ໃນວັນທີ 30 ກັນຍານີ້, ຢູ່ສູນ ໄອຊີທີ(ITC), ນະຄອນຫລວງວຽງຈັນ,
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາວັນ
ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດໂຄງ ການນຳໃຊ້ລະບົບວີດີໂອຄອນຟຼີເລັນເຂົ້າໃນການຮຽນ-ການສອນຢ່າງເປັນທາງ ການ,
ເຊິ່ງເລີ່ມແຕ່ສົກຮຽນປີ 2014 - 2015 ເປັນຕົ້ນໄປ.
ໂດ ໂຄງການນີ້, ສູນໄອຊີທີກະຊວງສຶກສາທິການ ແລະ ກິລາໄດ້ມີການທົດລອງສິດສອນມາແລ້ວ ເປັນເວລາໜຶ່ງປີຢູ່
8 ແຂວງເຊິ່ງເຫັນວ່າມີປະສິດທິຜົນດີ.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາ
ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານການ ສືກສາ, ເຊິ່ງເປັນວຽກບູລິມະສິດເພື່ອພັດທະນາຊັບພະຍາກອນມະນຸດ,
ລັດຖະບານຈິ່ງໄດ້ຕັດສີນໃຈລົງທຶນໃສ່ໂຄງການ ໄອຊີ ທີເພື່ອນຳໃຊ້ເຂົ້າໃນການປັບປຸງຄຸນນະພາບການສືກສາ
ແລະ ການຂະຫຍາຍໂອກາດເຂົ້າຮຽນຊຶ່ງໂຄງການໄດ້ເລີ່ມາແຕ່ປີ 2011, ອັນປະກອບມີ: ການປຸກສ້າງອາຄານຫ້ອງຮຽນ,
ປະກອບ ແລະ ສະໜອງອຸປະກອນໄອຊີທີທັນສະໄໝ, ຫ້ອງຄອມ
ພິວເຕີ, ຫ້ອງທົດລອງວິທະຍາສາດທີ່ສາມາດດຳເນີນການຮຽນ-ການສອນຜ່ານລະບົບເຄືອຂ່າຍ.
ນັບແຕ່ທ້າຍປີ 2013 ເປັນ ຕົ້ນມາ, ໄດ້ທົດລອງນຳໃຊ້ໂຄງການດັ່ງກ່າວເຂົ້າໃນຫລາຍກິດຈະກຳຕ່າງໆເຊັ່ນ:
ບໍລິການລະບົບອິນເຕີເນັດ, ເຜີຍແຜ່ ຂໍ້ມູນ ຂ່າວສານ ຜ່ານເວັບໄຊ ແລະ ນຳໃຊ້ເຂົ້າໃນການຮຽນ-ການສອນໃນລະດັບມັດທະຍົມໄດ້ຢ່າງມີປະສິດທິຜົນ,
ໄດ້ສະ ແດງໃຫ້ ເຫັນວ່າປະເທດເຮົາໄດ້ເລີ່ມກ້າວສູ່ຄວາມທັນສະໄໝເທື່ອລະກ້າວ ແລະ ໃນຕໍ່ໜ້ານັ້ນ,
ການຈັດກອງປະຊຸມຕ່າງໆໃນ ຂະແໜງ ການສຶກສາ ແລະ ກິລາ, ຄວນນຳໃຊ້ລະບົບວີດີໂອຄອນຟຼີເລັນແທນລະບອບປະຊຸມທີ່ພວກເຮົາເຄີຍເຮັດໃນຜ່ານມາ,
ພ້ອມ ດຽວກັນນັ້ນ,ກໍຈັດໃຫ້ມີການສອນ-ການຮຽນໂດຍຜ່ານລະບົບດັ່ງກ່າວເພື່ອເປັນການແລກປ່ຽນຖອດຖອນບົດຮຽນດ້ານການຮຽນ-ການ
ສອນຊຶ່ງກັນ ແລະ ກັນໃນຂອບເຂດທົ່ວປະເທດ.
ໃນພິທີດັ່ງກ່າວ,ຍັງໄດ້ມີກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟຼີເລັນເພື່ອສະຫລຸບຕີລາຄາວຽກງານການຮຽນ- ການສອນຜ່ານລະບົບດັ່ງກ່າວໃນໄລຍະທົດລອງໜຶ່ງປີຜ່ານມາຈາກບັນດາສູນໄອຊີທີປະຈຳພາກເໜືອຢູ່ແຂວງຫລວງພະບາງ,
ພາກ ກາງແຂວງສະຫວັນນະເຂດ, ພາກໃຕ້ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ. ພ້ອມທັງລາຍງານສະພາບການ
ເປີດສົກຮຽນໃໝ່ສົກປີ 2014-2015 ແລະ ແຜນການກະກຽມສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາທີ່ຈະເຖິງນີ້ນຳ
ດ້ວຍ.
No comments:
Post a Comment