Ad

Ad

1 November 2016

ສະພາເປັນຫວ່ງຕໍ່ການໃຊ້ສານເຄມີບໍ່ຮັບປະກັນ

            ສະພາແຫ່ງຊາດມີຄວາມເປັນຫວ່ງຫລາຍຕໍ່ຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ເກີດຈາກການນໍາໃຊ້ສານເຄມີແບບບໍ່ຮັບປະກັນຂອງບັນດາໂຄງການຕ່າງໆໃນທົ່ວປະເທດ, ພາຍ ຫລັງພົບວ່າມີຫລາຍເຂດໄດ້ນໍາໃຊ້ສານເຄມີອັນຕະລາຍຢ່າງຊະຊາຍເກີນມາດຕະຖານກໍານົດ ແລະ ບໍ່ຖືກຕ້ອງຕາມລະບຽບຫລັກການ.
             ຄະນະປະຈໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ປັດຈຸບັນໃນຂົງເຂດອຸດສະຫະກໍາ-ການຄ້າຍັງມີໂຮງຈັກ-ໂຮງງານຫລາຍແຫ່ງບໍ່ປະຕິບັດຕາມຂັ້ນຕອນອະນຸຍາດ, ມີການປ່ອຍນໍ້າເປື້ອນ, ນໍາໃຊ້ສານເຄມີ
ອັນຕະລາຍເກີນມາດຕະຖານ, ສະພາບ ການຈໍາໜ່າຍສີນຄ້າສະບຽງອາຫານ, ຢາປົວພະຍາດ, ເຄື່ອງດື່ມ, ເຄື່ອງສໍາອາງປອມແປງ, ໝົດຄຸນນະພາບ ແລະ ອາຍຸນໍາໃຊ້ຍັງມີແຜ່ຫລາຍ, ໂຮງງານປຸງແຕ່ງຈໍານວນບໍ່ໜ້ອຍບໍ່ມີຄວາມຮັບປະກັນທາງດ້ານສິ່ງແວດລ້ອມ, ສົ່ງກິ່ນເໝັນ, ກິ່ນຂິວ ແລະ ປ່ອຍນໍ້າເປື້ອນທີ່ຍັງມີສານເຄມີເຈືອປົນຕົກຄ້າງຮົ່ວໄຫລອອກສູ່ພາຍນອກ ເປັນຕົ້ນ: ໂຮງງານຂຸດຄົ້ນເກືອກາລີ, ໂຮງງານຊີມັງ, ໂຄງການຂຸດຄົ້ນຫີນກາວຢູ່ແຂວງຄໍາມ່ວນ, ໂຮງງານແຍກສີ້ນສ່ວນຂີ້ເຫຍື້ອອີເລັກໂຕຼນິກໃນນະຄອນຫລວງວຽງຈັນ ແລະ ຈໍາປາສັກ, ໂຮງງານໝາກໄມ້ກະປ໋ອງ, ໂຮງ ງານຊີມັງຢູ່ແຂວງວຽງຈັນ ແລະ ອື່ນໆ. ນອກຈາກນີ້ຍັງມີໂຮງງານຜະລິດນໍ້າດື່ມຫລາຍແຫ່ງບໍ່ມີໃບຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ. ສໍາລັບຂົງເຂດກະສິກໍາກໍເຫັນວ່າມີການນໍາໃຊ້ເຄມີເກີນມາດຕະຖານຢ່າງກວ້າງຂວາງ ເປັນຕົ້ນ: ການລ້ຽງປາກະຊັງຂອງຄົນຕ່າງປະເທດ, ຟາມລ້ຽງໝູ, ລ້ຽງໄກ່ ລວມເຖິງສວນປູກກ້ວຍຂອງນັກລົງທຶນຕ່າງປະເທດໃນຫລາຍທ້ອງຖິ່ນກໍມີການໃຊ້ສານເຄມີປາບສັດຕູພືດ ແລະ ຂ້າຫຍ້າເກີນຂະໜາດແຜ່ຫລາຍເຊັ່ນກັນ. ສ່ວນໃນຂະແໜງບໍ່ແຮ່ກໍເຫັນວ່າມີຫລາຍໂຄງການຍັງບໍ່ປະຕິບັດໄດ້ຕາມຂັ້ນຕອນລະບຽບກົດໝາຍກໍານົດໄວ້, ຕາມລາຍຂອງພາກສ່ວນກ່ຽວຂ້ອງໃນການອະນຸມັດຊອກຄົ້ນ, ສໍາຫລວດແຮ່ທາດທີ່ມີຫລາຍກວ່າ 200 ໂຄງການໃນທົ່ວປະເທດນັ້ນ ແມ່ນມີພຽງແຕ່ 3 ໂຄງການເທົ່ານັ້ນທີ່ປະຕິບັດຖືກຕ້ອງຕາມຂັ້ນຕອນລະບຽບ
ກົດໝາຍ, ດັ່ງນັ້ນສະພາແຫ່ງຊາດຈຶ່ງມີຄວາມເປັນຫວ່ງວ່າ: ຖ້າລັດຖະບານບໍ່ຮີບຮ້ອນຢັບຢັ້ງ ແລະ ເພີ່ມທະວີນໍາໃຊ້ມາດຕະການກ່ຽວຂ້ອງຕ່າງໆແກ້ໄຂຢ່າງເດັດຂາດເຂັ້ມງວດແລ້ວ, ກໍຈະເພີ່ມຄວາມອັນຕະລາຍຮ້າຍແຮງຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງທີ່ມີຊີວິດຕ່າງໆລວມເຖິງເປັນການທໍາລາຍທໍາມະຊາດ, ສິ່ງແວດລ້ອມ, ທັງສ້າງພາບພົດອັນບໍ່ດີຕໍ່ການຜະລິດ-ສົ່ງອອກຂອງປະເທດເຮົາອາດຈະຖືກຈໍາກັດໃນຕະຫລາດພາກພື້ນ ແລະ ສາກົນໃນຕໍ່ໜ້າ.
   ສ້າງຂະບວນການອະນາໄມຄອງເໜືອງຕ້ອນຮັບວັນຊົນລະປະທານແຫ່ງຊາດ 3 ພະຈິກໃຫ້ຟົດຟື້ນ
          ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ 3 ພະຈິກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງສະບັບເລກທີ 3510/ກປ ລົງວັນທີ 27 ຕຸລາ 2016 ເຖິງຫົວໜ້າກົຊົນລະປະທານ ແລະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ນະຄອນຫຼວງວຽງຈັນ,ຈົ່ງເອົາໃຈໃສ່ສ້າງຂະບວນການອະນາໄມລະບົບຄອງເໝືອງຊົນລະປະທານໃຫ້ເປັນຂະບວນຟົດຟື້ນໂດຍມີເນື້ອໃນວ່າ:
   1. ໃຫ້ກົມຊົນລະປະທານ ແລະ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍຊົນລະປະທານດ້ວຍຫລາຍຮູບແບບ, ຫລາຍລະດັບ ແລະ ຫລາຍວິທີການແຕກຕ່າງກັນ ຕາມຈຸດພິເສດຂອງແຕ່ລະເປົ້າມາຍ ໂດຍຜ່ານສື່ຕ່າງໆ ເປັນຕົ້ນໜັງສືພິມ, ໂທລະພາບ, ວິທະ ຍຸ, ຈັດກິດຈະກຳຖາມ-ຕອບ, ແຈກຢາຍປຶ້ມກົດໝາຍ, ສິ່ງພິມ ແລະ ວາລະສານວິຊາການຕ່າງໆ ໃຫ້ແກ່ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານຊົນລະປະທານຕໍ່ກັບວຽກງານການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນເຈົ້າການຕາມທິດນຳທີ່ວ່າ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ”.
     2.ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ຂໍທິດຊີ້ນຳຈາກການນຳຂອງແຂວງ ແລະ ນະຄອນຫລວງ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງປຸກລະ ດົມຂົນຂວາຍແຮງງານຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູ, ສ້ອມແປງຊົນລະປະທານ ຕິດພັນກັບການສ້າງຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມລະບົບຫົວງານ, ລະບົບຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆ ຕາມຄອງເໝືອງຊົນລະປະທານໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ນ້ຳໄຫລສະດວກ, ຫລຸດຜ່ອນການຮົ່ວຊຶມຂອງນ້ຳ, ຮັບປະກັນການສະໜອງນ້ຳເຂົ້າສູ່ການຜະລິດກະສິກຳໃຫ້ທັນລະດູການຢ່າງພຽງພໍ ແລະ ຕໍ່ເນື່ອງ.
    3. ໃຫ້ກົມຊົນລະປະທານ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນ ຫລວງວຽງຈັນ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເໝົາກໍ່ສ້າງ-ສ້ອມແປງບັນດາໂຄງການຊົນລະປະທານຕ່າງໆທີ່ໄດ້ເຊັນກັນໄປແລ້ວປະຕິບັດໜ້າວຽກໃຫ້ສຳເລັດຕາມກຳນົດເວລາ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຊົນລະປະທານ ແລະ ສັນຍາຢ່າງເຂັ້ມງວດ.
    4. ສຳລັບການຈັດພິທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ 2016 ນີ້ ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນ, ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ. ໃຫ້ຖືເອົາວັນດັ່ງກ່າວນີ້ເຜີຍແຜ່ຜົນສຳ ເລັດຂອງຂະແໜງການໃນຊຸມປີຜ່ານມາ ພ້ອມທັງສະຫລຸບຖອດຖອນບົດຮຽນໄປພ້ອມ ແລະ ຮຽກ ຮ້ອງໃຫ້ຊາວກະສິກອນປະຕິບັດຕາມທິດນຳທີ່ວ່າ ລັດ ແລະ ປະຊາຊົນພ້ອມກັນເຮັດ”.

     5. ມອບໃຫ້ກົມຊົນລະປະທານອອກຄຳແນະນຳດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ເປັນອັນລະອຽດໃຫ້ແກ່ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳ ເລັດ. ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຊາບເປັນປົກກະຕິເພື່ອຫາວິທີແກ້ໄຂຢ່າງທັນການ.

No comments:

Post a Comment