Ad

Ad

1 November 2016

ມີພຽງ 40 % ຂອງເນື້ອທີ່ການຜະລິດເຂົ້າໄດ້ຮັບນ້ຳຊົນລະປະທານ

          ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການສົ່ງເສີມການຜະລິດເປັນສິນຄ້າຕະຫລອດໄລຍະເກືອບ 2 ປີ ຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະ ລ້ຽງສັດ,ຊຶ່ງປີທີ່ຜ່ານມາເຫັນວ່າ: ການຜະລິດເຂົ້າ ໃນ 10 ແຂວງເປົ້າໝາຍບັນລຸໄດ້ຫຼາຍເຖິງ 3,2 ລ້ານກວ່າໂຕນ ໃນເນື້ອທີ່ 786 ພັນເຮັກຕາ ກວມເຖິງ 85% ຂອງການຜະລິດເຂົ້າທົ່ວປະເທດ ສາມາດບັນລຸເປົ້າ  ໝາຍຂອງການຄ້ຳປະກັນສະບຽງອາຫານ ທີ່ວາງໄວ້ 2,3 ລ້ານໂຕນ ແລະ ມີເຂົ້າແຮໄວ້ຈຳນວນໜຶ່ງແຕ່ໃນນັ້ນມີພຽງ 315 ພັນເຮັກຕາທີ່ໄດ້ນຳໃຊ້ນ້ຳລະບົບຊົນລະປະທານຊຶ່ງກວມເອົາປະມານ 40%, ຂອງເນື້ອທີ່ທັງໝົດ,ສ່ວນອີກ 60% ຂອງເນື້ອທີ່ປູກເຂົ້າແມ່ນຢູ່ນອກເຂດຊົນລະປະທານ
ທີ່ມີຄວາມສ່ຽງສູງຕໍ່ການປ່ຽນແປງດິນຟ້າອາກາດໄພແລ້ງ ແລະ ນ້ຳຖ້ວມ ຈຳເປັນຕ້ອງໄດ້ຂະຫຍາຍເນື້ອທີ່ຊົນລະປະທານເປັນຊົນລະກະເສດເພື່ອປູກເຂົ້າເປັນສະບຽງອາຫານສະເພາະໃນເຂດດັ່ງກ່າວ ແລະ ຕ້ານແລ້ງ-ຕ້ານຖ້ວມໄປນຳ. ດັ່ງນັ້ນ, ຈຶ່ງໄດ້ວາງແຜນເພື່ອປັບປຸງ ແລະ ພັດທະນາຊົນລະປະທານ ຮອດປີ 2020 ໃຫ້ໄດ້ 18 ໂຄງການ ແລະ ຮອດປີ 2025 ໃຫ້ໄດ້ຕື່ມອີກ 17 ໂຄງການ. ຜູ້ລາຍງານຂ່າວ ຍັງໄດ້ຍົກໃຫ້ເຫັນເຖິງ ສະພາບການຜະລິດເປັນສິນຄ້າ, ບັນຫາຂໍ້ຄົງຄ້າງ, ມາດຕະການ ຕໍ່ການຈັດຕັ້ງປະຕິບັດໂຄງ ການ ແລະ ດ້ານນະໂຍບາຍ ທີ່ຕ້ອງໄດ້ເອົາໃຈໃສ່.ຊຶ່ງໃນຕໍ່ໜ້ານີ້ພາກສ່ວນກ່ຽວຂ້ອງຈະ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມໂດຍຈະໄດ້ສືບຕໍ່ລົງເລິກຄົ້ນຄວ້າ ແລະ ຜັນຂະຫຍາຍ ບັນດານະ ໂຍບາຍໃຫ້ເປັນອັນລະອຽດໂດຍສະເພາະແມ່ນການ ຍົກລະດັບຄວາມອາດສາມາດ, ຄວາມເຂັ້ມແຂງ ແລະ ການປະກອນສ່ວນຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ທີ່ມີບົດຮຽນອັນດີໃນການຊ່ວຍແກ້ໄຂບັນຫາ ເຊິ່ງຈະໄດ້ພ້ອມກັນກຳນົດເປັນແຜນປະຕິບັດງານລະອຽດ ແລະ ຄາດ  ໝາຍສູ້ຊົນເພື່ອນຳໄປຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.    

No comments:

Post a Comment