Ad

Ad

1 November 2016

ລັດຖະມົນຕີແຮງງານແນະນໍາຊາວໜຸ່ມຫັນມາຮຽນວິຊາຊີບໃຫ້ຫລາຍ


          ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ແນະນໍາໃຫ້ຊາວໜຸ່ມຫັນມາຮຽນວິຊາຊີບຫລາຍຂຶ້ນ, ພາຍຫລັງເຫັນວ່າແຮງງານທີ່ມີສີມືພວມເປັນທີ່ຕ້ອງການໃນຕະຫລາດແຮງງານທັງຢູ່ພາຍໃນ ແລະ ຕ່າງປະເທດ.
            ທ່ານລັດຖະມົນຕີໃຫ້ຮູ້ວ່າ: ປັດຈຸບັນການລົງທຶນໃນຂົງເຂດຕ່າງໆຢູ່ປະເທດເຮົາແມ່ນມີການຂະຫຍາຍນັບມື້ເພີ່ມຂຶ້ນ, ແຕ່ການສະໜອງແຮງງານທີ່ມີສີມື, ມີເຕັກນິກສູງ ແລະ ນາຍຊ່າງທີ່ມີຄວາມ ຊໍານານຍັງບໍ່ທັນພຽງພໍກັບການຂະຫຍາຍຕົວດັ່ງກ່າວ, ອັນເນື່ອງມາຈາກໃນໄລຍະຜ່ານມາການສ້າງແຮງງານສ່ວນຫລາຍແມ່ນໄປຕາມຄວາມມັກຂອງກໍາລັງແຮງງານ,
ລະດັບການສຶກສາບໍ່ສູງ, ຂາດຄວາມອົດທົນໃນການອອກແຮງງານ ແລະ ອື່ນໆ. ແຕ່ແນວໃດກໍຕາມ, ໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII 2016-2020 ໄດ້ຄາດຄະເນວ່າຮອດປີ 2020 ກຸ່ມອາຍຸໃນເກນອອກແຮງງານແຕ່ 15-64 ປີຈະມີປະມານ 4,7 ລ້ານຄົນເທົ່າກັບ 64,5% ຂອງພົນລະເມືອງທັງໝົດ, ໃນນີ້ກໍາລັງແຮງງານຈະມີປະມານ 4,4 ລ້ານຄົນ, ຂະນະທີ່ຄວາມຕ້ອງການກໍາລັງແຮງງານໃນຂະແໜງກະສິກໍາ-ປ່າໄມ້ປະມານ 64%, ອຸດສະຫະກໍາ, ກໍ່ສ້າງ, ບໍ່ແຮ່ປະມານ 12% ແລະ ການບໍລິການປະມານ 24%. ສະນັ້ນເພື່ອຮອງຮັບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມກໍຄືການສະໜອງແຮງງານທີ່ມີສີມື ແລະ ຄຸນນະພາບໃນຕໍ່ໜ້ານັ້ນຂະແໜງກ່ຽວຂ້ອງຈະໄດ້ສືບຕໍ່ປັບປຸງບັນດານິຕິກໍາຮັບໃຊ້ວຽກງານພັດທະນາສີມືແຮງງານໃຫ້ມີຄຸນນະພາບ ເຊັ່ນ: ສ້າງຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງສູນພັດທະນາສີມືແຮງານ, ດໍາລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ, ລະບຽບການທົດສອບມາດຕະຖານສີມືແຮງງານ, ລະບຽບການແຂ່ງຂັນສີມືແຮງງານແຫ່ງຊາດ ແລະ ຈະປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ໃນການສ້າງວຸດທິວິຊາຊີບໃຫ້ສອດຄ່ອງກັບກອບລວມຂອງພາກພື້ນ ແລະ ສາກົນ, ນອກນີ້ຕ້ອງຈັດຕັ້ງການທົດສອບອອກໃບຢັ້ງຢືນມາດຕະຖານສີມືແຮງງານໃນສາຂາອາຊີບຕ່າງໆ ແລະ ຢັ້ງຢືນມາດຕະຖານສີມືແຮງງານໃຫ້ຜູ້ອອກແຮງງານຢ່າງກວ້າງຂວາງ, ພ້ອມກັນນີ້ຍັງໄດ້ເພີ່ມທະວີການຮ່ວມມືດ້ານການຈ້າງງານກັບຕ່າງປະເທດ ເປັນຕົ້ນ: ໄທ, ຍີປຸ່ນ, .ເກົາຫລີ ແລະ ອື່ນໆ ເພື່ອສົ່ງແຮງງານໄປອອກແຮງງານ ແລະ ຮຽນຮູ້ເຕັກນິກວິຊາການທີ່ດີຈາກປະເທດຕ່າງໆມາໝູນໃຊ້ໃຫ້ເກີດປະໂຫຍດຢູ່ປະເທດເຮົາໃນອານາຄົດ. ສະນັ້ນເພື່ອຕອບສະໜອງຄວາມຕ້ອງການດ້ານກໍາລັງແຮງງານທີ່ມີສີມືເປັນກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມດັ່ງກ່າວ, ຈຶ່ງຮຽກຮ້ອງເຖິງບັນດາຊາວໜຸ່ມຫັນມາຮຽນວິຊາຊີບ ແລະ ມີຄວາມຕື່ນຕົວເຂົ້າຝຶກ ຫລື ພັດທະ

ນາສີມືແຮງງານໃນສາຂາອາຊີບທີ່ຕະຫລາດແຮງງານມີຄວາມຕ້ອງການຫລາຍ ເປັນຕົ້ນ: ຊ່າງໄມ້, ເຊື່ອມ-ຈອດ, ສ້ອມແປງລົດຍົນ-ກົນຈັກ, ກໍ່ສ້າງ, ການບໍລິການຮ້ານອາຫານ-ໂຮງແຮມ, ທ່ອງທ່ຽວ ແລະ ອື່ນໆໃຫ້ຫລາຍຂຶ້ນ

No comments:

Post a Comment