Ad

Ad

16 January 2017

ເຊີນເຂົ້າຮ່ວມແຂ່ງຂັນ Lao Golf Challenge 2017 ໃນວັນທີ 18 ກຸມພານີ້

ໃນວັນທີ 12 ມັງກອນນີ້ ຢູ່ໂຮງແຮມຣັດສະຫມີ ນະຄອນ ຫລວງວຽງຈັນ ສະຫະພັນກ໊ອຟແຫ່ງຊາດລາວ ຮ່ວມກັບ ວາລະສານ ທາເກັດ  ໄດ້ຖະແຫລງຂ່າວການຈັດການແຂ່ງຂັນ Lao Golf Challenge 2017 ຄັ້ງທີ 5 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສູນທອນ ສິລິສັກ ປະທານສະຫະພັນກ໊ອຟແຫ່ງຊາດລາວ, ທ່ານ ໄຊຍະສອນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານທາເກັດ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫລາດ ບໍລິສັດ ເບຍລາວ ຈຳກັດ ຜູ້ສະຫນັບສະຫນູນຫລັກ , ໂຕແທນຜູ້ສະຫນັບສະຫນູນຮ່ວມ, ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມ.

           ຜູ້ອຳນວຍການສ້າງ ວາລະສານທາເກັດ ໃຫ້ຮູ້ວ່າ : ການແຂ່ງຂັນ Lao Golf Challenge ໄດ້ຈັດມາເປັນປີທີ 5 ແລ້ວ ໃນທຸກປີໄດ້ມີການ ພັດທະນາມາຢ່າງຕໍ່ເນື່ອງ ສັງເກດໄດ້ຈາກຈຳນວນຂອງນັກກິລາທີ່ເຂົ້າຮ່ວມເພີ່ມຂຶ້ນ ເປົ້າຫມາຍຫລັກທີ່ໄດ້ຈັດງານນີ້ຂຶ້ນມາ ແມ່ນເຫັນໄດ້ຄວາມສຳຄັນ ທ່າກ້າວນັກກິລາ ກ໊ອຟລາວມີຄວາມສາມາດ ພວກເຮົາຈຶ່ງໄດ້ ປຶກສາຫາລືສ້າງກິດຈະກຳນີ້ ເອີ້ນວ່າລະ ດັບທີ່ມີຄວາມທ້າທາຍເພີ່ມຂຶ້ນ, ຜູ້ທີ່ຊະນະຍັງມີໂອກາດໄດ້ແຂ່ງຂັນລະດັບພາກພື້ນອາຊຽນ.
           ປະທານສະຫະພັນກ໊ອຟແຫ່ງຊາດລາວ ເສີມວ່າ : ພວກເຮົາຮູ້ສຶກ ດີໃຈຫລາຍທີ່ໄດ້ຮ່ວມກັບວາລະສານທາເກັດ ຈັດງານນີ້ຂຶ້ນ ແຕ່ລະປີການແຂ່ງຂັນໄດ້ພັດ ທະນາຂຶ້ນເລື້ອຍໆ ພວກເຮົາເຊື່ອຫມັ້ນວ່າໃນປີນີ້ ມັນຍິ່ງຈະມີຄວາມທ້າທາຍ ແລະ ຕື່ນເຕັ້ນກວ່າເກ່ົາ ເພາະຄະນະໄດ້ມີການກະກຽມສ້າງລາຍການ ພິທີການແບ່ງຂັນ ໃຫ້ມີຄວາມທ້າທາຍ. ສຳລັບ 5 ຄົນອິດທີ່ມີຄະແນນສູງສຸດ ໃນສາຍແຂ່ງຂັນທີ່ບໍ່ມີແຕ້ມຕໍ່ ຈະໄດ້ຖືກຄັດເລືອກໃຫ້ຕິດທີມຊາດກ໊ອຟລາວ ເພື່ອເຂົ້າຮ່ວມການແຂ່ງຂັນກິລາຊີເກມທີ່ປະເທດມາເລເຊຍ ໃນເດືອນສິງຫານີ້.
ສຳລັບສາຍການແຂ່ງຂັນແບ່ງອອກດັ່ງນີ້ : 1. Lao Challenge Division ( ແຂ່ງຂັນໂດຍບໍ່ມີແຕ້ມຕໍ່ ) ມີ 5 ລາງວັນ; 2. Lao Challenge Net Score Division ) ແຂ່ງຂັນໂດຍມີແຕ້ມຕໍ່ ) ແຂ່ງຕາມລະບົບ Gallaway System ແຕ້ມຕໍ່ 36 ສາຍອາວຸໂສ, ສາຍ ກ, ສາຍ ຂ ແລະ ສາຍ ຄ.
ນອກນັ້ນ ຍັງມີລາງວັນພິເສດຄື : ລາງວັນຕີໃກ້, ລາງວັນຕີໄກ ແລະ ລາງວັນ Hole In one ( ຊີງໜ່ວຍກ໊ອຟຄຳ ມູນຄ່າ 100 ລ້ານກີບ ຈາກ Calsberg ). ລວມມູນຄ່າຂອງລາງວັນທັງຫມົດຫລາຍກວ່າ 800 ລ້ານກີບ.

ເປີດຮັບຫມັກແຕ່ວັນທີ 23 ມັງກອນ - 10 ກຸມພາ 2017 ນີ້ ພິເສດສຳລັບຜູ້ມາລົງທະບຽນ ແລະ ຊຳລະເງິນ ພາຍໃນວັນທີ 23-27 ມັງກອນນີ້ ຈ່າຍຄ່າລົງທະບຽນພຽງແຕ່ 1 ລ້ານກີບ/ທ່ານ ຈາກລາຄາເຕັມແມ່ນ 1.2 ລ້ານກີບ. ເຊິ່ງຈະແຂ່ງຂັນໃນວັນທີ 18 ກຸມພາ 2017 ຢູ່ສະຫນາມ ລອງວຽນ ກ໊ອຟຄລັບ ນະຄອນຫລວງວຽງຈັນ.  ສອບຖາມໄດ້ທີ່ເບີ : 021 216666 ຫລື 020 55699917, 020 55505944.

No comments:

Post a Comment