Ad

Ad

1 October 2014

ການຂາດສານອາຫານຂອງເດັກລາວຍັງໜ້າເປັນຫ່ວງ



       ອົງການອາຫານໂລກໃຫ້ຮູ້ວ່າ : ລັດຖະບານໄດ້ຕັ້ງເປົ້າໝາຍໃນການນຳພາປະ ເທດຊາດຂ້າມຜ່ານໄປສູ່ການເປັນປະ ເທດ ທີມີລາຍຮັບໜັ້ນຄົງໃນປີ 2020, ພ້ອມ ທັງບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາໃນ ປີ2015 ແລະ ໃນ​ສອງ​ທົດ​ສະ​ວັດ​ຜ່ານມາເຖິງວ່າປະເທດເຮົາໄດ້ມີການຂະຫຍາຍຕົວທາງເສດຖະກິດຢ່າງເຂັ້ມ ແຂງ, ແຕ່ກໍຍັງບໍ່ສາມາດລົບລ້າງຄວາມທຸກ ຍາກຂອງປະຊາຊົນໃຫ້ໝົດໄປໄດ້, ເປັນ ຕົ້ນແມ່ນການຂາດສານອາຫານໃນເດັກນ້ອຍຍັງມີຢູ່ຫຼາຍ, ຊຶ່ງປັດຈຸບັນອັດຕາຄອບ ຄົວທຸກຍາກໃນທົ່ວປະເທດແມ່ນຍັງມີສູງກ່ວາ 10%, ການຂາດສານອາຫານຂອງ ເດັກນ້ອຍແມ່ນຍັງໜ້າເປັນຫວ່ງຫຼາຍ, ສົ່ງຜົນ ໃຫ້ເກີດໂລກເລືອດຈາງກວມເອົາຫຼາຍກ່ວາ 30% ຂອງເດັກນ້ອຍທີ່ມີອາຍຸຕ່ຳ ກວ່າ 5 ປີ ​ແລະ ສິ່ງ ດັ່ງກ່າວໄດ້ນຳໄປສູ່ການສູນ ເສຍລາຍໄດ້ຂອງປະເທດເຖິງ 166 ລ້ານໂດລາສະຫາລັດໃນລະຫວ່າງປີ 2005 - 2010 ​ແລະ ອີກສິ່ງ​ໜຶ່ງ​ກໍ​ເນື່ອງ​ຈາກໄດ້​ຮັບ​ຜົນ​ກະທົບ​ຈາກໄພທຳມະຊາດໃນຫຼາຍຄັ້ງເຊັ່ນ: ໄພນ້ຳຖ້ວມ, ພາຍຸ ແລະ
ແຫ້ງແລ້ງດັ່ງທີພວກເຮົາເຫັນໃນປັດຈຸບັນ, ອັນນຳໄປ ສູ່ໄພອຶດຫິວ ແລະ ເຮັດໃຫ້ອັດຕາການຈ່ອຍຜ່ອມຂອງເດັກມີຫລາຍຂຶ້ນ ຢູ່ໃນບາງຂົງເຂດຂອງປະເທດ, ປະກອບກັບບັນຫາ ການຂະຫຍາຍຕົວຂອງເສດຖະກິດທີ່ບໍ່ເທົ່າທຽມກັນ, ພູມມິປະເທດທີ ເປັນພູດອຍ, ການຕົກຄ້າງຂອງລູກລະເບີດທີ່ບໍ່ທັນ ແຕກ, ຄວາມເຊື່ອຖືງົມງວາຍ ແລະ ລະດັບການສຶກສາຍັງຕ່ຳ, ຈຶ່ງເຮັດ ໃຫ້ຍາກຕໍ່ການເຂົ້າເຖິງສື່ໂຄສະນາຕ່າງໆ, ແຕ່ຈາກການ ໂຄສະນາ, ປຸກລະດົມອັນເຂັ້ມ ແຂງກ່ຽວກັບບັນຫາດັ່ງກ່າວ ຈາກ ອົງການອາຫານໂລກ ແລະ ອົງການສະຫະປະຊາຊາດກໍຄື ລັດຖະບານລາວໄດ້ຖືສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ແກ້ໄຂບັນຫາການຂາດສານອາຫານເພື່ອໃຫ້ປະເທດບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາດັ່ງນັ້ນລາວ ຈຶ່ງໄດ້ ວາງບັນດານະໂຍບາຍ ແລະ ວຽກງານທີ່ສຳຄັນຕ່າງໆຢ່າງ ເປັນລະບົບ, ເຊິ່ງເປັນໂອກາດດີໃນການຕ້ານກັບບັນຫາດັ່ງກ່າວ, ເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ ແລະ ຍຸດທະ ສາດຂອງອົງການອາຫານໂລກທີ່ສະໜັບສະໜູນລັດຖະບານໃນ ການຈັດຕັ້ງປະຕິບັດວຽກງານໂພຊະນາການ ແລະ ເພື່ອບັນລຸ ຄາດໝາຍ ແລະ ຊ່ວຍຫຼຸດຜ່ອນການໃຊ້ຈ່າຍຂອງລັດຖະບານ, ເພື່ອໃຫ້ປະເທດລາວກ້າວໄປສູ່ປະເທດທີ່ມີລາຍຮັບສູງ ແລະ ໜັ້ນຄົງ.

No comments:

Post a Comment