Ad

Ad

16 January 2017

ປີຜ່ານມາ ມີຜູ້ເສຍຊີວິດຈາກລະເບີດຕົກຄ້າງໃນລາວຈຳນວນ 9 ຄົນ

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ສປປ ລາວ ເປັນປະເທດທີ່ຖືກຖີ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນປາງສົງຄາມອິນດູຈີນ ລະຫວ່າງປີ 1964-1973, ຊຶ່ງມີຖ້ຽວບິນສູ້ຮົບຫລາຍກວ່າ 580.000 ຖ້ຽວ ແລະ ໄດ້ຖິ້ມລະເບີດລົງໃສ່ແຜ່ນດິນລາວຫລາຍກວ່າ 2 ລ້ານໂຕນ, ໃນນັ້ນ ປະກອບມີ: ລູກຫວ່ານ (ບົມບີ້) ຈຳນວນ 270 ລ້ານໜ່ວຍ ແລະ ຄາດວ່າ 30% ແມ່ນບໍ່ທັນແຕກ, ນັ້ນກໍໝາຍເຖິງລູກຫວ່ານປະມານ 80 ລ້ານໜ່ວຍທີ່ຍັງຕົກຄ້າງຢູ່ຕາມພື້ນທີ່ຕ່າງໆຂອງ ສປປ ລາວ, ພາຍຫລັງສິ້ນສຸດສົງຄາມ ລະເບີດບໍ່ທັນແຕກເຫລົ່ານັ້ນ ຍັງສືບຕໍ່ເຂັນຂ້າຊີວິດຂອງປະຊາຊົນລາວ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ
ຫລາຍກວ່າ 50 ພັນຄົນ ແລະ ຍັງສົ່ງໃຫ້ຄົນຈຳນວນໜຶ່ງກາຍເປັນຄົນພິ ການຢ່າງຖາວອນຄື: ສະເພາະປີ 2016 ຜ່ານມານີ້, ມີອຸປະຕິເຫດເກີດຂຶ້ນ 27 ຄັ້ງ, ໄດ້ຮັບບາດເຈັບ 40 ຄົນ ແລະ ເສຍຊີວິດ 9 ຄົນ.
ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ຕໍ່ບັນຫາດັ່ງກ່າວຫ້ອງການຄະນະກຳມະການຂອງຕົນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ທິດທາງແຜນການຂອງລັດຖະ ບານລາວ, ຊຶ່ງເປັນການປະກອບສ່ວນຫລຸດ ຜ່ອນການບາດເຈັບ ແລະ ເສຍຊີວິດຂອງປະຊາຊົນລາວຈຳນວນໜຶ່ງ ປະກອບສ່ວນໃນການພັດທະນາເສດຖະກິດ ແລະ ລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ພ້ອມນີ້ ຍັງໄດ້ພະຍາຍາມຫັນການກວດກູ້ລະເບີດບໍ່ທັນແຕກ ຮັບໃຊ້ຈຸດສຸມພັດທະນາ ແລະ ໂຄງການພັດທະນາຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ, ຊຶ່ງສາມາດກວດກູ້ເນື້ອທີ່ໄດ້ທັງໝົດ 29.701 ເຮັກຕາ, ໃນນັ້ນ ດິນກະສິກຳ 18.541 ເຮັກຕາ ແລະ ດິນພັດທະນາ 11.160 ເຮັກຕາ, ສາມາດທຳລາຍລະເບີດບໍ່ທັນແຕກໄດ້ 552.968 ໜ່ວຍ, ໃນນັ້ນ ປະກອບມີບົມໃຫຍ່ 1.489 ໜ່ວຍ, ລະເບີດລູກຫວ່ານ 259.421 ໜ່ວຍ, ມິນ 837 ໜ່ວຍ ແລະ ສຳພາວຸດອື່ນໆ 291.221 ຫົວໜ່ວຍ ແລະ ຍັງໄດ້ຊ່ວຍເຫລືອປິ່ນປົວການແພດ ແລະ ຟື້ນຟູສຸຂະພາບໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ປະກອບອາຊີບໃຫ້ເຂົ້າເຈົ້າໄດ້ຫລາຍກວ່າ 1 ພັນຄົນ, ພ້ອມນີ້ ຍັງໄດ້ສຸມໃສ່ໂຄສະນາ, ເຜີຍແຜ່ຜົນຮ້າຍຂອງລະເບີດບໍ່ທັນແຕກໃຫ້ກັບບັນດາແຂວງ ແລະ ທ້ອງຖິ່ນທີ່ມີລະເບີດຝັງຢູ່ເປັນປະຈຳ, ຊຶ່ງເຮັດໃຫ້ຈຳນວນຜູ້ຖືກເຄາະຮ້າຍຫລຸດລົງຈາກ 300 ຄົນໃນປີ 2008 ເຫລືອ 50 ຄົນໃນປັດຈຸບັນ ແລະ ຈະສືບຕໍ່ໃຫ້ຫລຸດລົງຈົນເຫລືອສູນໃນອະນາຄົດມໍ່ໆນີ້.

ທ່ານຫົວໜ້າຫ້ອງການ ກ່າວຕື່ມວ່າ: ໃນປີ 2017 ນີ້, ຈະສືບຕໍ່ສຳຫລວດບໍ່ແມ່ນວິຊາການໃຫ້ໄດ້ 950 ບ້ານເພື່ອຊອກຫາຈຸດຫລັກຖານລະເບີດບໍ່ທັນແຕກ, ສືບຕໍ່ສຳຫລວດວິຊາການໃຫ້ໄດ້ 338 ບ້ານ ເພື່ອຊອກຫາຈຸດທີ່ມີລະເບີດຕົກຄ້າງ, ພ້ອມທັງ ດຳເນີນການກວດກູ້ພື້ນທີ່ ທີ່ຢືນຢັນວ່າ ມີລະເບີດບໍ່ທັນແຕກ ໃຫ້ໄດ້ປະມານ 4,5 ພັນເຮັກຕາ, ສືບຕໍ່ດຳເນີນການໂຄສະນາທີ່ມາ ແລະ ຜົນຮ້າຍ ແນໃສ່ຫລຸດລົງຈຳນວນຂອງຜູ້ຖືກບາດເຈັບ ແລະ ເສຍຊີວິດໃຫ້ຕ່ຳເທົ່າທີ່ຈະຕ່ຳໄດ້, ນອກນີ້ ຍັງສືບຕໍ່ຊ່ວຍ ເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທາງດ້ານການປິ່ນປົວ ແລະ ຟື້ນຟູສຸຂະພາບຕາມຕົວຈິງ ແລະ ປະກອບອາຊີບໃຫ້ເຂົາເຈົ້າໃຫ້ໄດ້ 300 ຄົນ. 

No comments:

Post a Comment