Ad

Ad

1 November 2016

ປະທານປະເທດເຂົ້າຮ່ວມພິທີອັງເຊີນຊໍ່ຄຳຂຶ້ນສູ່ຍອດພະທາດຫລວງວຽງຈັນ

          ພິທີອັງເຊີນຊໍ່ຄຳ ທີ່ມີນ້ຳໜັກສູງເຖິງ 9 ກິໂລກລາມ ແລະ 9 ບາດ ຂຶ້ນສູ່ຍອດ ພະທາດຫລວງວຽງຈັນຢ່າງເປັນທາງການ, ໄດ້ມີຂຶ້ນໃນເຊົ້າວັນທີ 31 ຕຸລານີ້, ຊຶ່ງກົງກັບມື້ຂຶ້ນ 1 ຄ່ຳເດືອນ 12 ພສ 2559, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ພຣະອາຈານໃຫຍ່ມະຫາ ງອນ ດຳລົງບູນ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ມີບັນດາການນຳຂັ້ນສູງພັກ-ລັດ, ພ້ອມດ້ວຍພະເຖລະນຸເຖລ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫລວງຫລາຍ.

          ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳມະການປະຕິສັງຂອນລະດັບຊາດ ກ່າວວ່າ: ການອັງເຊີນຊໍ່ຄຳຂຶ້ນສູ່ຍອດອົງພະທາດຫລວງຄັ້ງນີ້ເປັນຄັ້ງທຳອິດ, ເລີກງາມຍາມດີ ແລະ ເປັນຄັ້ງປະຫວັດສາດນັບແຕ່ມື້ກໍ່ສ້າງພະທາດຫລວງວຽງຈັນ, ຊຶ່ງຄຳທີ່ນຳໄປໂອບໃສ່ຍອດອົງພະທາດຫລວງນັ້ນມີນ້ຳໝັກ 9 ກິໂລກລາມ ກັບ 9 ບາດ, ນອກນີ້ຍັງຈະໄດ້ໂອບຄຳໃສ່ດວງຈຳປີ, ທາດປາລະມີ, ທາດທຳມະສີຫາຍໂສກ, ຊຶ່ງຈະເຮັດໃຫ້ຄຳທີ່ເປັນສັບຊິນອັນມີຄ່າໃນພື້ນແຜ່ນດິນລາວເຮົານີ້ໄດ້ມາສະແດງບົດບາດເປັ່ງບາລະມີ ໃຫ້ປະຊາຊົນລາວໃນປັດຈຸບັນ ແລະ ອະນາຄົດພາຍໜ້າໄດ້ເຫັນເຖິງຄຸນຄ່າຂອງຄຳ, ຊຶ່ງເປັນເວລາ 450 ປີມາແລ້ວ ທີ່ປະຊາຊົນລາວແຕ່ເໜືອຮອດໃຕ້ ລວມເຖິງຍາດມິດຢູ່ຕ່າງປະເທດ ໄດ້ມີຄວາມຮົ່ມເຢັນເປັນສຸກ, ມີຄວາມຮັກໄຄ່ປອງດອງ ນັ້ນກໍຍ້ອນການສັດທາ ແລະ ບາລະມີອັນແຮງກ້າຂອງອົງພະທາດຫລວງ, ການປະດັບຄຳໃສ່ຍອດພະທາດຫລວງ ຍັງສ່ອງແສງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງປະເທດຊາດ, ຄວາມອຸດົມສົມບູນຂອງປະຊາຊົນລາວແມ່ນດີຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ການເອົາໃຈໃສ່ຢ່າງຈົດຈໍ່ຂອງພັກ-ລັດ ທີ່ມີຕໍ່ມໍລະດົກດ້ານວັດທະນະທຳຂອງຊາດ, ພ້ອມດຽວກັນນັ້ນ ຍັງແມ່ນຄວາມມຸ້ງໝັ້ນປາຖະໜາອັນແຮງກ້າ ແລະ ສັດທາອັນເຫລື້ອມໃສໃຈຈິງຂອງປວງຊົນລາວທຸກເພດໄວ, ທຸກຊັ້ນຄົນ, ໂດຍສະ ເພາະຊາວນະຄອນຫລວງວຽງຈັນ.

          ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການປະຕິສັງຂອນພະທາດຫລວງ ໃນຄັ້ງທີ 4 ນີ້ແມ່ນໄດ້ເລີ່ມດຳເນີນມາແຕ່ປີ 2008, ໃນໂອກາດທີ່ລາວພວມກະກຽມສະຫລອງວັນວຽງຈັນເປັນນະຄອນຫລວງວຽງຈັນ ຄົບຮອບ 450 ປີເປັນຕົ້ນມາ ແລະ ໄດ້ສຳເລັດການບູລະນະປັບປຸງກົມມະລຽນ, ຍົກລະດັບເດີ່ນພະທາດຫລວງ, ຍົກລະດັບສະໜາມຫລວງແຫ່ງຊາດ, ສ້າງສວນເຈົ້າໄຊເສດຖາ, ປັບປຸງໜອງສະພັງເລັນ, ກໍ່ສ້າງອານຸສາວະລີນິລະນາມ ແລະ ອື່ນໆ ລວມມູນຄ່າຫລາຍກວ່າໜຶ່ງຮ້ອຍຕື້ກີບ, ແຕ່ຍ້ອນຂາດເຂີນທາງດ້ານງົບປະມານຈຶ່ງດຳເນີນການພັດທະນາບໍ່ທັນສຳເລັດຕາມແຜນການ, ຊຶ່ງປັດຈຸບັນ ສະເພາະເນື້ອທີ່ຂອງເດີ່ນພະທາດຫລວງມີປະມານ 39.817 ຕາແມັດ. ມາຮອດດຽວນີ້ ຄະນະກຳມະການປະຕິສັງຂອນລະດັບຊາດ ໄດ້ດຳເນີນໂຄງການໃນພາກປະຕິບັດຕົວຈິງ, ໂດຍການຕີແຜ່ນຄຳເຮັດເປັນຊໍ່ຄຳເພື່ອໂອບຍອດພະທາດຫລວງ ມີນ້ຳໝັກ 9 ກິໂລກລາມ ກັບ 9 ບາດຄຳ, ສຳເລັດເປັນທີ່ຮຽບຮ້ອຍແລ້ວ, ແຕ່ຍັງອີກຫລາຍໜ້າວຽກທີ່ຕ້ອງຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ. ທ່ານຮອງລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ຜ່ານການຊ່ວຍເຫລືອຂອງປະຊາຊົນລາວ, ນັກລົງທຶນຂອງລັດ ແລະ ເອກະຊົນ, ຜູ້ປະກອບການຕ່າງໆ ລວມແລ້ວປະມານ 2 ຕື້ກວ່າກີບເທົ່ານັ້ນ, ແຕ່ມູນຄ່າການກໍ່ສ້າງຕົວຈິງແມ່ນ 15 ຕື້ກີບ, ເຖິງແນວໃດກໍຕາມ ຄະນະກຳມະການປະຕິສັງຂອນລະດັບຊາດ ໄດ້ຮຽກຮ້ອງຕ້ອງການໃຫ້ບັນດານັກທຸ ລະກິດ, ນັກລົງທຶນ, ຊາວຄ້າຂາຍ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມການບໍລິການທຶນ ແລະ ປະກອບສ່ວນເຂົ້າໃນການປະຕິສັງຂອນໃນຄັ້ງນີ້ຕື່ມອີກ.

No comments:

Post a Comment