Ad

Ad

1 October 2014

ຈະຈັດງານເດີນແບບອາພອນ ແລະ ເຄື່ອງປະດັບລາວໃນງານມະຫາກຳສີມືຫັດຖະກຳລາວຄັ້ງທີ 13



     ໃນວັນທີ 30 ກັນຍານີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ນະຄອນຫລວງ ວຽງຈັນ ໄດ້ຈັດງານຖະແຫລງຂ່າວກ່ຽວ ກັບງານເດີນແບບອາພອນ ແລະ ເຄື່ອງປະ ດັບລາວຂອງສະມາຄົມຫັດຖະກຳລາວຄັ້ງທີ 13, ໂດຍການເຂົ້າຮ່ວມຂອງທ່ານ ຫານ ຊະນະ ສີສານປະທານສະມາຄົມຫັດຖະກຳລາວ, ທ່ານ ສົມ ສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານ ດັ່ງກ່າວ ແລະ ສື່ມວນຊົນຈາກພາກສ່ວນເຂົ້າຮ່ວມ.
     ທ່ານປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-19 ຕຸລາ 2014
ນີ້ດວ້ຍ ຊຶ່ງມີຫລາກຫລາຍກິດຈະກຳ ແຕ່ພິເສດສຸດແມ່ນງານເດີນແບບ ເສື້ອຜ້າອາພອນ ແລະ ເຄື່ອງປະ ດັບລາວ Fashion Show 2014, ສົ່ງເສີມໃຫ້ຊາວຊ່າງຫັດຖະກຳລາວມີຄວາມພູມໃຈໃນຜະລິດຕະພັນຂອງຕົນ ແລະ ມີສິ່ງປະດິດໃໝ່ໆເປັນຕົ້ນ ການອອກແບບຊຸດນຸ່ງຫົ່ມແບບພື້ນເມືອງ, ແບບລາວປະຍຸກ,ອອກແບບເຄື່ອງປະດັບເງິນ, ຄຳ, ເພັດນິນຈິນດາຕ່າງໆໄດ້ມີໂອ ກາດນຳເອົາຜົນງານຂອງຕົນມາສະເໜີຕໍ່ສາທາລະນະຊົນໃຫ້ເປັນທີ່ຮູ້ຈັກຂອງສັງຄົມ ແລະ ກໍເພື່ອເປັນການອະນຸລັກ ແລະ ສົ່ງເສີມ ວັດທະນະທຳອັນດີງາມຂອງຊາດລາວເຮົາເປັນຕົ້ນເຄື່ອງນຸ່ງຫົ່ມອາພອນຂອງແມ່ຍິງລາວ, ເຊິ່ງມີຄວາມງົດງາມ, ປານີດໃຫ້ເປັນ ທີ່ເອກອ້າງ ແລະ ຊື່ນຊົມຂອງສັງຄົມໃຫ້ນັບມື້ໂດດເດັ່ນໃນເວທີພາກພື້ນ ແລະ ສາກົນ. ສ່ວນງານເດີນແບບ ເສື້ອຜ້າອາພອນ ແລະ ເຄື່ອງປະດັບລາວແມ່ນຈະຈັດຂຶ້ນໃນຄ່ຳຄືນຂອງວັນທີ 15 ຕຸ ລາ 2014 ທີ່ສູນການຄ້າລາວ-ໄອ ເຕັກໃນນະຄອນຫລວງ ວຽງຈັນສຳລັບປີ້ເຂົ້າຊົມແມ່ນມີລາຄາ 2 ແສນກີບ/ຄົນ    

No comments:

Post a Comment