລາວ ຫວຽດ ກັບກຸ່ມບໍລິສັດດາວ ເຮືອງ, ບໍລິສັດ ມະນີຍົມ ໂອໂຕເຊີ ວິດ, ບໍລິສັດ ເຫລັກຟູຊາ ແລະ ບໍລິສັດ ເປໂຕຼລາວ, ໂດຍ ມີທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າ ທະນາຄານແຫ່ງ ສປປ ລາວ ແລະ ບັນດານັກທຸລະກິດລາວເຂົ້າຮ່ວມຢ່າງຫລວງ ຫລາຍ.

No comments:

Post a Comment