Ad

Ad

2 October 2014

ສານນະຄອນຫລວງຕັດສິນລົງໂທດຄາດຕະກອນຂ້າປຸ້ນຊັບຈຳຄຸກ 19 ປີ



     ໃນວັນທີ 30 ກັນຍາຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດ ສີນລົງໂທດນາງ ມິດ ອາຍຸ 26 ປີຢູ່ບ້ ານຫັດສະດີ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ແລະ ນາງ ຄຳສອນ ອາຍຸ 26 ປີຢູ່ບ້ານເກິນ ໃຕ້ ເມືອງທຸລະຄົມ ແຂວງວຽງ ຈັນ ຈຳຄຸກເປັນເວລາ 19 ປີ, ພ້ອມປັບໃໝເງິນຜູ້ລະ 6,8 ລ້ານ ກີບ, ໃນຂໍ້ຫາເມື່ອວັນທີ 24 ກຸມພາ 2014 ທັງສອງໄດ້ຮ່ວມກັນວາງແຜນຕົວ ະນາງ ສີສະຫງ່ຽມອາຍຸ 50 ກວ່າປີຢູ່ແຂວງບໍລິຄຳໄຊເຊິ່ງເປັນຄົນຮູ້ຈັກກັນ ໃຫ້ຂຶ້ນມາ ຫລິ້ນໄພ້ຢູ່ນະຄອນຫລວງວຽງຈັນ, ໂດຍໄດ້ນັດພົບກັນຢູ່ໂຮງແຮມແຫ່ງໜຶ່ງຢູ່ເຂດ ບ້ານດ່ານຊ້າງ, ເມືອງໄຊທານີ, ພໍມາ ຮອດທັງສອງກໍໄດ້ເອົານ້ຳໝາກໄມ້ທີ່ປະສົມກັບຢານອນ ຫລັບເປັນຈຳນວນຫລາຍໃຫ້ ນາງ ສີສະຫງ່ຽມ ດື່ມຈົນໝົດສະ ຕິແລ້ວພາກັນປົດເອົາຄຳຮູບປະພັນເຊັ່ນ: ສາຍແຂນ, ສາຍຄໍ, ແຫວນ, ຕາງຫູນ້ຳໜັກລວມ
ເກືອບ 10 ບາດ, ເງິນ 5 ແສນກີບ ແລະ 5 ພັນບາດ (ສະກຸນເງິນໄທ) ແລະ ໃນວັນທີ 25 ກຸມພາ 2014 ທັງສອງຈຶ່ງໄດ້ອູ້ມ ເອົານາງສີສະຫງ່ຽມທີ່ຍັງມີອາການເມີ ລອຍ ຂຶ້ນໃສ່ລົດຈັກແລ້ວພາກັນເອົາໄປຖີ້ມລົງຄອງຊົນລະປະທານເຂດບ້ານດ່ານຊ້າງ, ຫລັງຈາກນັ້ນກໍ ພາກັນຫລົບໜີ ແລະ ຕົກມາ ຮອດວັນທີ 26 ກຸມພາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມ ກົດໝາຍ.

No comments:

Post a Comment