Ad

Ad

16 January 2017

ເປີດໂຕປື້ມ “ ຈາກໂລກທີ 3 ກ້າວສູ່ໂລກທີ 1 ” (From Third World to First)

           ໃນວັນທີ 13 ມັງກອນ 2017 ນີ້ທີ່ໂຮງແຮມເມີຄຽວ ນະ ຄອນຫລວງວຽງຈັນໄດ້ຖະແຫລງຂ່າວເປີດໂຕປື້ມ "ຈາກປະເທດໂລກທີສາມ ກ້າວສູ່ໂລກທີໜຶ່ງ" ຂຽນໂດຍ ທ່ານ ລີ ກວນຢູ (From Third World to First) ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມບັນນັກປະພັນລາວ, ທູດສິງກະໂປ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.


   ປື້ມຫົວນີ້ແມ່ນເນື້ອໃນໃຈຄວາມກ່ຽວເຖິງຄຸນງາມຄວາມດີ ແລະ ຄວາມໂດດເດັ່ນຂອງ ທ່ານລີ ກວນຢູ ອະດີດນາຍົກລັດຖະມົນຕີແຫ່ງ ສາທານະລະລັດ ສິງກະໂປ  ແລະ ກໍເປັນວິລະບູລຸດທີ່ໂລກບໍ່ເຄີຍລໍາໄດ້ກາຍເປັນປັດສະຍາ ແລະ ທິດສະດີກ່ຽວກັບການຄຸ້ມຄອງບໍລິຫານດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ອື່ນໆ, ຄາດວ່າປື້ມດັ່ງກ່າວຈະແຈກຢາຍໃຫ້ການນໍາ, ວາງໄວ້ຫໍສະໝຸດ, ມະຫາວິທະຍາໄລ ແລະ ອື່ນໆ.

No comments:

Post a Comment