Ad

Ad

1 November 2016

ເປີດຫ້ອງກວດກາຄຸນນະພາບນ້ຳມັນເຊື້ອໄຟຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ

    ວັງເຕົ່າ-ຊ່ອງເມັກ ເປັນອີກດ່ານສາກົນໜຶ່ງ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຫ່າງຈາກເມືອງປາກເຊໄປປະມານ 42 ກິໂລແມັດ. ເປັນຈຸດຜ່ານແດນ ແລະ ລໍາລຽງສິນຄ້າເຂົ້າ-ອອກລະຫວ່າງ ລາວ-ໄທ ແລະ ໜຶ່ງໃນນັ້ນກໍແມ່ນການນຳເຂົ້ານໍ້າມັນເຊື້ອໄຟເປັນຈໍານວນຫຼວງຫຼາຍໃນແຕ່ລະມື້. ສະນັ້ນ ເພື່ອຮັບປະກັນທາງດ້ານຄຸນນະພາບຂອງນໍ້າມັນເຊື້ອໄຟດັ່ງກ່າວຖືກຕ້ອງຕາມມາດຕະ ຖານສາກົນ ທັງເປັນການປົກປ້ອງຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຜູ້ຊົມໃຊ້. ດັ່ງນັ້ນ ວັນທີ 28 ຕຸລາ 2016
ນີ້, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໄດ້ຈັດພິທີເປີດຫ້ອງກວດກາຄຸນນະພາບນໍ້າມັນເຊື້ອໄຟປະຈໍາດ່ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຖອງ ດີວີໄຊ ເຈົ້າແຂວງຈໍາປາສັກ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານສະພາວິທະຍາສາດແຫ່ງຊາດ.

    ໃນໂອກາດນີ້, ຜູ້ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດແທກ ລາຍງານໃຫ້ຮູ້ວ່າ: ເມື່ອມີການນໍາເຂົ້ານໍ້າມັນເຊື້ອໄຟກໍຈະຕ້ອງໄດ້ມີການກວດກາຄຸນນະພາບຢູ່ຫ້ອງທົດລອງປະຈໍາດ່ານ; ເມື່ອເຫັນວ່ານໍ້າມັນເຊື້ອໄຟທີ່ນໍາເຂົ້າມີຄວາມຖືກຕ້ອງຕາມມາດຕະຖານສາກົນແລ້ວຈຶ່ງຈະອອກໃບຢັ້ງຢືນຄວາມຖືກຕ້ອງຂອງຄຸນນະພາບ. ຫຼັງຈາກນັ້ນ ຈຶ່ງຈະອະນຸຍາດນຳເຂົ້າຖືກຕ້ອງຕາມລະບຽບການ ແລະ ນອກຈາກກວດກາປະຈໍາດ່ານນໍາເຂົ້າແລ້ວ, ຂະແໜງກ່ຽວຂ້ອງຍັງຈະໄດ້ດໍາເນີນການກວດກາຄຸນນະພາບນໍ້າມັນເຊື້ອໄຟຢູ່ຕາມແຕ່ລະສາງເກັບນໍ້າມັນ, ຕາມແຕ່ລະປໍ້າຈຳໜ່າຍແຕ່ລະໄລຍະອີກດ້ວຍ. ພ້ອມນັ້ນ ຍັງມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ໄວ້ບໍລິການຕາມການຮຽກຮ້ອງຕ້ອງການຂອງປະຊາຊົນນໍາອີກ. ຖ້າພົບເຫັນບັນຫານໍ້າທີ່ບໍ່ໄດ້ມາດຕະຖານແມ່ນສາມາດໂທສາຍດ່ວນໄດ້ທີໝາຍເລກ 1513 ໄດ້ທຸກເວລາ.

No comments:

Post a Comment