Ad

Ad

2 October 2014

ຂະແໜງບໍລິການຂອງລາວຍັງສືບຕໍ່ຂະຫຍາຍຕົວ


         ທະນາຄານພັດທະນາອາ ຊີ (ADB) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ໂຄງການ ລົງທືນແມ່ນມີຄວາມສຳຄັນຫຼາຍຕໍ່ການ ພັດທະນາເສດຖະກິດສັງຄົມຂອງລາວ ເຫັນໄດ້ຈາກການຂະຫຍາຍຕົວ ດ້ານເສດຖະກິດໃນອັດຕາ 7,6% ໃນປີ 2013 ຜ່ານ ມາແມ່ນໄດ້ເປັນ ແຮງຊຸກຍູ້ການຈັດຕັ້ງປະຕິບັດ ນະໂຍບາຍດ້ານງົບປະມານ, ການເງິນຂອງລາວໄດ້ຢ່າງຕັ້ງໜ້າ, ການຂະ ຫຍາຍຕົວໃນອັດ ຕາ 9% ຂອງຂະແໜງ ບໍລິການແມ່ນໄດ້ຮັບແຮງຊຸກຍູ້ຈາກຜູ້ບໍລິໂພກທີ່ເພີ່ມສູງຂຶ້ນ, ການເພີ່ມຂຶ້ນຂອງ ຈຳນວນນັກທ່ອງທ່ຽວ ໃນອັດຕາ 12% ໄດ້ສ້າງຜົນກຳ ໄລໃຫ້ແກ່ພາກສ່ວນໂຮງແຮມ, ຮ້ານອາຫານ ແລະ ການຂົນສົ່ງ, ຜົນໄດ້ຮັບ ຈາກການຂຸດຄົນບໍ່ແຮ່ ແລະ ພະລັງງານໄຟຟ້າສືບຕໍ່ຂະ ຫຍາຍຕົວ,ໃນນີ້ຜົນຜະລິດທອງ ແດງເພີ່ມຂຶ້ນປະມານ 3,5% ແລະ ຜົນຜະລິດຄຳເພີ່ມຂຶ້ນ 6,6% ໃນຂະນະທີ່ຜົນໄດ້ຮັບຈາກພະລັງງານໄຟຟ້າເພີ່ມຂຶ້ນ 3,6%, ຂະແໜງກະ ສິກຳຂະຫຍາຍ ຕົວ 2,7%  ແລະ ເຖິງວ່າຈະຖືກຜົນກະທົບຈາກໄພທຳມະຊາດໃນໄຕມາດທີ່ສາມຂອງປີ, ແຕ່ອັດຕາເງິນ
ເຟີ້ຢູ່ລາວໃນປີ 2013 ຍັງ ສະເລ່ຍຢູ່ທີ່ 6,4%, ເບິ່ງໄປແລ້ວເຫັນ ວ່າ: ການລົງທຶນເຂົ້າມາໃນຂະແໜງການຕ່າງໆໂດຍສະ
ເພາະແມ່ນການລົງທຶນໃນຂະ ແໜງຂຸດຄົ້ນບໍ່ແຮ່ ແລະ  ພະລັງງານໄຟຟ້າ, ບວກກັບໂຄງການກໍ່ສ້າງໂຮມແຮມສຳນັກ ງານອົງການ ແລະ ຕຶກອາຄານທີ່ຢູ່ອາ ໄສ, ຊຶ່ງເປັນສ່ວນສຳຄັນໃນ ການພັດທະນາປະເທດຊາດ ແລ້ວ, ຍັງສືບຕໍ່ຊຸກຍູ້ເຮັດ ໃຫ້ລາຍຮັບສະເລ່ຍ (GDP) ຂອງລາວ ເພີ່ມສູງຂຶ້ນ, ພ້ອມກັບຄວາມຕ້ອງການບໍລິໂພກຂອງພາກເອກະຊົນ ແລະ ການ ລົງທຶນໂດຍກົງຈາກຕ່າງປະເທດ, ຂະແໜງບໍລິ ການຍັງຈະສືບຕໍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ໂດຍສະເພາະແມ່ນຂະແໜງບໍ ລິການຕິດພັດກັບການທ່ອງທ່ຽວ, ໂທລະຄົມມະ ນາຄົມ ແລະ ຂະແໜງການຄ້າເຫຼົ່ານີ້ເປັນຕົ້ນ.

No comments:

Post a Comment