ໃນວັນທີ 29 ກັນຍາ 2014, ທ່ານ ທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ຕາງໜ້າໃຫ້ລັດຖະບານລາວຂຶ້ນ ກ່າວປາໄສຕໍ່ກອງປະຊມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ
69 ທີ່ ສຳນັກງານໃຫຍ່ອົງການ ສປຊ ນະຄອນນິວຢອກ ສະຫະລັດອາເມລິກາວ່າ: ພວກ ເຮົາຍັງເຫລືອເວລາພຽງແຕ່
450 ກວ່າວັນໃນ ການບັນລຸເປົ້າໝາຍສະຫັດສະ ວັດດ້ານການພັດທະນາ, ໃນຂະນະທີ່ຫລາຍປະເທດມີຄວາມຄືບໜ້າ
ແລະ ຈະສາມາດບັນລຸໄດ້ຕາມຄາດໝາຍ, ແຕ່ກໍຍັງມີຫລາຍປະເທດທີ່ມີຄວາມຊັກຊ້າ ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍປະການໃນການບັນລຸເປົ້າໝາຍດັ່ງກ່າວຕາມກຳນົດເວລາເປັນຕົ້ນແມ່ນປະເທດດ້ອຍ ພັດທະນາ. ຍິ່ງໄປກວ່ານີ້, ສະພາບການສາກົນ
ແລະ ພາກພື້ນທີ່ສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນເປັນຕົ້ນການປະທະກັນ ດ້ວຍກຳລັງກໍຄືຄວາມຂັດແຍ່ງດ້ານການເມືອງ,
ການແຜ່ລະບາດ ຂອງພະຍາຕິດແປດຕ່າງໆ, ສະພາບແວດລ້ອມທີ່ເສື່ອມໂຊມ ແລະ ອື່ນໆ ໄດ້ເພີ່ມອຸປະສັກໃຫ້ແກ່ການຈະບັນລຸເປົ້າໝາຍສະ
ຫັດສະວັດດ້ານການພັດທະນາຢ່າງຫລີກລ້ຽງບໍ່ໄດ້.
ຕໍ່ໜ້າສະພາບການດັ່ງກ່າວນີ້, ອີງໃສ່ປະສົບການຕົວຈິງແລ້ວປະເທດໃດ
ໜຶ່ງເຖິງຈະຢູ່ໃນກໍລະນີໃດກໍຕາມການພັດທະນາເສດ ຖະກິດ-ສັງຄົມທີ່ຈະມີຜົນສຳເລັດໄດ້ນັ້ນກໍຕໍ່ເມື່ອຢູ່ໃນເງື່ອນໄຂຂອງການມີສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມ ສະຫງົບໝັ້ນທ່ຽງທີ່ຍາວນານ, ມີແຕ່ໃນເງື່ອນໄຂດັ່ງກ່າວນີ້ປະເທດນັ້ນໆຈຶ່ງສາມາດສຸມທຸກກຳລັງພາຍໃນຊາດລວມທັງການ ນຳໃຊ້ຊັບພະຍາກອນຕ່າງໆເຂົ້າໃສ່ການພັດທະນາຢ່າງກຸ້ມຄ່າ
ແລະ ຍືນຍົງໄດ້.
ທ່ານ ຮອງນາຍົກ ທອງລຸນ ສີສຸລິດ ໄດ້ຊີ້ໃຫ້ເຫັນວ່າ:
ຜ່ານ 39 ປີແຫ່ງການຄົງຕົວຂອງປະເທດຕົນ, ພາຍຫລັງສົງຄາມ ສິ້ນສຸດລົງນັ້ນ, ສປປ ລາວ ມີຄວາມພະຍາຍາມປັບຕົວເອງຈາກສະພາບການຮຳບາດແຜສົງຄາມກ້າວຂຶ້ນສູ່ການວາງແນວທາງ
ພັດທະນາຮອບດ້ານ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເຖິງ 7 ສະບັບຕາມນະໂຍບາຍປ່ຽນແປງ
ໃໝ່ຂອງພັກປະຊາຊົນປະຕິວັດລາວ, ຜົນສຳເລັດທີ່ພວກຂ້າພະເຈົ້າຍາດມາໄດ້ແຕ່ລະໄລຍະນັ້ນແມ່ນມາຈາກການຖອດຖອນ
ບົດຮຽນຂອງຕົນໂດຍຜ່ານພຶດຕິກຳຕົວຈິງໃນການພັດທະນາ ແລະ ປັບປ່ຽນໄປຕາມສະພາບການຕົວຈິງຢູ່ພາຍໃນປະເທດ
ແລະ ຈາກພາຍນອກ. ບົດຮຽນທີ່ຖອດຖອນໄດ້ຈາກປະເທດເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກຖືເປັນສິ່ງລ້ຳຄ່າ.
ສະນັ້ນ, ພວກຂ້າ ພະເຈົ້າສະແດງຄວາມຂອບໃຈມາຍັງ ເພື່ອນມິດທີ່ນອກຈາກໄດ້ສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆ
ແລ້ວຍັງໄດ້ສົ່ງຄວາມຮູ້ ແລະ ປະສົບການໃຫ້ແກ່ ສປປ ລາວ ທີ່ ໜຸ່ມນ້ອຍໃນແຕ່ລະໄລຍະລວມທັງບົດຮຽນທີ່ມີຜົນສຳເລັດ
ແລະ ບົດຮຽນທີ່ຫລົ້ມ ເຫລວໄປຄວບຄູ່ກັນສະເໝີມາ.
ຈາກການທົບທວນຄືນກາງສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ
VII ເຫັນ ໄດ້ວ່າ ສປປ ລາວ ໄດ້ຮັບຜົນສຳເລັດໃນຫລາຍໆດ້ານໂດຍສະເພາະສາມາດຮັກສາຈັງຫວະການເຕີບໂຕດ້ານເສດຖະກິດໄດ້
ຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຊາຊົນບັນດາເຜົ່າໄດ້ໃຊ້
ສິດເສລີພາບໃນການດຳລົງຊີວິດ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງກວ້າງຂວາງອັນເປັນການສ້າງປະ
ຖົມປັດໄຈທີ່ໜັກແໜ້ນເພື່ອກ້າວໄປສູ່ການບັນລຸເປົ້າໝາຍຫລຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະ
ນາພາຍໃນປີ 2020. ຜົນສຳເລັດດັ່ງກ່າວ, ນອກຈາກໄດ້ມາຍ້ອນຄວາມພະຍາຍາມຂອງພາຍໃນຊາດແລ້ວຍັງແມ່ນຍ້ອນໄດ້
ຮັບການ ຮ່ວມມື ແລະ ສະໜັບສະໜູນຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາລວມທັງອົງການຈັດຕັ້ງສາກົນຕ່າງໆໂດຍ
ສະເພາະແມ່ນອົງການເຄືອຂ່າຍ ສປຊ. ເຖິງແນວໃດກໍຕາມ, ສປປ ລາວ ກໍຍັງໄດ້ຮັບຜົນກະທົບຈາກວິກິດການດ້ານເສດຖະ
ກິດ ແລະ ການເງິນຂອງສາກົນໃນໄລຍະຜ່ານມາ ເຊິ່ງໄດ້ສ້າງອຸປະສັກບໍ່ໜ້ອຍໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດແຫ່ງ
ຊາດກໍຄືການປະຕິບັດເປົ້າໝາຍການພັດທະນາຕ່າງໆ ແຕ່ລັດຖະບານ ສປປ ລາວ ກໍໄດ້ນຳໃຊ້ມາດຕະການຢ່າງທັນການເພື່ອ
ຮັກສາສະຖຽນລະພາບຂອງເສດຖະກິມະຫາພາກແນໃສ່ຊຸກຍູ້ຈັງຫວະການເຕີບໂຕຢ່າງຕໍ່ເນື່ອງຕາມທິດຍືນຍົງໃຫ້ແກ່ຊຸມ
ປີຕໍ່ໜ້າ.
ນອກຈາກນີ້, ໃນຖານະທີ່ເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ,
ສປປ ລາວ ສືບຕໍ່ມີຄວາມອ່ອນ ໄຫວ ແລະ ຜະເຊີນກັບສິ່ງທ້າທາຍຫລາຍດ້ານໂດຍສະເພາະໃນການຈັດຕັ້ງປະຕິບັດບາງຄາດໝາຍຂອງເປົ້າໝາຍສະຫັດສະ
ວັດດ້ານການພັດທະນາ (MD Gs ) ເປັນຕົ້ນແມ່ນການຫລຸດຜ່ອນອັດຕາການຂາດສານອາຫານຂອງເດັກ, ຫລຸດຜ່ອນອັດ
ຕາການຕາຍຂອງແມ່ ແລະ ເດັກ ແລະ ການຫລຸດຜ່ອນຜົນກະທົບຂອງລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມໂດຍ
ເຫັນ ຄວາມສຳຄັນຕໍ່ບັນຫາດັ່ງກ່າວ, ສປປ ລາວ ຈຶ່ງສະເໜີ ເອົາບັນຫາການແກ້ໄຂລະເບີດບໍ່ທັນແຕກເຂົ້າເປັນເປົ້າໝາຍແຫ່ງຊາດ
(ເປົ້າໝາຍທີ 9), ເນື່ອງຈາກຍັງມີພາລະອັນໜັກໜ່ວງຕໍ່ກັບການແກ້ໄຂລະເບີດບໍ່ທັນແຕກເພາະມັນເປັນອຸປະສັກສຳຄັນຕໍ່
ການພັດທະນາ ແລະ ການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ສປປ ລາວ ແມ່ນໜຶ່ງ ໃນຈຳນວນປະເທດທີ່ໄດ້ລິເລີ່ມ
ຂະບວນການສ້າງສົນທິສັນຍາສາກົນວ່າດ້ວຍລະເບີດລູກຫວ່ານ. ການປະຕິບັດສົນທິສັນຍາດັ່ງກ່າວຢ່າງເຕັມສ່ວນຈຶ່ງມີຄວາມ
ສຳຄັນຍິ່ງເຊິ່ງຈະນຳໄປສູ່ການເກືອດຫ້າມການຜະລິດ, ນຳໃຊ້ ແລະ ການຄ້າຂາຍອາວຸດດັ່ງກ່າວຢ່າງສິ້ນເຊີງ.
ບົນຈິດ ໃຈດັ່ງ ກ່າວນີ້, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງປະເທດເຊັນກິດສ໌ ແລະ ເນວິດສ໌
(Saint Kitts and Navis), ເບ ລິດສ໌ (Belize) ແລະ ສາທາລະນະລັດກົງໂກທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວອັນ
ເຮັດໃຫ້ຈຳນວນລັດພາ ຄີເພີ່ມຂຶ້ນເປັນ 86 ປະເທດໃນປັດຈຸບັນ ແລະ ຫວັງຢ່າງຍິ່ງວ່າປະເທດທີ່ຍັງບໍ່ທັນເປັນພາຄີຈະພິຈາລະນາເຂົ້າເປັນພາຄີຂອງ ສົນທິສັນຍາດັ່ງກ່າວ.
ສປປ ລາວ ມີຄວາມເປັນຫ່ວງຕໍ່ສະພາບຄວາມຂັດແຍ່ງທີ່ມີການໃຊ້ກຳລັງນັບມື້ນັບຮຸນແຮງຂຶ້ນໃນພາກພື້ນຕ່າງໆຂອງໂລກ
ອັນໄດ້ສ້າງຄວາມທ້າທາຍໜັກໜ່ວງກວ່າເກົ່າໃຫ້ແກ່ວົງຄະນາຍາດສາກົນ. ຕໍ່ໜ້າສະພາບການດັ່ງກ່າວ,
ສປປ ລາວ ຮຽກຮ້ອງ ໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງໃຊ້ຄວາມອົດກັ້ນ ແລະ ຫລີກເວັ້ນ ທຸກການກະທຳທີ່ຈະກໍ່ໃຫ້ເກີດການສູນເສຍຊີວິດ
ແລະ ຊັບ ສິນຂອງປະຊາຊົນຜູ້ບໍລິສຸດ. ມີແຕ່ການແກ້ໄຂບັນຫາຂັດແຍ່ງກັນຕາມແນວທາງສັນຕິເທົ່ານັ້ນຈິ່ງສາມາດສ້າງຄວາມໄວ້ເນື້ອ
ເຊື່ອໃຈເຊິ່ງກັນ ແລະ ກັນໄດ້. ຄວາມເປັນປໍລະປັກ ແລະ ອັກຄະຕິຕໍ່ກັນເປັນເຫດໃຫ້ມີການໃຊ້ກຳລັງຮຸນແຮງຂຶ້ນເລື້ອຍໆ,
ຜົນອອກມາສຸດທ້າຍກໍແມ່ນການສູນເສຍຊີວິດ ແລະ ຊັບສິນທີ່ເຕັມໄປດ້ວຍຄວາມເຈັບປວດໃຫ້ແກ່ປະຊາຊົນຜູ້ບໍລິສຸດ.
ສປປ ລາວ ມີຄວາມເປັນຫ່ວງຕໍ່ການປະທະກັນຢ່າງຮຸນແຮງຢູ່ປາແລັດສະຕິນອັນໄດ້ກ່ໍໃຫ້ເກີດການສູນເສຍຊີວິດ
ແລະ ຊັບສິນຂອງປະຊາຊົນຈຳນວນຫລວງຫລາຍ. ພວກຂ້າພະເຈົ້າຂໍຮ່ວມກັບວົງຄະນາຍາດສາກົນຮຽກຮ້ອງໃຫ້ຂຸ້ນຂ້ຽວແກ້ໄຂ
ບັນຫາປາແລດສະຕິນໂດຍດ່ວນບົນພື້ນຖານຫລັກການແຫ່ງການສ້າງ 2 ລັດເອກະລາດປາແລັດສະຕິນ ແລະ ອິດສຣາແອນ
ຢູ່ຮ່ວມກັນໂດຍສັນຕິ.
ການດຳເນີນນະໂຍບາຍຂວ້ຳບາດຝ່າຍດຽວຕໍ່ສາທາລະນະລັດກູບາທີ່ເປັນລັດເອກະລາດເຊິ່ງໄດ້ແກ່ຍາວມາຫລາຍທົດ
ສະວັດແລ້ວນັ້ນຍັງສືບຕໍ່ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ປະຊາຊົນກູບາຜູ້ຮັກຫອມສັນຕິພາບ. ສະນັ້ນ,
ມັນເຖິງເວລາແລ້ວ ທີ່ການຂວ້ຳບາດດັ່ງກ່າວຈະຕ້ອງໄດ້ຮັບການຍົກເລີກ.
ສປປ ລາວ ຂໍສະແດງຄວາມຊົມເຊີຍ ທ່ານ ເລຂາທິການໃຫຍ່
ສປຊ ທີ່ໄດ້ພະຍາຍາມສະເໜີຂໍ້ລິເລີ່ມຕ່າງໆໃນການແກ້ ໄຂບັນຫາເຄັ່ງຮ້ອນຂອງໂລກ. ແຕ່ເຖິງແນວໃດກໍຕາມ,
ໃນສະພາບທີ່ມີການຫັນປ່ຽນຢ່າງສັບສົນ ແລະ ຍາກທີ່ຈະກະຕວງ ໄດ້ນັ້ນ, ອົງການສະຫະປະຊາຊາດຍິ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງໂດຍຜ່ານການປະຕິຮູບອົງການຕ່າງໆຂອງຕົນໃຫ້ມີ
ຄວາມເຂັ້ມແຂງເພື່ອຮອງຮັບພັນທະໜ້າທີ່ທີ່ມີການປ່ຽນແປງໃນຕໍ່ໜ້າໄດ້ຢ່າງມີປະສິດທິຜົສູງ.
ວົງຄະນາຍາດສາກົນຄົງຈະມີ ຄວາມຄອງຄອຍວ່າໃນໂອກາດສະເຫລີມສະຫລອງຄົບຮອບ 70 ປີຂອງການສ້າງຕັ້ງອົງການ
ສປຊ ໃນປີໜ້ານີ້ການປະຕິຮູບ ອົງການ ສປຊ ຈະມີບາດລ້ຽວສຳຄັນ ແລະ ມີຄວາມຄືບໜ້າທີ່ເປັນຮູບປະທຳຍິ່ງຂຶ້ນ.
ທ່ານຮອງນາຍົກ ທອງລຸນ ສີສຸລິດ ກ່າວວ່າ: ອາຊຽນເປັນອົງການຈັດຕັ້ງພາກພື້ນໜຶ່ງທີ່ມີການຂະຫຍາຍຕົວໄວ
ແລະ ບັນ ດາກົນໄກຕ່າງໆທີ່ອາຊຽນລິເລີ່ມຂຶ້ນກໍພວມຖືກຈັດຕັ້ງປະຕິບັດທີ່ເປັນຮູບປະທຳ. ສະນັ້ນ
ເຊື່ອ ໝັ້ນວ່າການສ້າງປະຊາຄົມອາ ຊຽນໃນປີ 2015 ຈະປາກົດຜົນເປັນຈິງຢ່າງແນ່ນອນ. ປັດຈຸບັນອາຊຽນພວມຂຸ້ນຂ້ຽວສ້າງວິໄສທັດຫລັງ
2015 ແນໃສ່ຊຸກຍູ້ ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນປຶກແຜ່ນ, ພ້ອມທັງສົ່ງເສີມສັນຕິພາບ ແລະ
ຄວາມ ໝັ້ນຄົງຢູ່ໃນພາກພື້ນ ແລະ ສາ ກົນ. ຫວັງວ່າວົງຄະນະຍາດສາກົນຈະໃຫ້ການສະໜັບສະໜູນການປະຕິບັດວິໄສທັດອາຊຽນ
ດັ່ງກ່າວລວມທັງການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2016 ພາຍຫລັງທີ່ເປັນປະຊາຄົມ.
ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດທະເລເປັນໜຶ່ງໃນກຸ່ມປະເທດທີ່ມີສະພາບເງື່ອນໄຂພິເສດທີ່ວົງຄະນາຍາດ
ສາກົນຮັບຮູ້. ການຈັດຕັ້ງປະຕິບັດແຜນດຳເນີນງານອານມາຕີກ່ຽວກັບການແກ້ໄຂບັນຫາສະເພາະຂອງປະເທດພວມພັດທະ
ນາທີ່ບໍ່ມີຊາຍແດນຕິດທະເລນັ້ນເຫັນວ່າມີຫລາຍອັນເຮັດຍັງບໍ່ທັນໄດ້ຕາມເປົ້າໝາຍທີ່ວາງໄວ້.
ສະນັ້ນ, ຈິ່ງຮຽກຮ້ອງໃຫ້ຄູ່ ຮ່ວມພັດທະນາ ແລະ ປະເທດທາງຜ່ານໃຫ້ການປະກອບສ່ວນໃນກອງປະຊຸມ
ສປຊ ຄັ້ງທີ 2 ວ່າດ້ວຍປະເທດພວມພັດທະ ນາທີ່ບໍ່ມີຊາຍແດນຕິດທະເລຊຶ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກທີ່ຈະມາເຖິງນີ້
ຢູ່ນະຄອນວຽນນາ, ປະເທດໂອຕຣິດ.
ໃນປີ 2015 ທີ່ຈະມາເຖິງນີ້, ອົງການ ສປຊ ຈະມີອາຍຸຄົບ
ຮອບ 70 ປີ ພວກຂ້າພະເຈົ້າມີຄວາມຫວັງວ່າວົງຄະນາຍາດ ສາກົນຈະຮ່ວມແຮງຮ່ວມໃຈກັນເພື່ອສ້າງໃຫ້ໂລກນີ້ເປັນໂລກທີ່ມີແຕ່ສັນຕິພາບ,
ຄວາມສະຫງົບສຸກ ແລະ ຄວາມສີວິໄລໃນ ທຸກດ້ານ.
ໃນກອງປະຊຸມສາມັດຊາໃຫຍ່ ສປຊ ຄັ້ງນີ້ ມີຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມລະດັບປະມຸກລັດຈຳນວນ
106 ທ່ານ, ຫົວໜ້າລັດຖະບານຈຳນວນ 34 ທ່ານ, ລະດັບຮອງນາຍົກ ແລະ ລະດັບລັດຖະມົນຕີຕ່າງປະເທດ
ແລະ ລັດຖະ ມົນຕີທີ່ກ່ຽວຂ້ອງຈຳນວນໜຶ່ງ. ນອກຈາກເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ
69 ແລ້ວ, ທ່ານ ຮອງນາຍົກ ທອງລຸນ ສີສຸລິດ ຍັງໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆເຊັ່ນ:
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບ ບໍ່ເປັນທາງການ; ກອງປະຊຸມອາຊຽນກັບເລຂາທິການໃຫຍ່
ສປຊ ແລະ ປະທານກອງປະຊຸມສະມັດຊາໃຫຍ່ ແລະ ກອງປະ ຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິການຄະນະຜູ້ແທນ
ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງເພື່ອປຶກສາຫາລືຂອບການຮ່ວມມືສອງຝ່າຍ
ແລະ ບັນຫາສາກົນທີ່ພົ້ນເດັ່ນ ເຊັ່ນ: ພົບ ປະສອງຝ່າຍກັບຄະນະຜູ້ແທນຂອງປະເທດໂອຕຣິດ, ອາເມລິກາ,
ແອັດສະປາຍ ແລະ ພົບປະສອງຝ່າຍກັບຮອງເລຂາທິການ ໃຫຍ່ ສປຊ ທີ່ຮັບຜິດຊອບ ປະເທດດ້ອຍພັດທະນາ,
ປະເທດພວມພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດ ເກາະດອນນ້ອຍ.
No comments:
Post a Comment